ຟີລິບປິນ ຕັ້ງໜ່ວຍງານພັດທະນາ ອຸດສາຫະກຳເຂົ້າ ຮັບມືຕົ້ນທືນເພີ່ມຂຶ້ນ-ຫລຸດລົງ

05/09/2026 09:37
ຂປລ ກະຊວງ ກະສິກຳ ຟີລິບປິນ ໄດ້ຈັດຫ້ອງການພັດທະນາ ອຸດສາຫະກຳເຂົ້າ ຊົ່ວຄາວ ເພື່ອຍົກລະດັບ ການປະ ສານງານ ແລະ ຂັບເຄື່ອນ ໂຄງການ ພັດທະນາເຂົ້າ ທົ່ວປະເທດ ໂດຍຫ້ອງການ ດັ່ງກ່າວ ຈະຄຸ້ມຄອງ ໂຄງ ການ ພາຍໃຕ້ ໂຄງການເຂົ້າ ແຫ່ງຊາດ

 

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້,  ກະຊວງ ກະສິກຳ ຟີລິບປິນ ໄດ້ຈັດຫ້ອງການພັດທະນາ ອຸດສາຫະກຳເຂົ້າ ຊົ່ວຄາວ ເພື່ອຍົກລະດັບ ການປະ ສານງານ ແລະ ຂັບເຄື່ອນ ໂຄງການ ພັດທະນາເຂົ້າ ທົ່ວປະເທດ ໂດຍຫ້ອງການ ດັ່ງກ່າວ ຈະຄຸ້ມຄອງ ໂຄງການ ພາຍໃຕ້ ໂຄງການເຂົ້າ ແຫ່ງຊາດ ແລະ ກອງທຶນ ເພື່ອເພີ່ມຂີດ ຄວາມສາມາດ ໃນການ ແຂ່ງຂັນ ຂອງ ອຸດສາຫະກຳເຂົ້າ ທ່າມກາງ ຄວາມທ້າທາຍ ຈາກຕົ້ນທຶນ ການຜະລິດ ທີ່ເພີ່ມສູງ, ໂຄງສ້າງພື້ນຖານ ພາຍຫລັງ ການເກັບກ່ຽວ ທີ່ບໍ່ພຽງພໍ ແລະ ຄວາມຕ້ອງການ ເພື່ອສົ່ງເສີມ ການເຮັດກະສິກຳ ທີ່ຮັບມືກັບການປ່ຽນແປງ ສະພາບ ພູມອາກາດໃຫ້ດີຂຶ້ນ.

ນອກຈາກນັ້ນ, ກະຊວງ ດັ່ງກ່າວ ຍັງລະບຸວ່າ ຫ້ອງການໃໝ່ນີ້ ຈະຊ່ວຍໃຫ້ ການບໍລິຫານ ຈັດການ ພາກສ່ວນເຂົ້າ ໃຫ້ມີປະສິດທິພາບຫລາຍຂຶ້ນ ໂດຍສະເພາະເຂົ້າ ເປັນອາຫານຫລັກ ຂອງ ຟີລິບປິນ  ເຊິ່ງເປັນ ປະເທດ ທີ່ມີປະຊາກອນ ຫລາຍກວ່າ 110 ລ້ານຄົນ ແລະ ລັດຖະບານ ຟີລິບປິນ ຍັງເນັ້ນໜັກເຖິງ ການດຳເນີນງານ ເພື່ອເພີ່ມຜົນຜະລິດເຂົ້າ ແລະ ຫລຸດຜ່ອນ ການເພິ່ງພາ ການນຳເຂົ້າ ຢ່າງຕໍ່ເນື່ອງ./

 

KPL

ຂ່າວອື່ນໆ

ads
ads

Top