ກຳປູເຈຍ ພັດທະນາແຜນຍຸດທະສາດ 10 ປີ ເພື່ອກຳຈັດມິ້ນ-ວັດຖຸລະເບີດຕ່າງໆ

04/09/2026 14:36
Email Print 130
ຂປລ ກຳປູເຈຍ ໄດ້ປະກາດ ເລີ່ມປະຕິບັດ “ນະໂຍບາຍກຳຈັດມິ້ນ ແຫ່ງຊາດ 2026-2035”,ໂດຍກຳນົດ ແຜນດຳເນີນງານ 10 ປີ ເພື່ອກຳຈັດມິ້ນ ແລະ ວັດຖຸລະເບີດຕ່າງໆທີ່ຕົກຄ້າງ ຈາກສົງຄາມ ທີ່ຄົ້ນພົບທັງໝົດ ຢູ່ທົ່ວປະເທດ ກຳປູເຈຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 2 ກັນຍານີ້,ຢູ່ນະຄອນຫລວງ ພະນົມເປັນ, ກຳປູເຈຍ ໄດ້ປະກາດ ເລີ່ມປະຕິບັດນະໂຍບາຍກຳຈັດມິ້ນ ແຫ່ງຊາດ 2026-2035”,ໂດຍກຳນົດ ແຜນດຳເນີນງານ 10 ປີ ເພື່ອກຳຈັດມິ້ນ ແລະ ວັດຖຸລະເບີດຕ່າງໆທີ່ຕົກຄ້າງ ຈາກສົງຄາມ ທີ່ຄົ້ນພົບທັງໝົດ ຢູ່ທົ່ວປະເທດ ກຳປູເຈຍ.ໃນໄລຍະທີ່ ກຳປູເຈຍ ເຄື່ອນໄຫວເກັບກູ້ລະເບີດ ເພື່ອມະນຸດສະທຳ ລະຫວ່າງ ປີ 1992 ຫາ 2025,ສາມາດເກັບກູ້ລະເບີດ ອອກຈາກພື້ນທີ່ ໄດ້ຮັບຜົນກະທົບ 3.541 ກິໂລຕາແມັດ, ແຕ່ຍັງມີພື້ນທີ່ 1.749 ກິໂລຕາແມັດ ໃນທົ່ວປະເທດກຳປູເຈຍ ໄດ້ຮັບຜົນກະທົບຢູ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top