ລັດຖະບານເນປານ ຂອບໃຈຢ່າງຈິງໃຈຕໍ່ ສປ ຈີນ ສຳລັບ ການຊ່ວຍເຫລືອທີ່ເອື້ອເຟື້ອເຜື່ອແຜ່ໄລຍະວິກິດ

04/09/2026 18:06
Email Print 102
ຂປລ ໃນເວລາພົບປະກັບ ທ່ານ ຈ່າງເມົ້າມີງ ເອກອັກຄະລັດຖະທູດຈີນ ປະຈຳ ເນປານ,ທ່ານຊີລິສ ຄານານ ລັດຖະມົນຕີກະຊວງການຕ່າງປະເທດເນປານ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ສປ ຈີນ ສຳລັບການຊ່ວຍເຫລືອທີ່ເອື້ອເຟື້ອເຜື່ອແຜ່ ໃນໄລຍະວິກິດ,ພ້ອມທັງ ໄດ້ຕາງໜ້າລັດຖະບານເນປານ ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊື້ງຕໍ່ລັດຖະບານຈີນ ແລະ ປະຊາຊົນຈີນ.

   ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 3 ກັນຍານີ້, ໃນເວລາພົບປະກັບ ທ່ານ ຈ່າງເມົ້າມີງ ເອກອັກຄະລັດຖະທູດຈີນ ປະຈຳ ເນປານ,ທ່ານຊີລິສ ຄານານ ລັດຖະມົນຕີກະຊວງການຕ່າງປະເທດເນປານ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ສປ ຈີນ ສຳລັບການຊ່ວຍເຫລືອທີ່ເອື້ອເຟື້ອເຜື່ອແຜ່ ໃນໄລຍະວິກິດ,ພ້ອມທັງ ໄດ້ຕາງໜ້າລັດຖະບານເນປານ ສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊື້ງຕໍ່ລັດຖະບານຈີນ ແລະ ປະຊາຊົນຈີນ.ເນປານ ແລະ ສປ ຈີນ ຮ່ວມກັນຊົມໃຊ້ລະບົບນິເວດທຳມະຊາດ ຂອງພູຫິມະໄລ, ທັງເປັນປະເທດ ທີ່ໄດ້ຮັບຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ.ເນປານເຫັນດີນຳແນະຄິດຂອງ ສປ ຈີນ ທີ່ວ່າການແກ້ໄຂການປ່ຽນແປງຂອງດິນຟ້າອາກາດ ແມ່ນຄວາມຮັບຜິດຊອບຮ່ວມຂອງປະຊາຄົມໂລກ. ທ່ານ ຈ່າງເມົ້າມີງ ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດ ແມ່ນສິ່ງທ້າທາຍຮ່ວມ ຂອງມວນມະນຸດ,ບ່ມີປະເທດໃດສາມາດຫລີກລ່ຽງ ຜົນກະທົບຈາກມັນ.ສປ ຈີນ ຍິນດີສືບຕໍ່ສຸມຄວາມພະຍາຍາມຮ່ວມກັບປະຊາຊົນໂລກ ເຊິ່ງລວມທັງ ເນປານ, ເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມື ເພື່ອປ້ອງກັນ ແລະ ຫລຸດຜ່ອນຜົນກະທົບທາງລົບ ຈາກການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິພາບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top