ໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນກ່ຽວກັບການພັດທະນາ ນວ

04/09/2026 21:40
Email Print 1695
ຂປລ ກອງປະຊຸມພົບປະ ລະຫວ່າງ ຄະນະນໍາຈາກສະພາທິດສະດີສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະພັກ, ຄະນະນໍາ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈໍາການ), ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະກໍາມະການປົກຄອງເມືອງອ້ອມຂ້າງ ນວ ເຂົ້າຮ່ວມ.
ທ່ານ ຄໍາມອນ ຈັນທະຈິດ ໄດ້ກ່າວວ່າ: ການພົບປະຄັ້ງນີ້ ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ວິທີການພັດທະນານະຄອນຫຼວງວຽງຈັນ ທັງໃນດ້ານທິດສະດີ ແລະ ດ້ານການຈັດຕັ້ງປະຕິບັດຕົວຈິງ ໂດຍເນັ້ນໃສ່ການຮຽນຮູ້ຈາກປະສົບການຕົວຈິງ, ຜົນສໍາເລັດ, ບັນດາບົດຮຽນທີ່ມີຄຸນຄ່າ ລວມທັງບັນຫາ, ອຸປະສັກ ແລະ ແນວທາງແກ້ໄຂທີ່ໄດ້ຜ່ານການທົດລອງ ແລະ ນໍາໃຊ້ມາແລ້ວ, ທັງເປັນການເປີດໂອກາດໃຫ້ບັນດາວິຊາການ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມກັນສົນທະນາເຖິງແນວຄິດ, ຫຼັກການ ແລະ ວິທີການພັດທະນານະຄອນຫຼວງວຽງຈັນ ໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ, ສາມາດນໍາໄປໝູນໃຊ້ໃນວຽກງານ ແລະ ສ້າງຜົນປະໂຫຍດໄດ້ຢ່າງເປັນຮູບປະທໍາ.

ພ້ອມນີ້, ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ກໍໄດ້ຍົກໃຫ້ເຫັນການຂະຫຍາຍຕົວດ້ານເສດຖະກິດຂອງນະຄອນຫຼວງວຽງຈັນ ຊຶ່ງຢູ່ໃນລະດັບ 4,2% (ແຜນການປີ ໃຫ້ບັນລຸ 8%), ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 55.194,57 ຕື້ກີບ, ເທົ່າກັບ 54,95% (ແຜນການປີໃຫ້ບັນລຸ 100.427 ຕື້ກີບ), GDP ສະເລ່ຍຕໍ່ຫົວຄົນ 40,01 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ) ຊຶ່ງປັດໄຈຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວ ແມ່ນຂະແໜງກະສິກໍາ ຂະຫຍາຍຕົວໃນລະດັບ 3,1%, ວຽກງານທີ່ພົ້ນເດັ່ນແມ່ນການປູກຝັງ ຂະຫຍາຍຕົວ 3,84%, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 6,54%. ໃນນັ້ນ, ການຜະລິດອຸດສາຫະກໍາ ຂະຫຍາຍຕົວໃນລະດັບ 5,36%, ຂະແໜງການບໍລິການ ຂະຫຍາຍຕົວ 2,52%.

ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top