ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ກຽມສົ່ງນັກສຶກສາ ຮ່ວມແຂ່ງຂັນ "ມີຄາໂທຣນິກ" ລະດັບພາກພື້ນ

08/09/2026 13:31
ຂປລ ຂປລ. ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ (ວຕລຢ) ກໍາລັງຝຶກຊ້ອມນັກສຶກສາ ສາຂາ ມີຄາໂທຣນິກຢ່າງເຂັ້ມຂຸ້ນມາເປັນເວລາ 2 ເດືອນ ນັບແຕ່ເດືອນ ມິຖຸນາ 2026 ເປັນຕົ້ນມາ ເພື່ອກຽມຄວາມພ້ອມສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນ "ມີຄາໂທຣນິກ" ລະດັບພາກພື້ນ ຊຶ່ງຈະຈັດຂຶ້ນຢູ່ທີ່ປະເທດໄທ ໃນເດືອນທັນວາ ປີ 2026 ໂດຍ ຄາດວ່າຈະມີຫລາຍປະເທດໃນເຂດລຸ່ມນ້ຳຂອງເຂົ້າຮ່ວມ.

ຂປລ. ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ (ວຕລຢ)  ກໍາລັງຝຶກຊ້ອມນັກສຶກສາ ສາຂາ ມີຄາໂທຣນິກຢ່າງເຂັ້ມຂຸ້ນມາເປັນເວລາ 2 ເດືອນ ນັບແຕ່ເດືອນ ມິຖຸນາ 2026 ເປັນຕົ້ນມາ ເພື່ອກຽມຄວາມພ້ອມສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນ  "ມີຄາໂທຣນິກ" ລະດັບພາກພື້ນ ຊຶ່ງຈະຈັດຂຶ້ນຢູ່ທີ່ປະເທດໄທ ໃນເດືອນທັນວາ ປີ 2026 ໂດຍ ຄາດວ່າຈະມີຫລາຍປະເທດໃນເຂດລຸ່ມນ້ຳຂອງເຂົ້າຮ່ວມ.

ອາຈານ ເຕີ່ງ ມະຫາວົງ ໃຫ້ຮູ້ວ່າ: ສຳລັບການແຂ່ງຂັນຄັ້ງນີ້ ຖືວ່າເປັນຄັ້ງທຳອິດທີ່ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ໄດ້ສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ໂດຍການ ແຂ່ງຂັນ ແມ່ນເນັ້ນໃສ່ການຕິດຕັ້ງ ແລະ ອອກແບບລະບົບຄວບຄຸມອັດໂຕໂນມັດ ທີ່ເຊື່ອມໂຍງ 3 ພາກສ່ວນຫລັກ ເຂົ້າກັນຢ່າງເປັນລະບົບ ຄື: ລະບົບ PLC, ລະບົບກົນໄກ (Mechanics) ແລະ ຫຸ່ນຍົນອຸດສາຫະກຳ (Industrial Robots) ໃຫ້ສາມາດເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິພາບ. ທັງນີ້,​ການແຂ່ງຂັນມີຄວາມທ້າທາຍຫລາຍ ເນ່ືອງຈາກຫາກສ່ວນໃດສ່ວນໜຶ່ງມັນມີຄວາມຜິດພາດ ຫລື ບໍ່ລະອຽດ ໃນລະບົບນັ້ນກໍຄືບໍ່ສາມາດໃຊ້ງານໄດ້ເລີຍ. ສຳລັບໂຈດການແຂ່ງຂັນທີ່ໄດ້ຮັບມາ ເບື້ອງຕົ້ນປະມານ 60% ເທົ່ານັ້ນ, ສ່ວນທີ່ເຫລືອແມ່ນຕ້ອງອາໄສການແກ້ໄຂບັນຫາສະເພາະໜ້າຢູ່ສະໜາມແຂ່ງຂັນຕົວຈິງ. ປັດຈຸບັນ ການຝຶກຊ້ອມມີຄວາພ້ອມປະມານ 50% ແລະ ວຕລຢ ມີແຜນທີ່ຈະເຊີນນັກວິຊາການ ຈາກປະເທດໄທ ມາຊ່ວຍຝຶກຊ້ອມເພີ່ມເຕີມ ເພື່ອຍົກລະດັບທັກສະ ແລະ ຄວາມສາມາດຂອງນັກສຶກສາໃຫ້ມີຄວາມພ້ອມກ່ອນການແຂ່ງຂັນ.

ອາຈານ ເຕີ່ງ ມະຫາວົງ ກ່າວຕື່ມວ່າ: ນອກຈາກຄວາມຫວັງທີ່ຈະຍາດເອົາລາງວັນກັບຄືນມາສູ່ປະເທດຊາດແລ້ວ, ສິ່ງສໍາຄັນກວ່າແມ່ນການຍົກລະດັບປະສົບການ ໃຫ້ທັງຄູ-ອາຈານ ແລະ ນັກສຶກສາ ໄດ້ຮັບປະສົບການໃໝ່, ແລກປ່ຽນຄວາມຮູ້ ແລະ ຮຽນຮູ້ເຕັກນິກທີ່ທັນສະໄໝ ເພື່ອນຳປາປັບປຸງການຮຽນ-ການສອນ ຕະຫລອດຮອດການພັດທະນາທັກສະຂອງນັກສຶກສາໃນອະນາຄົດ.

ນາງ ສາຍສະໝອນ ໄຊຍະຫົງສາ ນັກສຶກສາ ວິຊາ ມີຄາໂທຣນິກ ປີ 2 ໃຫ້ຮູ້ວ່າ:  ຕົນເອງຮູ້ສຶກດີໃຈຫລາຍ ທີ່ໄດ້ເປັນໜຶ່ງໃນສາມຄົນ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້  ຊຶ່ງຖືວ່າເປັນໂອກາດທີ່ດີໃນການຫາປະສົບການ ແລະ ແລກປ່ຽນທັກສະໃໝ່ໆ ດ້ານເຕັກໂນໂລຊີໃຫ້ຫລາຍຂຶ້ນ. ແຕ່ເຖິງຢ່າງໃດ, ທີມຕົນເອງກໍຈະເຮັດສຸດຄວາມສາມາດ ເພື່ອສະແດງໃຫ້ເຫັນວ່າ ນັກສຶກສາລາວເຮົາ ກໍມີຄວາມຮູ້, ຄວາມສາມາດບໍ່ແພ້ຊາດໃດຄືກັນ. ສໍາລັບ ຄວາມຄາດຫວັງໃນການແຂ່ງຂັນຄັ້ງນີ້ ຕົນເອງກໍຫວັງສ້າງຜົນງານໃຫ້ດີທີ່ສຸດ, ເຖິງວ່າຜົນອອກມາຈະເປັນແນວໃດ ກໍພ້ອມຈະນໍາມາພັດທະນາເຂົ້າໃນການຮຽນ ແລະ ພັດທະນາຕົນເອງຕໍ່ໄປ.

ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ສ້າງຕັ້ງຂຶ້ນໃນປີ 1964, ປັດຈຸບັນມີ 2 ວິທະຍາເຂດ , ມີ 5 ພາກວິຊາ ແລະ15 ສາຂາວິຊາຊີບ ໂດຍເນັ້ນໃສ່ສາຂາ ຊ່າງອຸດສາຫະກໍາເປັນຫລັກ. ໃນໄລຍະຜ່ານມາ ໄດ້ຈັດການຮຽນ-ການສອນແບບຄວບຄູ່ ທຸກສາຂາວິຊາ ຮ່ວມກັບ 100 ກວ່າບໍລິສັດ ເພື່ອໃຫ້ນັກສຶກສາມີທັກສະສອດຄ່ອງກັບຕະຫລາດແຮງງານ.

KPL

ຂ່າວອື່ນໆ

    • “ເສື້ອຂາວກາຊ້າງ” ຜະລິດຕະພັນຄົນລາວ ຍົກລະດັບເຄື່ອງແບບນັກຮຽນບົດ-ສາລະຄະດີ

      “ເສື້ອຂາວກາຊ້າງ” ຜະລິດຕະພັນຄົນລາວ ຍົກລະດັບເຄື່ອງແບບນັກຮຽນ

      9/8/2026 1:26:56 PM

      ຂປລ. ຖ້າເວົ້າເຖິງສິນຄ້າທີ່ຄຸ້ນເຄີຍ ແລະ ຕອບໂຈດການນຳໃຊ້ໃນສັງຄົມລາວປັດຈຸບັນ "ເສື້ອຂາວກາຊ້າງ" ເປັນໜຶ່ງໃນຜະລິດຕະພັນທີ່ກຳລັງໄດ້ຮັບຄວາມສົນໃຈຈາກສັງຄົມ ໂດຍເປັນຜະລິດຕະພັນຈາກສີມືຄົນລາວ 100% ທີ່ມຸ່ງເນັ້ນຄຸນນະພາບ, ຄວາມທົນທານ ແລະ ຮູບແບບທີ່ເໝາະສົມກັບນັກຮຽນໃນຍຸກປັດຈຸບັນ.

    • ບຸນຫໍ່ເຂົ້າປະດັບດິນ ຮີດຄອງອັນດີງາມສືບທອດຈາກຮຸ່ນສູ່ຮຸ່ນບົດ-ສາລະຄະດີ

      ບຸນຫໍ່ເຂົ້າປະດັບດິນ ຮີດຄອງອັນດີງາມສືບທອດຈາກຮຸ່ນສູ່ຮຸ່ນ

      9/8/2026 1:23:22 PM

      ຂປລ. ເມື່ອເວົ້າເຖິງຮີດຄອງປະເພນີອັນດີງາມຂອງຄົນລາວ ບຸນຫໍ່ເຂົ້າປະດັບດິນ ນັບເປັນອີກປະເພນີໜຶ່ງທີ່ມີຄວາມໝາຍ ແລະ ສຳຄັນຕໍ່ວິຖີຊີວິດຂອງຊາວລາວ. ປະເພນີນີ້ໄດ້ຮັບການສືບທອດປະຕິບັດກັນມາຢ່າງຍາວນານ ແລະ ຖືເປັນເທສະການເຮັດບຸນອຸທິດສ່ວນກຸສົນໃຫ້ແກ່ບັນພະບຸລຸດ ແລະ ສັບພະສັດທັງຫລາຍ.

    • ຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອຸດົມໄຊບົດ-ສາລະຄະດີ

      ຮອງປະທານສະພາແຫ່ງຊາດຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອຸດົມໄຊ

      9/8/2026 11:47:50 AM

      ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 5-6 ກັນຍາ 2026, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ປະທານກໍາມາທິການວັດທະນະທໍາສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດພ້ອມດ້ວຍຄະນະເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເພື່ອຕິດຕາມສະພາບການເປັນຢູ່ ແລະ ສະແດງຄວາມເປັນຫ່ວງເປັນໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ຫລາຍເມືອງ ແລະ ຫລາຍບ້ານຂອງແຂວງອຸດົມໄຊ.

    • ຫ້ອງວ່າການສູນກາງພັກ ເຊື່ອມຊອມເອກະສານ ແລະ ຫວນຄືນວັນສຳຄັນຂອງພັກ-ຂອງຊາດບົດ-ສາລະຄະດີ

      ຫ້ອງວ່າການສູນກາງພັກ ເຊື່ອມຊອມເອກະສານ ແລະ ຫວນຄືນວັນສຳຄັນຂອງພັກ-ຂອງຊາດ

      9/8/2026 10:59:02 AM

      ຫ້ອງວ່າການສູນກາງພັກ (ຫສພ) ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ແລະ ຫວນຄືນວັນສຳຄັນຂອງພັກ- ຂອງຊາດ ໃນວັນທີ 7 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ມີຮອງຫົວໜ້າຫ້ອງວ່າການສູນກາງພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ-ພະນັກງານພາຍໃນ ຫສພ ເຂົ້າຮ່ວມ.

    • ຊົນເຜົ່າປະໂກະ ກັບວິຖີຊີວິດ ແລະ ຮີດຄອງອັນເປັນເອກະລັກບົດ-ສາລະຄະດີ

      ຊົນເຜົ່າປະໂກະ ກັບວິຖີຊີວິດ ແລະ ຮີດຄອງອັນເປັນເອກະລັກ

      9/7/2026 2:19:02 PM

      ຂປລ. ສປປ ລາວ ເປັນປະເທດທີ່ປະກອບດ້ວຍຫລາຍຊົນເຜົ່າ ໂດຍແຕ່ລະຊົນເຜົ່າລ້ວນມີພາສາ, ຂະນົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ ຊຶ່ງໄດ້ສືບທອດຈາກຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ. ໃນນັ້ນ, ຊົນເຜົ່າປະໂກະ ຫລື ໂປະໂກະ ເປັນອີກຊົນເຜົ່າໜຶ່ງທີ່ມີຮາກເຫງົ້າວັດທະນະທຳໂດດເດັ່ນ ແລະ ມີຮີດຄອງປະເພນີທີ່ໜ້າສົນໃຈ.

ads
ads

Top