ສປ ຈີນ ຈະຈັດງານວາງສະແດງການຄ້າດີຈີຕອນໂລກ ຄັ້ງທີ 5

08/09/2026 14:52
ຂປລ ງານ​ວາງ​ສະ​ແດງ​ ການ​ຄ້າ ​ດີ​ຈີ​ຕອນ​​ໂລກ ​ຄັ້ງ​ທີ 5 ຈະ​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫ​າງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ​ ໃນ​ລະ​ຫວ່າງ ວັນ​ທີ 23 ຫາ 27 ກັນ​ຍາ​ນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ກະຊວງ​ການ​ຄ້າ​ຈີນ ແລະ ອົງ​ການ​ປົກ​ຄອງ​ແຂວງ​ເຈີ້​ຈ່ຽງ​ ຂອງ ສປ ຈີນ ​ແຈ້ງ​ໃຫ້​ຮູ້​ວ່າ: ງານ​ວາງ​ສະ​ແດງ​ ການ​ຄ້າ ​ດີ​ຈີ​ຕອນ​​ໂລກ ​ຄັ້ງ​ທີ 5 ຈະ​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ຫ​າງ​ໂຈ່ວ ແຂວງ​ເຈີ້​ຈ່ຽງ​ ໃນ​ລະ​ຫວ່າງ ວັນ​ທີ 23 ຫາ 27 ກັນ​ຍາ​ນີ້. ໃນໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ, 200 ກວ່າແບບ​ຈຳ​ລອງ​ໃຫຍ່ ລະ​ດັບ​ແຖວ​ໜ້າ​ຂອງ​ໂລກ ຈະ​ເປີດ​ຕົວ​ແບບ​ລວມ​ສູນ. ຂະ​ນະ​ດຽວ​ກັນ, ຈະ​ຈັດ​ງານ​ແຂ່ງ​ຂັນ​ ການ​ເປີດລະ​ຫັດ​​ຕົ້ນ​ສະ​ບັບປັນ​ຍາ​ປະ​ດິດ​ໂລກ, ການ​ແຂ່ງ​ຂັນ​ການ​ປະ​ຍຸກ​ ໃຊ້​ປັ​ນ​ຍາ​ປະ​ດິດ​ ປະ​​ສານ​ກາຍ​ຍະ​ພາບ ແລະ​ ງານ​ແຂ່ງ​ຂັນ​ອື່ນໆ. ມາ​ເລ​ເຊຍ ແລະ ຮົງ​ກາ​ຣີ ຈະ​ເປັນ​ປະ​ເທດ​ກຽດ​ຕິ​ຍົດ​ ຂອງ​ງານ​ວາງ​ສະ​ແດງ​ໃນ​ຄັ້ງ​ນີ້. ມາ​ຮອດ ​ປັດ​ຈຸ​ບັນ, ມີ​ຜູ້​ຕາງ​ໜ້າ​ທີ່​ມາ​ຈາກ 121 ປະ​ເທດ ແລະ ເຂດ​ແຄວ້ນ, ລວມ​ທັງ 29 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ໄດ້​ຢືນ​ຢັນ​ຈະ​ເຂົ້າ​ຮ່ວມ, ວິ​ສາ​ຫະ​ກິດ​ ວາງ​ສະ​ແດງ​ ສາ​ກົນ​ ກວມ​ເອົາ ຫລາຍກວ່າ 20% ແລະ ຄະ​ນະ​ ວາງ​ສະ​ແດງ​ຕ່າງ​ປະ​ເທດ​ ມີ​ຈຳ​ນວນຫລາຍກວ່າ ​ຈຳ​ນວນ​ລວມ​ທັງ​ໝົດ ​ຂອງ​ປີ​ຜ່ານ​ມາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top