ຂປລ
ປຶ້ມ “ຄໍາບັນຍາຍໂດຍສັງເຂບ ກ່ຽວກັບ ແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ຄວາມສີວິໄລ ທາງລະບົບນິເວດ” ທີ່ຮຽບຮຽງ ໂດຍ ຄະນະໂຄສະ ນາອົບຮົມ ສູນກາງພັກ ກອມມູນິດຈີນ ແລະ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນ ໄດ້ ພິມຈໍາໜ່າຍໃນທົ່ວປະເທດຈີນ ໂດຍສໍານັກພິມຈໍາໜ່າຍການສຶກສາຊັ້ນສູງ ແລະ ສໍານັກພິມ ຈໍາໜ່າຍ ປະຊາຊົນ ຂອງ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ປຶ້ມ “ຄໍາບັນຍາຍໂດຍສັງເຂບ ກ່ຽວກັບ ແນວຄິດ ສີ ຈິ້ນຜິງ ວ່າດ້ວຍ ຄວາມສີວິໄລ ທາງລະບົບນິເວດ” ທີ່ຮຽບຮຽງໂດຍ ຄະນະໂຄສະ ນາອົບຮົມ ສູນກາງພັກ ກອມມູນິດຈີນ ແລະ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມຈີນ ໄດ້ພິມຈໍາໜ່າຍໃນທົ່ວປະເທດຈີນ ໂດຍສໍານັກພິມຈໍາໜ່າຍການສຶກສາຊັ້ນສູງ ແລະ ສໍານັກພິມ ຈໍາໜ່າຍ ປະຊາຊົນຂອງ ສປ ຈີນ. ປຶ້ມດັ່ງກ່າວ ແບ່ງອອກເປັນ 9 ພາກ, ລວມທັງໝົດ ປະມານ 170.000 ຄໍາ ໂດຍໄດ້ບັນຍາຍ ຢ່າງເປັນລະບົບ ກ່ຽວກັບຄວາມໝາຍສໍາຄັນ, ເນື້ອໃນອັນອຸດົມສົມບູນ, ຄວາມ ຮຽກຮ້ອງຕ້ອງການ ດ້ານພຶດຕິກຳຕົວຈິງ ແລະ ອື່ນໆ ຂອງແນວຄິດ ສີ ຈິ້ນຜິງ ວ່າດ້ວຍຄວາມສີວິໄລ ທາງລະບົບນິເວດ ແລະ ໄດ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ແນວຄິດ ສີ ຈິ້ນຜິງ ວ່າດ້ວຍຄວາມ ສີວິ ໄລ ທາງລະບົບນິເວດ ເປັນສ່ວນປະກອບອັນສໍາຄັນ ຂອງແນວຄິດ ສີ ຈິ້ນຜິງ ກ່ຽວກັບ ສັງຄົມນິຍົມທີ່ມີສີສັນພິເສດຂອງ ສປ ຈີນ ໃນຍຸກໃໝ່, ເປັນການຍົກລະດັບ ທາງດ້ານທິດສະດີ ແລະ ຜົນສໍາ ເລັດ ດ້ານພຶດຕິກຳຕົວຈິງຂອງພັກກອມມູນິດຈີນ ໃນການຄົ້ນຫາການສ້າງຄວາມສີວິໄລ ທາງລະບົບນິເວດ ຢ່າງບໍ່ລົດລະ, ທັງເປັນບ່ອນອີງພື້ນຖານ ແລະ ຄູ່ມືການເຄື່ອນໄຫວ ຂອງການສ້າງຄວາມ ສີວິໄລ ທາງ ລະບົບນິເວດໃນຍຸກໃໝ່./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL