ທ່ານ ໂດນັນ ທຣຳ ຢາກໃຫ້ ເອີຣົບ ຈ່າຍຄືນຄ່າອຸປະຖຳ ອູແກຣນ

04/09/2026 15:02
Email Print 156
ຂປລ ທ່ານ ​ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ກົດດັນ ​ຂອງ​ອຳ​ນາ​ດ​ການ​ປົກ​ຄອງ​ ຕໍ່​ກັບບັນ​ດາ​ພັນ​ທະ​ມິດ​ ເອີຣົບ ໃນ​ການ​ແບ່ງ​ປັນ ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ ອູແກຣນ ຫລາຍກວ່າ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ຖະ​ແຫລງ​ການ​ຂອງ​ ທ່ານ ​ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ອາ​ເມ​ລິ​ກາ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ກົດດັນ ​ຂອງ​ອຳ​ນາ​ດ​ການ​ປົກ​ຄອງ​ ຕໍ່​ກັບບັນ​ດາ​ພັນ​ທະ​ມິດ​ ເອີຣົບ ໃນ​ການ​ແບ່ງ​ປັນ ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ ອູແກຣນ ຫລາຍກວ່າ. ໃນ​ບົດ​ທີ່​ໄດ້​ເອົາ​ລົງ ​ສື່​ສັງ​ຄົມ ​ໃນ​ວັນ​ທີ 3 ກັ​ນ​ຍາ, ທ່ານ ​ໂດນັນ ທຣຳ ຖື​ວ່າ ເງິນ​ນັບ​ຮ້ອຍ​ຕື້ ໂດລາສະຫະລັດ ໄດ້​ສະ​ໜອງ​ຟ​ຣີ ໃຫ້​ແກ່​ ອູແກຣນ ແລະ ນາ​ໂຕ, ໃນ​ຂະ​ນະ​ທີ່​ ນີ້​ແມ່ນ​ບັນ​ດາ​ບ້ວງ​ເງິນ​ເຊິ່ງ ເອີ​ຣົບ ​ຕ້ອງ​ຈ່າຍ. ທ່ານ​ ປະ​ທາ​ນາ​ທິ​ບໍ​ດີ ສະຫະລັດ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ: ສະຫະລັດ ອາ​ເມ​ລິ​ກາ ຈະ​ຊອກ​ຫາ​ວິ​ທີ ​ການ​ເກັບ​ຈຳ​ນວນ​ເງິນ​ນີ້​ຄືນ, ເຖິງວ່າ​ໄດ້​ຍອມ​ຮັບວ່າ​ ການ​ກະ​ທຳ​ດັ່ງ​ກ່າວ ​ໄດ້​ດຳ​ເນີນຂ້ອນຂ້າງ​ຊ້າ​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top