ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ກອງປະຊຸມເວທີປຶກສາຫາລືທຸລະກິດພະລັງງານຈີນ-ຣັດເຊຍ ຄັ້ງທີ 8

04/09/2026 18:06
ຂປລ ກອງປະຊຸມເວທີປຶກສາຫາລືທຸລະກິດ ພະລັງງານຈີນ-ຣັດເຊຍ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນວະລາດີໂວສະຕັອກປະເທດຣັດເຊຍ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ກອງປະຊຸມດັ່ງກ່າວ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 4 ກັນຍານີ້, ກອງປະຊຸມເວທີປຶກສາຫາລືທຸລະກິດ ພະລັງງານຈີນ-ຣັດເຊຍ ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ນະຄອນວະລາດີໂວສະຕັອກປະເທດຣັດເຊຍ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງ ກອງປະຊຸມດັ່ງກ່າວ. ເນື້ອ​ໃນ​ສານລະ​ບຸ​ວ່າ: ປີ​ນີ້​ແມ່ນ​ປີ​ຄົບ​ຮອບ 30 ປີ​ ຂອງ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ ຄູ່​ຮ່ວມ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ ແລະ ປີ​ຄົບ​ຮອບ 25 ປີ​ຂອງ​ການ​ລົງ​ນາມ “​ສົນ​ທິ​ສັນ​ຍາ​​ວ່າ​ດ້ວຍ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ແລະ ການ​ຮ່ວມ​ມື​ ໄມ​ຕີ​ຈິດ​ມິດ​ຕະ​ພາບ​ ລະ​ຫວ່າງ ສປ ​ຈີນ-​ຣັດ​ເຊຍ”. ພາຍ​ໃຕ້​ການ​ປ່ຽນ​ແປງ​ທີ​​ສັບ​ສົນ​ຂອງ​ສະ​ຖາ​ນະ​ການ​ສາ​ກົນ, ສາຍ​ພົວ​ພັນ​ຄູ່​ຮ່ວມ​ປະ​ສານ​ງານ​ທາງ​ຍຸດ​ທະ​ສາດ​ຮອບ​ດ້ານ​ ໃນ​ຍຸກ​ໃໝ່​ລະ​ຫວ່າງ ສປ ​ຈີນ-ຣັດ​ເຊຍ​ ໄດ້​ຮັບ​ການ​ພັດ​ທະ​ນາ​ໃນ​ລະ​ດັບ​ສູງ, ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ລະ​ຫວ່າງ​ ສປ ຈີນ-ຣັດ​ເຊຍ​ ໄດ້​ຮັບ​ຜົນ​ສຳ​ເລັດ ​ທີ່​ອຸ​ດົມ​ສົມ​ບູນ, ຊຸກ​ຍູ້​​ການ​ພັດ​ທະ​ນາ​ຮ່ວມ​ກັນ ​ຂອງ​ສອງ​ປະ​ເທດ​ຢ່າງ​ເຂັ້ມ​ແຂງ ເຊິ່ງ​ກາຍ​ເປັນ​ແບບ​ຢ່າງ​ດ້ານ​ການ​ຮ່ວມ​ມື​ສອງ​ຝ່າຍ ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​.

ເນື້ອ​ໃນ​ສານ​ເນັ້ນ​ໜັກວ່າ: ​ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ດ້ານ​ພະ​ລັງ​ງານ​ສາ​ກົນ ​ໄດ້​ມີ​ການ​ປັບ​​ຕົວ​ຢ່າງ​ເລິກ​ເຊິ່ງ, ໂອ​ກາດ ແລະ ສິ່​ງ​ທ້າ​ທາຍ​​ກ່ຽວ​ພັນ​ກັນ. ຈີນຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ ຄວາມ​ໝັ້ນ​ທ່ຽງ ແລະ ​ການ​ດຳ​ເນີນ​ງານ​ທີ່​ດີຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ  ແລະ ຕ່ອງ​ໂສ້​ການສະ​ໜອງ​ດ້ານ​ພະ​ລັງ​ງານ. ໃນມື້​ດຽວ​ກັນ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ ກອງ​ປະ​ຊຸມ​ດັ່ງ​ກ່າວ​ເຊັ່ນ​​ດຽວກັນ./

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top