ຕະຫລາດຫາດຊາຍຟອງ 999 ພັດທະນາເມືອງຫາດຊາຍຟອງ ໃຫ້ເຕີບໃຫຍ່ຢ່າງຍືນຍົງ

28/08/2026 08:55
Email Print 2134
ຂປລ ຕະຫລາດຊາຍຟອງ 999 ເປັນອີກສະຖານທີ່ໜຶ່ງທີ່ມີບົດບາດ ສໍາຄັນສ້າງຂຶ້ນເພື່ອສົ່ງເສີມການຄ້າ-ຂາຍ ແລະ ການສ້າງອາຊີບໃຫ້ ແກ່ປະຊາຊົນຢູ່ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ ດ້ວຍ ທີ່ຕັ້ງທີ່ເໝາະສົມ ແລະ ມີພໍ່ຄ້າ-ແມ່ ຄ້າເຂົ້າມາຈຳໜ່າຍສິນຄ້າຫລາຍ ປະເພດ, ທັງປະກອບສ່ວນພັດທະ ນາເມືອງຫາດຊາຍຟອງ ໃຫ້ມີການ ເຕີບໃຫຍ່ຂະຫຍາຍຕົວ ແລະ ມີການ ພັດທະນາຢ່າງຍືນຍົງ ຊຶ່ງຕະຫລາດ ດັ່ງກ່າວ ໄດ້ເປີດທົດລອງໃຫ້ບໍລິ ການໂດຍບໍ່ເສຍຄ່າ (ຟຣີ) ໃນກາງ ເດືອນກໍລະກົດ 2026 ຜ່ານມາ ແລະ ຈະເປີດຢ່າງເປັນທາງການໃນວັນທີ 9 ກັນຍາ 2026 ທີ່ຈະມາເຖິງນີ້.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ເຈົ້າຂອງຕະຫລາດຊາຍຟອງ 999 ໄດ້ໃຫ້ ສໍາພາດໃນວັນທີ 26 ສິງຫາ 2026 ນີ້ວ່າ: ຕະຫລາດຊາຍຟອງ 999 ເປັນຕະຫລາດ ສົດສ້າງຂຶ້ນເພື່ອສົ່ງເສີມຊາວຄ້າຂາຍ, ສ້າງໂອກາດໃນການປະກອບອາ ຊີບ ແລະ ປະກອບສ່ວນພັດທະນາເມືອງຫາດຊາຍ ຟອງ ໃຫ້ມີຄວາມຈະເລີນເຕີບໂຕ ແລະ ມີການພັດທະນາຢ່າງຍືນຍົງຕິດພັນກັບ ແຜນພັດທະນາເສດຖະກິດ-ສັງຄົມຂອງ ເມືອງຫາດຊາຍຟອງ ໃນການສົ່ງເສີມການ ຜະລິດ ແລະ ຈໍາໜ່າຍຜະລິດຕະພັນ ໂດຍ ໄດ້ເລີ່ມເປີດໃຫ້ແມ່ຄ້າ-ຊາວຂາຍນຳເອົາ ສິນຄ້າມາວາງຈຳໜ່າຍຟຣີໃນເບື້ອງຕົ້ນແຕ່ ວັນທີ 19 ກໍລະກົດ ເປັນຕົ້ນມາ ຊຶ່ງເຫັນ ວ່າມີຄວາມຄຶກຄື້ນ ແລະ ມີຜົນຕອບຮັບໄດ້ ດີຫລາຍ ແລະ ໃນວັນທີ 9 ກັນຍາ 2026 ນີ້ ຈະເປີດໃຫ້ບໍລິການຢ່າງເປັນທາງການ. ຕະຫລາດຊາຍຟອງ 999 ເປັນຕະ ຫລາດສົດ, ມີເນື້ອທີ່ກວ້າງຂວາງ, ມີສິ່ງ ອຳນວຍຄວາມສະດວກຕ່າງໆ, ມີສະຖານ ທີ່ຈອດລົດທີ່ກວ້າງຂວາງ, ສາມາດຮອງ ຮັບຊາວຄ້າ-ຂາຍ ໄດ້ຈຳນວນຫລາຍ, ປັດຈຸບັນມີແມ່ຄ້າ-ຊາວຂາຍ ນຳເອົາສິນ ຄ້າຫລາກຫລາຍປະເພດເຂົ້າມາວາງຂາຍ ຢ່າງຄຶກຄື້ນ ໂດຍໄດ້ຈັດແບ່ງຈຸດຂາຍສິນ ຄ້າແຕ່ລະປະເພດຢ່າງເປັນລະບົບ ເພື່ອ ຄວາມເປັນລະບຽບຮຽບຮ້ອຍເປັນຕົ້ນຈຸດ ເຄື່ອງແຫ້ງ, ອາຫານທະເລ, ຊິ້ນ, ປາ ແລະ ອື່ນໆ. ນອກນັ້ນ ຍັງມີຈຸດຂາຍອາຫານ ແລະ ເຄື່ອງດື່ມໄວ້ບໍລິການແກ່ລູກຄ້າ ໂດຍ ເປີດໃຫ້ບໍລິການແຕ່ວັນຈັນ-ວັນອາທິດ ເລີ່ມ ເວລາ 04:00-21:00 ໂມງ. ພ້ອມນີ້, ພາຍ ໃນຕະຫລາດຍັງມີຈຸດໃຫ້ບໍລິການສາກລົດ ໄຟຟ້າ ຕື່ມອີກ. ຢ່າງໃດກໍຕາມ ຕະຫລາດແຫ່ງນີ້, ນອກ ຈາກສົ່ງເສີມຊາວຄ້າ-ຂາຍ ແລະ ສ້າງອາ ຊີບໃຫ້ແກ່ປະຊາຊົນພາຍໃນເມືອງຫາດ ຊາຍຟອງແລ້ວ, ຍັງເປັນການປະກອບ ສ່ວນແກ້ໄຂຈັດສັນການຂາຍເຄື່ອງຂອງ ພໍ່ຄ້າ, ແມ່ຄ້າແບບຊະຊາຍໃຫ້ເປັນລະບຽບ ຮຽບຮ້ອຍ, ຫລຸດຜ່ອນການຈອດລົດແບບ ຊະຊາຍຕາມແຄມທາງ, ທັງເປັນການຍົກ ລະດັບການພັດທະນາເມືອງຫາດຊາຍ ຟອງ ກໍຄື ນະຄອນຫລວງວຽງຈັນ ໃຫ້ສວຍ ສົດງົດງາມ, ສ້າງແຮງດຶງດູດໃຫ້ແຂກ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມ ເບິ່ງວິຖີຊີວິດການເປັນຢູ່ຂອງຄົນລາວໃຫ້ ນັບມື້ນັບຫລາຍຂຶ້ນ. ນອກນັ້ນ, ພາຍໃນ ຕະຫລາດຍັງສ້າງຕັ້ງຫ້ອງການສະພາ ການຄ້າ ແລະ ອຸດສາຫະກຳເມືອງຫາດ ຊາຍຟອງຂຶ້ນຕື່ມ ເພື່ອເຕົ້າໂຮມຜູ້ປະກອບ ການທຸລະກິດໃຫ້ພາຍໃນເມືອງໃຫ້ມີຄວາມ ເຂັ້ມແຂງ ແລະ ຍືນຍົງຕື່ມອີກ. ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຍັງໄດ້ຍົກໃຫ້ເຫັນທີ່ມາຂອງການຕັ້ງຊື່ຕະ ຫລາດດັ່ງກ່າວ ຊຶ່ງການຕັ້ງຊື່ ຕະຫລາດ ຊາຍຟອງ 999 ເພື່ອເຊື່ອມໂຍງສາມຝ່າຍ ຄື: 9 ທີໜຶ່ງ ເຊື່ອມໂຍງການທ່ອງທ່ຽວ, 9 ທີ ສອງ ເຊື່ອມໂຍງຍຸກດີຈິຕອນ ແລະ 9 ທີສາມ ເຊື່ອມໂຍງຄວາມເຊື່ອເປັນສິລິມຸງຄຸນຄໍ້າຄູນ. ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top