ນັກກິລາຈີນ 815 ຄົນ ຈະເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20

04/09/2026 14:43
Email Print 148
ຂປລ ຄະນະນັກກິລາຈີນ ທີ່ເຂົ້າຮ່ວມງານ​ກິລາ​ເອ​ຊຽນ​ເກມ ຄັ້ງທີ 20 ໄດ້​ຈັດຕັ້ງຂຶ້ນຢູ່ ນະຄອນຫລວງປັກກິ່ງ. ຄະນະ​ດັ່ງ​ກ່າວ ປະກອບມີ 1.274 ຄົນ, ໃນນັ້ນ ມີນັກກິລາ 815 ຄົນ (ຍິງ 404 ຄົນ ແລະ ຊາຍ 411 ຄົນ), ຈະເຂົ້າຮ່ວມການແຂ່ງຂັນ 38 ​​ປະ​ເພດ​ກິ​ລາ ແລະ 369 ລາຍການ​.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 4 ​ກັນ​ຍານີ້, ຄະນະນັກກິລາຈີນ ທີ່ເຂົ້າຮ່ວມງານ​ກິລາ​ເອ​ຊຽນ​ເກມ ຄັ້ງທີ 20 ໄດ້​ຈັດຕັ້ງຂຶ້ນຢູ່ ນະຄອນຫລວງປັກກິ່ງ. ຄະນະ​ດັ່ງ​ກ່າວ ປະກອບມີ 1.274 ຄົນ, ໃນນັ້ນ ມີນັກກິລາ 815 ຄົນ (ຍິງ 404 ຄົນ ແລະ ຊາຍ 411 ຄົນ), ຈະເຂົ້າຮ່ວມການແຂ່ງຂັນ 38 ​​ປະ​ເພດ​ກິ​ລາ ແລະ 369 ລາຍການ​. ອາຍຸສະເລ່ຍຂອງນັກກິລາແມ່ນ 24 ປີ. ໃນບັນດານັກກິລາ ທີ່ເຂົ້າຮ່ວມ ການແຂ່ງ​ຂັນ, ມີ 548 ຄົນ​​ແມ່ນເຂົ້າຮ່ວມ ງານ​ກິລາ​ເອ​ຊຽນ​ເກມ ​ເປັນ​ເທື່ອທຳອິດ ແລະ 306 ຄົນເຄີຍເຂົ້າຮ່ວມການ​ແຂ່ງ​ຂັນ​ງານ​ກິ​ລາໂອລິມປິກ ຫລື ງານ​ກິລາ​ເອ​ຊຽນ​ເກມ​ມາ​ແລ້ວ. ງານ​ກິລາ​ເອ​ຊຽນ​ເກມ  ໄອ​ຊິ-ນາ​ໂກ​ຢາ ປີ 2026 ຈະຈັດຂຶ້ນ ​ຢ່າງ​ເປັນ​ທານງ​ການລະ​ຫວ່າງ ວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ​ໜ້ານີ້, ​ໂດຍ​ຈະມີ​ຊິງ​ໄຊຫລຽນ​ຄຳ ທັງໝົດ 469 ຫລຽນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top