ຂປລ
ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ທ່ານ ປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 4 ກັນຍາ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ທ່ານ ປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 4 ກັນຍາ. ນີ້ແມ່ນການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ ຂອງ ທ່ານ ປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ ນັບແຕ່ເວລາ ມຽນມາ ຈັດຕັ້ງການເລືອກຕັ້ງທົ່ວປະເທດ ແລະ ສ້າງຕັ້ງລັດຖະບານຊຸດໃໝ່. ການຢ້ຽມຢາມ ແມ່ນເພື່ອແນໃສ່ ຊຸກຍູ້ການພົວພັນຮ່ວມມື ມິດຕະພາບ ຫວຽດນາມ-ມຽນມາ ຂຶ້ນສູ່ລະດັບສູງໃໝ່. ສສ ຫວຽດນາມ ແລະ ມຽນມາ ສ້າງຕັ້ງການພົວພັນ ທາງການທູດເມື່ອປີ 1975. ການພົວພັນສອງປະເທດໄດ້ຮັກສາແລກປ່ຽນ ຜ່ານບັນດາຊ່ອງທາງພົບປະ, ຮ່ວມມື ແລະ ແລກປ່ຽນເສດຖະກິດ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ວົງເງິນການຄ້າ ສອງຝ່າຍໃນປີ 2025 ບັນລຸ 590 ລ້ານໂດລາສະຫະລັດ, 6 ເດືອນຕົ້ນປີ 2026 ບັນລຸ 336 ລ້ານໂດລາສະຫະລັດ, (ເພີ່ມຂຶ້ນ 26% ເມື່ອທຽບໃສ່ກັບໄລຍະດຽວກັນ ຂອງປີກາຍນີ້). ໃນສະພາບການພົວພັນ ຫວຽດນາມ-ມຽນມາ ສືບຕໍ່ມີບັນດາບາດກ້າວໃໝ່, ເລື່ອງທ່ານປະທານາທິບໍດີ ມຽນມາ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໄດ້ສະແດງໃຫ້ເຫັນ ຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນປັບປຸງການພົວພັນ ມິດຕະພາບ, ຄູ່ຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL