ໂຮນລັງ ເຄື່ອນຍ້າຍຄຳ 86 ໂຕນ ອອກຈາກຈາກ ສ.ອາເມລິກາ-ການາດາ

05/09/2026 09:37
ຂປລ ທະນາຄານກາງ ໂຮນລັງ (DNB) ຢືນຢັນວ່າ ໄດ້ເຄື່ອນຍ້າຍຄຳ ທີ່ມີມູນຄ່າ ຫລາຍພັນລ້ານ ໂດລາສະຫະລັດ ອອກຈາກ ສ.ອາເມລິກາ ແລະ ການາດາ ເພື່ອໄປເກັບ ຮັກສາໄວ້ ຢູ່ນະຄອນຫລວງລອນດອນ ປະເທດ ອັງກິດ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ອຳສແຕກດຳ ປະເທດໂຮນລັງ ເມື່ອວັນທີ 3 ກັນຍາວ່າ: ທະນາຄານກາງ ໂຮນລັງ (DNB) ຢືນຢັນວ່າ ໄດ້ເຄື່ອນຍ້າຍຄຳ ທີ່ມີມູນຄ່າ ຫລາຍພັນລ້ານ ໂດລາສະຫະລັດ ອອກຈາກ ສ.ອາເມລິກາ ແລະ ການາດາ ເພື່ອໄປເກັບ ຮັກສາໄວ້ ຢູ່ນະຄອນຫລວງລອນດອນ ປະເທດ ອັງກິດ ໂດຍໃຫ້ເຫດຜົນເຖິງ ຄວາມບໍ່ສະຫງົບ ທາງພູມສາດ ການເມືອງ ທີ່ເພີ່ມສູງຂຶ້ນ.

ໃນຂະນະດຽວກັນ, DNB ຍັງລະບຸວ່າ: ການປະຕິບັດ ດັ່ງກ່າວ ໄດ້ໃຊ້ເວລາ ຫລາຍເດືອນ ແລະ ເຄື່ອນຍ້າຍຄຳ ຈຳນວນ 86 ໂຕນ ອອກຈາກ ອາເມລິກາເໜືອ ເພື່ອໄປຝາກໄວ້ ກັບ ທະນາຄານກາງ ອັງກິດ (BOE) ເຊິ່ງເປັນສະຖານທີ່ ທີ່ສາມາດ ຊື້ຂາຍຄຳ ໄດ້ສະດວກກວ່າ ໃນກໍລະນີ ເກີດວິກິດ.

ທ່ານ ໂອລາຟ ສະໄລເປນ ປະທານ ທະນາຄານກາງ ໂຮນລັງ ລະບຸວ່າ: ການດໍາເນີນການ ໃນຄັ້ງນີ້ ມີຄວາມຈຳເປັນ ເພື່ອເສີມສ້າງ ຄວາມຢືດຢຸນ ແລະ ຄວາມພ້ອມຮັບມືກັບ ສະຖານະການຕ່າງໆ. ການເຄື່ອນໄຫວ ດັ່ງກ່າວ ໄດ້ເກີດຂຶ້ນ ທ່າມກາງ ຂໍ້ພິພາດ ທາງການຄ້າ ລະຫວ່າງ ສ.ອາເມລິກາ ແລະ ການາດາ ຫລັງຈາກ ການເຈລະຈາ ລົ້ມເຫລວ ແລະ ທັງສອງຝ່າຍ ໄດ້ປະກາດມາດຕະການ ພາສີອາກອນ ເພີ່ມເຕີມຕໍ່ກັນ.

ນອກຈາກນັ້ນ, ການເຄື່ອນຍ້າຍຄຳ ໄດ້ເກີດຂຶ້ນ ໃນລະຫວ່າງ ເດືອນມີນາ-ສິງຫາ ທີ່ຜ່ານມາ ໂດຍຄຳແທ່ງຈຳນວນ 27 ໂຕນ ຖືກນຳອອກຈາກ ນະຄອນນິວຢອກ ແລະ ນະຄອນຫລວງ ອົດຕາວາ ໄປຍັງ ເມືອງໄຊສ ໃນໂຮນລັງ, ຈາກນັ້ນຈຶ່ງຍ້າຍຄຳ ທີ່ມີປະລິມານ ແລະ ຄຸນນະພາບໃກ້ຄຽງກັນ ໄປຍັງນະຄອນຫລວງ ລອນດອນ ໂດຍບໍ່ຈຳເປັນຕ້ອງ ນຳຄຳ ແທ່ງໄປຫລອມ ./

KPL

ຂ່າວອື່ນໆ

ads
ads

Top