ຂປລ
ໃນລະຫວ່າງວັນທີ 23 ສິງຫາ-1 ກັນຍາ 2026, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ຫສຊ) ພ້ອມດ້ວຍຄະນະ ລົງຕິດຕາມ ແລະ ຊຸກຍູ້ວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງວ່າການສະພາປະຊາຊົນແຂວງ (ສພຂ) 7 ແຂວງພາກກາງ ແລະ ພາກໃຕ້ ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ ແລະ ຈໍາປາສັກ ຕາມລຳດັບ ເພື່ອກວດກາ ແລະ ຊຸກຍູ້ການປັບປຸງກົງຈັກການຈັດຕັ້ງ, ການບັນຈຸ-ສັບຊ້ອນບຸກຄະລາກອນ ຂອງ ສພຂ, ຄະນະສະມາຊິກສະພາປະຊາຊົນແຂວງ (ຄສຂ) ປະຈໍາເຂດເລືອກຕັ້ງເມືອງ ແລະ ຫ້ອງການ ຄສຂ ປະຈໍາເມືອງ ໃຫ້ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ຢ່າງມີຄຸນນະພາບ ແລະ ເພີ່ມປະສິດທິພາບໃນການປະຕິບັດວຽກງານ.
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ພ້ອມຄະນະ ໄດ້ເຂົ້າພົບປະເລຂາພັກແຂວງ ເພື່ອລາຍງານຈຸດປະສົງຂອງການເຄື່ອນໄຫວວຽກງານ. ພ້ອມນີ້, ຍັງໄດ້ຈັດກອງປະຊຸມເຮັດວຽກຮ່ວມກັບຄະນະປະທານ, ຄະນະຫ້ອງວ່າການ ແລະ ພະນັກງານທີ່ກ່ຽວຂ້ອງຂອງສະພາປະຊາຊົນແຂວງ ເພື່ອຮັບຟັງລາຍງານການປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຕໍາແໜ່ງງານ, ແລກປ່ຽນບົດຮຽນ ພ້ອມທັງຄົ້ນຄວ້າວິທີການແກ້ໄຂຂໍ້ຫຍຸ້ງຍາກ ເພື່ອເຮັດໃຫ້ການປະຕິບັດວຽກງານຂົງເຂດຫ້ອງວ່າການ ສພຂ ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ມີປະສິດທິຜົນສູງຂຶ້ນ.
ນອກຈາກນີ້, ຄະນະຍັງໄດ້ລົງພົບປະປະຊາຊົນ ເພື່ອມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຢາປົວພະຍາດ ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ແລະ ຜູ້ປະສົບໄພພິບັດທາງທຳມະຊາດ ຢູ່ເມືອງລະມາມ ແຂວງເຊກອງ ລວມມູນຄ່າ 202 ລ້ານກີບ.
ພາຍຫຼັງສໍາເລັດການເຄື່ອນໄຫວວຽກງານ, ຈະໄດ້ສັງລວມບົດລາຍງານຢ່າງລະອຽດ ເພື່ອສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ແລະ ໃຫ້ທິດຊີ້ນໍາໃນຂັ້ນຕໍ່ໄປ.
ຂ່າວ: ອານຸສອນ ພູມມີທອນ
KPL