ຂປລ
ຂປລ. ເມື່ອເວົ້າເຖິງຮີດຄອງປະເພນີອັນດີງາມຂອງຄົນລາວ ບຸນຫໍ່ເຂົ້າປະດັບດິນ ນັບເປັນອີກປະເພນີໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນຕໍ່ວິຖີຊີວິດຂອງຊາວລາວ. ປະເພນີນີ້ໄດ້ຮັບການສືບທອດປະຕິບັດກັນມາຢ່າງຍາວນານ ແລະ ຖືເປັນເທສະການເຮັດບຸນອຸທິດສ່ວນກຸສົນໃຫ້ແກ່ບັນພະບຸລຸດ ແລະ ສັບພະສັດທັງຫລາຍ.

ຂປລ. ເມື່ອເວົ້າເຖິງຮີດຄອງປະເພນີອັນດີງາມຂອງຄົນລາວ ບຸນຫໍ່ເຂົ້າປະດັບດິນ ນັບເປັນອີກປະເພນີໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນຕໍ່ວິຖີຊີວິດຂອງຊາວລາວ. ປະເພນີນີ້ໄດ້ຮັບການສືບທອດປະຕິບັດກັນມາຢ່າງຍາວນານ ແລະ ຖືເປັນເທສະການເຮັດບຸນອຸທິດສ່ວນກຸສົນໃຫ້ແກ່ບັນພະບຸລຸດ ແລະ ສັບພະສັດທັງຫລາຍ.
ບຸນຫໍ່ເຂົ້າປະດັບດິນ ຈັດຂຶ້ນໃນມື້ແຮມ 14 ຄ່ຳ ເດືອນ 9 ລາວ ຂອງທຸກໆປີ. ສຳລັບປີ 2026 ກົງກັບວັນສຸກ ທີ 11 ກັນຍາ. ໃນໂອກາດນີ້ ພຸດທະສາສະນິກະຊົນຈະພາກັນຈັດຕຽມເຄື່ອງທານ ເຮັດບຸນຕັກບາດ ຖວາຍທານແກ່ພະສົງ ແລະ ອຸທິດແຜ່ຜົນບຸນໃຫ້ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫລື ເປັນການເຮັດບຸນໃຫ້ຜີເຜດ (ເຮັດບຸນໃຫ້ເປດ), ເປັນເທສະການເຮັດບຸນອຸທິດຫາບັນພະບຸລຸດ ຕາມຮີດ 12 ຂອງປະເພນີລາວເຮົາ. ສະນັ້ນ, ເພື່ອສ້າງຄວາມເຂົ້າໃຈກ່ຽວກັບປະເພນີ ບຸນຫໍ່ເຂົ້າປະດັບດິນໃຫ້ຫລາຍຂຶ້ນ. ມື້ນີ້ຄໍລໍາ “ວັດທະນະທໍາ” ຈະເອົາປະຫວັດຄວາມເປັນມາ ບຸນຫໍ່ເຂົ້າປະດັບດິນ ສະເໜີບັນດາທ່ານໄດ້ຮັບຮູ້.

ຕາມຕຳນານທີ່ເລົ່າສືບຕໍ່ກັນມາ ມີເລື່ອງວ່າ: ມີພາມຄອບຄົວໜຶ່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກຄື ແກ້ວຕາ, ດວງໃຈ ເມື່ອລູກຊາຍ ອາຍຸ 16 ປີ ກໍຕາຍໄປ, ພໍ່ແມ່ໂສກເສົ້າໃຈ ກິນບໍ່ໄດ້ນອນບໍ່ຫລັບ ເພາະຄິດຮອດລູກ ຫລັງຈາກຕາຍ ແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປຸກເຮືອນໃຫ້ຫລັງໜຶ່ງພ້ອມເຄື່ອງໃຊ້ສອຍ, ແລ້ວແຕ່ງຄົນໃຊ້ ໄປສົ່ງເຂົ້າທຸກໆມື້ ຢູ່ມາມື້ໜຶ່ງຝົນຕົກແຮງນໍ້າຫລາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນຄູບາ ບິນທະບາດ ຈຶ່ງເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນນັ້ນ ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປຫາກໍ່ໄດ້ມາກິນເຂົ້າແຕ່ມື້ວານນີ້ເທົ່ານັ້ນ. ພາມຕື່ນຂຶ້ນນຶກປະຫລາດໃຈ ໃນຄວາມຝັນນັ້ນ ຈຶ່ງເອີ້ນຄົນໃຊ້ນັ້ນມາຖາມວ່າ ໃຫ້ໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ເຈົ້າໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້ໄປບໍ່ໄດ້ ເພາະຝົນຕົກແຮງນໍ້າຫລາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບຄູບາ ບິນທະບາດຢູ່ ຈຶ່ງໄດ້ເອົາເຂົ້າໃສ່ບາດໃຫ້ຄູບາ ແລ້ວອຸທິດສ່ວນບຸນກຸສົນ ໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນໃຊ້ຕອບເຊັ່ນນັ້ນກໍນຶກປະຫລາດໃນໃຈ ຈຶ່ງເຂົ້າໄປເຝົ້າພະພຸດທະເຈົ້າ ກາບທູນເລື່ອງນັ້ນໃຫ້, ພະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່ແມ່ນແນວທາງທີ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງ ຜູ້ມີສັດທາຢາກຈະອະນຸເຄາະແກ່ເຜດ ທີ່ລ່ວງລັບໄປແລ້ວ ໃຫ້ທຳບຸນຖວາຍທານແກ່ພະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປ ຈະໄດ້ຮັບ ຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານ ທີ່ເອົາເຂົ້າໃສ່ບາດໃຫ້ພະສົງແລ້ວອຸທິດສ່ວນບຸນໄປໃຫ້ລູກຂອງທ່ານ ຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາ ເຫລືອມໃສສະແດງຕົນເປັນພຸດທະ ມາມະກະນັບຖືພະພຸດທະສາສະໜາຕະຫລອດຊີວິດ.

ນອກຈາກຄວາມເຊື່ອຕາມຕຳນານແລ້ວ, ບຸນຫໍ່ເຂົ້າປະດັບດິນຍັງສະທ້ອນໃຫ້ເຫັນເຖິງຄຸນຄ່າດ້ານຄອບຄົວ ຄວາມກະຕັນຍູ ແລະ ການແບ່ງປັນ. ກ່ອນເຖິງວັນບຸນ ປະຊາຊົນຈະພາກັນຫ້າງຫາກະກຽມເຄື່ອງທານ ເຊັ່ນ: ເຂົ້າຕົ້ມ ເຂົ້າໜົມ, ອາຫານຄາວ-ຫວານ, ໝາກໄມ້ ແລະ ວັດຖຸທານອື່ນໆ. ເຄື່ອງກິນ ແລະ ເຄື່ອງທານທີ່ກະກຽມໄວ້ ມັກຈະແບ່ງອອກເປັນຫລາຍສ່ວນ ໂດຍສ່ວນໜຶ່ງໄວ້ຮັບປະທານພາຍໃນຄອບຄົວ, ສ່ວນໜຶ່ງແບ່ງປັນໃຫ້ຍາດພີ່ນ້ອງ ແລະ ມິດສະຫາຍ ສ່ວນໜຶ່ງກຽມໄວ້ເຮັດບຸນຕັກບາດ ແລະ ຖວາຍທານແກ່ພະສົງ ເພື່ອອຸທິດສ່ວນກຸສົນໃຫ້ແກ່ຜູ້ລ່ວງລັບ. ຂອງມື້ເດືອນ 9 ດັບ ເອີ້ນວ່າບຸນຫໍ່ເຂົ້າປະດັບດິນ.
ສຳລັບສ່ວນທີ່ນຳໄປຫໍ່ເຂົ້າປະດັບດິນ ຈະນຳໃບຕອງກ້ວຍມາຫໍ່ເປັນຫໍ່ນ້ອຍ ຫລື ຫໍ່ໃຫຍ່ຕາມຄວາມເໝາະສົມ ພາຍໃນບັນຈຸອາຫານຄາວ-ຫວານ, ເຂົ້າຕົ້ມ, ເຂົ້າໜົມ, ໝາກໄມ້, ຊີ້ນແຫ້ງ, ປາແຫ້ງ ແລະ ເຄື່ອງທານຕ່າງໆ. ຈາກນັ້ນ ຈະນຳໄປວາງຕາມພື້ນດິນ ຕາມຫຍ້າ ຕາມເຫງົ້າຕົ້ນໄມ້, ໜ້າເຮືອນຂອງຕົນເອງ, ບໍລິເວນທາດເຈດີ ຫລື ບ່ອນອື່ນໆຕາມຄວາມເໝາະສົມ ຕັ້ງແຕ່ເວລາປະມານ 4-5 ໂມງເຊົ້າ ຂອງມື້ເດືອນ 9 ດັບ ເພື່ອໃຫ້ພໍ່ແມ່ ປູ່ຍາຕາທວດມາຮັບເອົາຂອງທານ.
ໂດຍ: ລູກສາວຫລ້າ
KPL