ອີຣານ ຈະປະກາດ ຊ່ອງແຄບຮໍມູສ ເປັນ “ເຂດຫ້າມ” ໃນອີກບໍ່ເທົ່າໃດມື້ຂ້າງໜ້າ

08/09/2026 14:52
ຂປລ ​ທ່ານ​ ໂມ​ເຊນ ເຣ​ຊາ​ອີ ເລ​ຂາ​ທິ​ການ​ ຄະ​ນະ​ກຳ​ມະ​ການ ​ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ​ສູງ​ສຸດ ​ອີ​ຣານ ໄດ້​ກ່າວ​ວ່າ: ​ໃນ​ອີກ​ບໍ່​ໃດ​ມື້ຂ້າງ​ໜ້າ​ນີ້, ອີ​ຣານ ຈະ​ປະ​ກາດ​ ຊ່ອງ​ແຄບ​ຮໍ​ມູ​ສ ​ເປັນ “ເຂດ​ຫ້າມເຂົ້າ” ​.“ເຂດ​ຫ້າມ​ເຂົ້າ”

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ​ ໂມ​ເຊນ ເຣ​ຊາ​ອີ ເລ​ຂາ​ທິ​ການ​ ຄະ​ນະ​ກຳ​ມະ​ການ ​ຄວາມ​ໝັ້ນ​ຄົງ​ ແຫ່ງ​ຊາດ​ສູງ​ສຸດ ​ອີ​ຣານ ໄດ້​ກ່າວ​ວ່າ: ​ໃນ​ອີກ​ບໍ່​ໃດ​ມື້ຂ້າງ​ໜ້າ​ນີ້, ອີ​ຣານ ຈະ​ປະ​ກາດ​ ຊ່ອງ​ແຄບ​ຮໍ​ມູ​ສ ​ເປັນເຂດ​ຫ້າມເຂົ້າ” ​.“ເຂດ​ຫ້າມ​ເຂົ້າດັ່ງ​ກ່າວ​ ຈະ​ນັບ​ຕາມ​ເສັ້ນ​ປິດ​ລ້ອມ​ ທາງ​ທະ​ເລຂອງກອງ​ທັ​ບ​ເຮືອ​ ອາ​ເມ​ຣິ​ກາ​ ໄປ​ເຖິງ​ນ່ານ​ນ້ຳ​ສ່ວນ​ໜຶ່ງ​ຢູ່​ພາຍ​ໃນ​ອ່າວ​ເປີ​ເຊຍ. ກຳ​ປັ່ນ​ໃດໆ​ທີ່​​ເຂົ້າ​ໄປໃນ ເຂດ​ຫ້າມ​ເຂົ້າດັ່ງ​ກ່າວ ລ້ວນ​ແຕ່​ ຈະ​ຖືກ​ຈັດ ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ ​ລົງ​ໂທດ​ຂອງ​ອີ​ຣານ. ທ່ານ ​ໂມ​ເຊນ ເຣ​ຊາ​ອີ ໄດ້ກ່າວ​ຕື່ມ​ວ່າ: ສັນ​ຍາ​ກ່ຽວ​ກັບ​ ແຜນ​ທີ່​ເດີນ​ເຮືອ​ ຕາມ​ຊ່ອງ​ແຄບ​ຮໍ​ມູ​ສ​ ລະ​ຫວ່າງ ​ອີ​ຣານ ​ກັບ ​ໂອ​ມານຈະ​ເຊັນ​ກັນ​ພາຍ​ໃນ​ອີກ ​ບໍ່​ເທົ່າ​ໃດ​ ມື້​ຂ້າງ​ໜ້າ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top