ຫາລືຈັດຕັ້ງປະຕິບັດຈຸດເສື່ອມສານການເງິນເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ

04/09/2026 21:54
Email Print 6084
ຂປລ ກອງປະຊຸມຄະນະຊີ້ນຳລວມ ການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ສິດທິຣົດ ຣາຊະພົນ ຮອງລັດຖະມົນຕີກະຊວງການເງິນ, ມີຜູ້ຕາງໜ້າຈາກບັນດາກະຊວງ-ຂະແໜງການ ພ້ອມດ້ວຍຜູ້ຕາງໜ້າຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ທະນາຄານພັດທະນາອາຊີ (ADB) ເຂົ້າຮ່ວມ.
ຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ແມ່ນກົນໄກການປະສານງານໜຶ່ງ ທີ່ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ໃນປີ 2025, ໜ້າທີ່ຂອງຈຸດເຊື່ອມສານດັ່ງກ່າວ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປະສານງານ, ການລະດົມທຶນ, ໃຫ້ຄຳແນະນຳດ້ານນະໂຍບາຍ ແລະ ຈັດສັນການນຳໃຊ້ງົບປະມານ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງຢ່າງມີປະສິດທິຜົນ, ໃຫ້ສອດຄ່ອງກັບບັນດາບຸລິມະສິດການພັດທະນາແຫ່ງຊາດ ລວມທັງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC) ແລະ ແຜນງານແຫ່ງຊາດ ກ່ຽວກັບການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ (NAP).

ທ່ານ ສິດທິຣົດ ຣາຊະພົນ ໄດ້ເນັ້ນໜັກວ່າ: ວຽກງານການປ່ຽນແປງດິນຟ້າອາກາດ ແລະ ຄວາມຍືນຍົງ ແມ່ນບັນຫາຮີບດ່ວນລະດັບໂລກ ຂອງການພັດທະນາໃນຍຸກປັດຈຸບັນ ສຳລັບ ສປປ ລາວ ໂດຍສະເພາະໃນລະດູຝົນມັກເກີດໄພພິບັດທາງທຳມະຊາດ ໃນຫຼາຍເຂດແຂວງ ຊຶ່ງສົ່ງຜົນກະທົບຕໍ່ການສູນເສຍທາງເສດຖະກິດຫຼາຍສົມຄວນ. ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ສ້າງມາດຕະການຕ່າງໆເພື່ອຮັບມື ໂດຍຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໄດ້ຖືກສ້າງຕັ້ງຂຶ້ນພາຍໃຕ້ຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍໄດ້ຮັບການສະໜັບສະໜູນຕາມແຜນງານຮ່ວມຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ.

ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລືໃນ 3 ວຽກຫຼັກ ຄື: ນຳສະເໜີບົດບາດ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດຈຸດເຊື່ອມສານການເງິນ ເພື່ອການປ່ຽນແປງດິນຟ້າອາກາດ ແລະ ຍືນຍົງ ໃນໄລຍະຜ່ານມາ ແລະ ແຜນວຽກໃນຕໍ່ໜ້າ; ຮ່າງຍຸດທະສາດການເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030); ປຶກສາຫາລືແຜນການເຄື່ອນໄຫວ ແຕ່ນີ້ຮອດທ້າຍປີ 2026 ແລະ ແຜນປີ 2027.

KPL

ຂ່າວອື່ນໆ

    • ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດເສດຖະກິດ

      ລັດຖະບານສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ ເປັນປັດໄຈເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ

      10/9/2026 10:19:54 PM

      ປັດຈຸບັນລັດຖະບານ ໄດ້ກຳນົດເປົ້າໝາຍສູ້ຊົນໃຫ້ມີອັດຕາການຊົມໃຊ້ລົດໄຟຟ້າໃຫ້ບັນລຸຢ່າງໜ້ອຍ 30% ຂຶ້ນໄປໃນປີ 2030 ແລະ ໄດ້ຍົກລະດັບການສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານໃໝ່ (EV) ເປັນຍຸດທະສາດເພື່ອສ້າງຄວາມໝັ້ນຄົງທາງດ້ານເສດຖະກິດ. ສະນັ້ນ, ການຫັນປ່ຽນໄປສູ່ການນຳໃຊ້ລົດໄຟຟ້າຈຶ່ງບໍ່ແມ່ນທາງເລືອກ ແລະ ທາງລອດໃນໄລຍະຍາວ, ທັງມີຄວາມຈຳເປັນໃນການຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ ແລະ ຫັນມານຳໃຊ້ທ່າແຮງພະລັງງານໄຟຟ້ານໍ້າຕົກ ແລະ ພະລັງງານສະອາດທີ່ຜະລິດໄດ້ເອງພາຍໃນປະເທດແມ່ນຍຸດທະສາດທີ່ສຳຄັນຂອງການພັດທະນາຕາມທິດ ສອຈ.

    • ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດເສດຖະກິດ

      ຮສສ ສຸມໃສ່ພັດທະນາສີມືແຮງງານ ສ້າງວຽກເຮັດງານທຳໃຫ້ປະຊາຊົນທັງພາຍໃນ-ຕ່າງປະເທດ

      10/9/2026 10:07:26 PM

      ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສຸມໃສ່ພັດທະນາສີມືແຮງງານ, ສົ່ງເສີມການຈັດຫາວຽກເຮັດງານທຳ, ການປະກອບອາຊີບອິດສະລະ ແລະ ການຈ້າງງານໃນຊົນນະບົດ ເພື່ອສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແຮງງານລາວ ພ້ອມທັງວາງມາດຕະການຄຸ້ມຄອງແຮງງານຕ່າງປະເທດ ແນໃສ່ແກ້ໄຂບັນຫາການຂາດແຄນແຮງງານ ແລະ ການລັກລອບເຂົ້າມາເຮັດວຽກຢ່າງບໍ່ຖືກຕ້ອງ.

    • ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນເສດຖະກິດ

      ລົງນາມຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນ

      10/8/2026 10:07:32 AM

      ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ບໍລິສັດສູນລະຫັດສິນຄ້າລາວ ຈຳກັດ (GS1 Laos) ເຊັນບົດບັນທຶກຮ່ວມມືສົ່ງເສີມການນຳໃຊ້ມາດຕະຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026ເສດຖະກິດ

      ເອດີບີ ຄາດຄະເນເສດຖະກິດລາວຈະຂະຫຍາຍໂຕ 4% ໃນປີ 2026

      9/24/2026 5:45:55 PM

      ອີງຕາມບົດລາຍງານ ທ່າອ່ຽງການພັດທະນາອາຊີ ສະບັບຫຼ້າສຸດ ທີ່ທະນາຄານພັດທະນາອາຊີ (ADB) ເຜີຍແຜ່ໃນວັນທີ 23 ກັນຍາ 2026 ໃຫ້ຮູ້ວ່າ: ການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຄາດວ່າຈະຢູ່ໃນລະດັບ 4% ໃນປີ 2026 ກ່ອນຈະປັບຕົວດີຂຶ້ນເປັນ 4,5% ໃນປີ 2027, ເຖິງວ່າສະຖຽນລະພາບດ້ານເສດຖະກິດມະຫາພາກຈະດີຂຶ້ນ ສປປ ລາວ ຍັງຄົງມີຄວາມບອບບາງ ຕໍ່ແຮງກະທົບຈາກພາຍນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບສະພາບດິນຟ້າອາກາດ.

    • ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າເສດຖະກິດ

      ຊຸກຍູ້ການຜະລິດພືດຜັກ ເພື່ອສະໜອງການບໍລິໂພກພາຍໃນ ຫຼຸດຜ່ອນການນຳເຂົ້າ

      9/16/2026 9:42:35 AM

      ແຫຼ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະປົກຄອງແຂວງບໍ່ແກ້ວ ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ລົງຕິດຕາມຊຸກຍູ້ການຜະລິດພືດຜັກຂອງປະຊາຊົນ ຢູ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ປະຊາຊົນ ເພີ່ມການຜະລິດພືດຜັກທີ່ມີຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ໃນການສະໜອງໃຫ້ການບໍລິໂພກພາຍໃນແຂວງຢ່າງພຽງພໍ ເພື່ອຫຼຸດຜ່ອນການນຳເຂົ້າພືດຜັກຈາກຕ່າງປະເທດ.

ads
ads

Top