ຂປລ
ທ່ານ ອາລເບີຕຸສ ຊູໄລມານ ຫົວໜ້າສູນວິໄຈ ສະພາບ ພູມອາກາດ ແລະ ບັນຍາກາດ ເຊິ່ງສັງກັດ ສຳນັກງານວີໄຈ ແລະ ນະວັດຕະກໍາແຫ່ງຊາດ ອິນໂດເນເຊຍ ເປີດເຜີຍ ການພັດທະນາລະ ບົບ ເຝົ້າຕິດຕາມນ້ຳໃຕ້ດິນ
ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ອາລເບີຕຸສ ຊູໄລມານ ຫົວໜ້າສູນວິໄຈ ສະພາບ ພູມອາກາດ ແລະ ບັນຍາກາດ ເຊິ່ງສັງກັດ ສຳນັກງານວີໄຈ ແລະ ນະວັດຕະກໍາແຫ່ງຊາດ ອິນໂດເນເຊຍ ເປີດເຜີຍ ການພັດທະນາລະ ບົບ ເຝົ້າຕິດຕາມນ້ຳໃຕ້ດິນ ລວມເຖິງກວດຈັບ ການປ່ຽນແປງ ທີ່ກ່ຽວຂ້ອງ ແລະ ຕິດຕາມການປ່ອຍ ກາກບອນ ຈາກພື້ນທີ່ປ່າ ເພື່ອຫລຸດຜ່ອນ ຄວາມສ່ຽງ ໄຟໄໝ້ປ່າ ແລະ ທີ່ດິນ ໂດຍສະເພາະ ເຂດປ່າພຸ.
ທ່ານ ຊູໄລມານ ລະບຸວ່າ ຂໍ້ມູນ ລະດັບ ນ້ຳໃຕ້ດິນ ອາດຈະເປັນ ລະບົບເຕືອນໄພ ລ່ວງໜ້າ ເພື່ອລະບຸວ່າ ທີ່ດິນເລີ່ມສ່ຽງໄຟໄໝ້ເມື່ອໃດ ເນື່ອງຈາກ ລະດັບນ້ຳໃຕ້ດິນ ທີ່ຫລຸດລົງ ເຮັດໃຫ້ ພື້ນທີ່ ປ່າພຸ ແຫ້ງແລ້ງລົງ ໂດຍງານວິໄຈຫລ້າສຸດ ຂອງ ສຳນັກງານພົບວ່າ ປ່າພຸ ມີບົດບາດສຳຄັນ ຕໍ່ການຄວບຄຸມ ປະລິມານ ນໍ້າຝົນໃນພື້ນທີ່, ກັກເກັບ ກາກບອນ ປະລິມານຫລາຍ ແລະ ຮັກສາ ຄວາມສົມດຸນ ຂອງນ້ຳ ເຊິ່ງເຮັດໃຫ້ ປ່າພຸ ມີຄວາມສຳຄັນຕໍ່ການຮັບມື ກັບການປ່ຽນແປງ ສະພາບພູມອາກາດ./
KPL