ຂປລ
ຕອນເຊົ້າວັນທີ 1 ກັນຍາ 2026 ນີ້, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ ຈອມຄຳ ໄດ້ໄຂສົກຮຽນໃໝ່ ຢ່າງຄຶກຄື້ນ, ນ້ອງນັກຮຽນໄດ້ນຸ່ງເຄື່ອງແບບເປັນລະບຽບຮຽບຮ້ອຍ. ໃນຂະນະດຽວກັນ ບັນດາຄູ-ອາຈານ ກໍໄດ້ກຽມຄວາມພ້ອມດ້ານການຮຽນ-ການສອນ ແລະ ຕ້ອນຮັບນັກຮຽນກັບສູ່ຫ້ອງຮຽນ.
ທ່ານ ບຸນທ່ຽງ ສານສຸວັນ ຮອງຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນ ຈອມຄຳ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໂຮງຮຽນ ຈອມຄຳ ເປັນໂຮງຮຽນພາກເອກະຊົນ ປະກອບມີ 3 ຊັ້ນຮຽນຄື: ຊັ້ນລ້ຽງເດັກ-ອະນຸບານ, ຊັ້ນປະຖົມ ແລະ ຊັ້ນມັດທະຍົມສຶກສາສົມບູນ ຕັ້ງຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ດຳເນີນການຮຽນ-ການສອນ ຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ສຳລັບສົກຮຽນ 2026-2027 ມີນັກຮຽນທັງໝົດ 829 ຄົນ, ຍິງ 489 ຄົນ, ເພີ່ມຂຶ້ນຈາກສົກຮຽນຜ່ານມາ ປະມານ 80 ກວ່າຄົນ. ເຖິງວ່າປີນີ້, ຈຳນວນນັກຮຽນຈະເພີ່ມຂຶ້ນ ທາງໂຮງຮຽນໄດ້ກະກຽມອຸປະກອນການຮຽນ-ການສອນ, ຫ້ອງຮຽນ, ໂຕະ, ຕັ່ງ ແມ່ນມີພຽງພໍ, ສະເລ່ຍປະມານ 20-30 ກວ່າຄົນ/ຫ້ອງ, ບໍ່ເກີນ 40 ຄົນ. ນອກຈາກນີ້, ໂຮງຮຽນຈອມຄຳ ຍັງສາມາດຮອງຮັບນັກຮຽນໄດ້ສູງເຖິງ 1.000 ກວ່າຄົນ ແລະ ໃນອະນາຄົດຍັງຈະຂະຫຍາຍອາຄານຕື່ມ. ສຳລັບທິດທາງໃນຕໍ່ໜ້າ ໄດ້ວາງເປົ້າໝາຍການພັດທະນາໂຮງຮຽນແຫ່ງນີ້ ໃຫ້ກາຍເປັນໂຮງຮຽນຕົວແບບ ຊຶ່ງໄລຍະຜ່ານມາ, ທາງໂຮງຮຽນສາມາດຍາດໄດ້ໃບຢັ້ງຢືນເປັນ ໂຮງຮຽນດີເດັ່ນດ້ານໂຮງຮຽນສີຂຽວ ສະອາດ ແລະ ມີຄຸນນະພາບ, ໂຮງຮຽນປອດຢາເສບຕິດ ແລະ ອື່ນໆ.
ໃນໂອກາດເປີດສົກຮຽນໃໝ່, ທ້າວ ສຸພະກອນ ພົມມະຈັກ ນັກຮຽນຊັ້ນ ມ7 ໄດ້ໃຫ້ສຳພາດວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ ແລະ ດີໃຈທີ່ໄດ້ກັບມາພົບໝູ່ເພື່ອນ ຊຶ່ງກ່ອນໜ້ານີ້, ຕົນເອງກໍໄດ້ກຽມຄວາມພ້ອມດ້ານອຸປະກອນການຮຽນ, ເຄື່ອງນຸ່ງ, ປຶ້ມແບບຮຽນ ແລະ ອຸປະກອນຕ່າງໆ ໃຫ້ຖືກຕ້ອງຕາມລະບຽບຂອງໂຮງຮຽນວາງອອກ. ສິ່ງສຳຄັນແມ່ນຈະຕັ້ງໃຈຮ່ຳຮຽນ, ຟັງຄູ-ອາຈານ ອະທິບາຍບົດຮຽນ ຫາກມີຈຸດໃດທີ່ບໍ່ເຂົ້າໃຈ ກໍຈະຖາມຄູ-ອາຈານຄືນທັນທີ, ພ້ອມທັງຈົດບັນທຶກເນື້ອໃນສຳຄັນຕາມທີ່ຄູໄດ້ໝາຍໄວ້. ທັງນີ້, ກໍເພື່ອວາງເປົ້າໝາຍ ຢາກປະສົບຜົນສຳເລັດໃຫ້ໄດ້ໃບປະກາດແດງ ແລະ ເປັນນັກຮຽນເກັ່ງຮອບດ້ານ.
ນາງ ພຸດຊ້ອນ ອຸ່ນຫາ ນັກຮຽນຊັ້ນ ມ7 ໄດ້ກ່າວວ່າ: ຕົນເອງຄິດຮອດໂຮງຮຽນ, ຄິດຮອດໝູ່ເພື່ອນ ແລະ ຄູອາຈານທຸກໆຄົນ, ໃນສົກຮຽນໃໝ່ນີ້ ຕົນເອງຈະຕັ້ງໃຈຮຽນຮູ້ສິ່ງໃໝ່ໆ, ຕັ້ງໃຈຮ່ຳຮຽນ, ລວມທັງການເຂົ້າຮ່ວມກິດຈະກຳຕ່າງໆ ຂອງໂຮງຮຽນ ແລະ ຕັ້ງເປົ້າໝາຍຢາກສອບເສັງນັກຮຽນເກັ່ງ ໃຫ້ຕິດລະດັບນະຄອນຫຼວງ.
ຂ່າວ-ພາບ: ກິດຕາ
KPL