ສປ ຈີນ ຈັດກອງປະຊຸມເພື່ອຄົ້ນຄວ້າຈັດວາງວຽກງານກູ້ໄພແລະແກ້ໄຂໄພພິບັດດິນພູເຈື່ອນ

28/08/2026 21:59
ຂປລ ຄະນະກຳມະການ ກົມ​ການ​ເມືອງ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ ​ຈັດ​ວາງວຽກ​ງານ​ກູ້​ໄພ ​ແລະ ​ແກ້​ໄຂ​ໄພ​ພິ​ບັດ​ ດິນ​ພູ​ເຈື່ອນ ​ທີ່​ເກີດ​ຂຶ້ນ ​ຢູ່​ເມືອງ​ກິ​ຣົງ ນະ​ຄອນ​ຊິ​ກັດ​ເຊເຂດ​ປົກ​ຄອງ​ຕົນ​ເອງ​ຊີ່ຈ້າງ.

        ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 28 ສິງ​ຫາ​ນີ້, ຄະນະກຳມະການ ກົມ​ການ​ເມືອງ​ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ ​ໄດ້​ຈັດ​ກອງ​ປະ​ຊຸມ​ເພື່ອ​ຄົ້ນ​ຄວ້າ ​ຈັດ​ວາງວຽກ​ງານ​ກູ້​ໄພ ​ແລະ ​ແກ້​ໄຂ​ໄພ​ພິ​ບັດ​ ດິນ​ພູ​ເຈື່ອນ ​ທີ່​ເກີດ​ຂຶ້ນ ​ຢູ່​ເມືອງ​ກິ​ຣົງ ນະ​ຄອນ​ຊິ​ກັດ​ເຊເຂດ​ປົກ​ຄອງ​ຕົນ​ເອງ​ຊີ່ຈ້າງ.ໂດຍມີ ທ່ານ ສີ ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​​ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ເປັນ​ປະ​ທານ​ກອງ​ປະ​ຊຸມດັ່ງ​ກ່າວ.

      ກ່ອນເລີ່ມກອງ​ປະ​ຊຸມ, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີ ​ຜູ້​ຮ່ວມ​ປະ​ຊຸມ​ທຸກ​ຄົນ​ລຸກ​ຂຶ້ນ ​ແລະ​ ກົ້ມ​ຫົວ​ສະ​ແດງ​ຄວາມ​ໄວ້​ອາ​ໄລ ​ແກ່​ຜູ້​ປະ​ສົບ​ໄພ​ຈາກ​ໄພ​ພິ​ບັດ​ດິນ​ພູ​ເຈື່ອນ ໃນຄັ້ງນີ້. ກອງ​ປະ​ຊຸມ​ຊີ້​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ການ​ນຳ​ພາ​ ທີ່​ເຂັ້ມ​ແຂງ​​ຂອງ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ພາຍ​ໃຕ້​ການ​ຊີ້​ນຳ​ ຈາກ​ໜ່ວຍ​ງານ ​ຂອງ​ລັດ​ຖະ​ບານ​ຈີນ, ເຂດ​ປົກ​ຄອງ​ຕົນ​ເອງ​ຊີ່​ຈ້າງ, ກະ​ຊວງ​ຄຸ້ມ​ຄອງ​ການ​ຮັບ​ມື​ສຸກ​ເສີນ​ ລວມ​ເຖິງ ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ອື່ນໆ ພ້ອມ​ດ້ວຍ ​ທີມ​ດັບ​ເພີງ ​ແລະ ​ກູ້​ໄພ​ ລວມ​ເຖິງ ​ກຳ​ລັງ​ຊ່ວຍ​ເຫລືອ​ມື​ອາ​ຊີບ​ອື່ນໆ​ ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ ກູ້​ໄພຢ່າ​ງວ່ອງ​ໄວ,ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ ແລະ​ ກອງ​ຕຳ​ຫລວດ​​ປະ​ກອບ​ອາ​ວຸດຂອງ​ ສປ ຈີນ​ ໄດ້​ຮັບ​ຄຳ​ສັ່ງ​ ແລະ ​ເດີນ​ທາງ​ໄປ​ຮອດ​ເຂດ​ປະ​ສົບ​ໄພ​ຢ່າງ​ທັນ​ການ,ວຽກ​ງານ​ກູ້​ໄພ​ ຄົ້ນ​ຫາ​ແລະ​ບັນ​ເທົາ​ທຸກ​ໄດ້​ດຳ​ເນີນ ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ການ​ຈັດ​ສັນ ​ທີ່​ຢູ່​ໃໝ່​ໃຫ້​ປະ​ຊາ​ຊົນ​ທີ່​ປະ​ສົບ​ໄພ​ ແລະ ​ວຽກ​ງານ​ຫລັງ​ໄພ​​ພິ​ບັດອື່ນໆ​ ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຮອບ​ດ້ານ. ກອງ​ປະ​ຊຸມ​ເນັ້ນ​ໜັກ​ວ່າ: ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ຕ້ອງ​ຍຶດ​ໝັ້ນ​ໃນ​ຫລັກ​ການ ​ທີ່​ໃຫ້​ຄວາມ​ສຳ​ຄັນ​ກັບ​ປະ​ຊາ​ຊົນ ​ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ,ປະ​ຕິ​ບັດ​ວຽກ​ງານ​ດ້ານ​ຕ່າງໆ​ຢ່າງ​ຈິງ​ຈັງ ​ດ້ວຍ​ມາດ​ຕະ​ການ​ທີ່​ເຂັ້ມ​ແຂງ​ແລະ​ເດັດ​ດ່ຽວ​ລວມ​ເຖິງວິ​ທີ​ທີ່​ຖືກ​ກັບ​ຫລັກ​ວິ​ທະ​ຍາ​ສາດ​ ແລະ ​ມີ​ປະ​ສິດ​ທິ​ພາບ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top