ຂປລ
ກຸ່ມບໍລິສັດ ລາວໂທລະຄົມ ຮ່ວມມືກັບ ບຸນເດັດລິກາ (Bundesliga) ຫລີກບານເຕະອັນດັບ 1 ປະເທດເຢຍລະມັນ ເພື່ອເອົາລິຂະສິດການຖ່າຍທອດສົດບານເຕະ Bundesliga ມາຖ່າຍທອດຜ່ານລະບົບແອວທີຊີເພ (LTC Play) ໃຫ້ແຟນບານຊາວລາວ ໄດ້ເບິ່ງໄດ້ຊົມ.
ຂປລ. ຊຶ່ງພິທີນຳສະເໜີລະບົບ LTC Play ຮູບໂສມໃໝ່ ຈັດຂຶ້ນໃນວັນທີ 1 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ວິເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ແວເນີ ໂກຣເຮ (Mr. Werner Grohé) ເລຂານຸການເອກສະຖານທູດເຢຍລະມັນ ປະຈຳລາວ, ທ່ານ ມະໂນ ນຸວັນນະສັກ ຫົວໜ້າຝ່າຍກົນລະຍຸດຂອງໂຄງການ Bundesliga ປະຈຳ Asia Pacific, ພ້ອມດ້ວຍຄູ່ຮ່ວມທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກຸ່ມບໍລິສັດ ລາວໂທລະຄົມ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນຳເອົາລິຂະສິດການຖ່າຍທອດສົດບານເຕະ Bundesliga ເຕັມຮູບແບບ ພ້ອມກັບການເປີດໂຕ ຂອງ LTC Play ໃນຮູບເເບບໃໝ່ ຢ່າງເປັນທາງການຢັ້ງຢືນເຖິງວິໄສທັດໃນການນຳເອົາກິລາບານ ເຕະລະດັບສາກົນ ແລະ ປະສົບການຄວາມບັນເທີງຮູບແບບໃໝ່ ມາສູ່ຜູ້ຊົມຊາວລາວ, ການຮ່ວມມື ກັບ Bundesliga ເປັນອີກໜຶ່ງບາດກ້າວສຳຄັນຂອງກຸ່ມບໍລິສັດ ລາວໂທລະຄົມ ໃນການຂະຫຍາຍສູ່ຕະຫລາດດີຈິຕອນ (Digital Content) ແລະ ບັນເທີງ (En-tertainment) ໂດຍການເນັ້ນການນຳເອົາກິລາບານເຕະລະດັບສາກົນ ມາໃຫ້ແຟນບານຊາວລາວ ໄດ້ສຳຜັດຢ່າງໃກ້ຊິດ ຜ່ານເຕັກໂນໂລຊີ ແລະ ແພລດຟອມດີຈິຕອນ.
ການຮ່ວມມືຄັ້ງນີ້, ບໍ່ໄດ້ຈໍາກັດພຽງແຕ່ການນຳເອົາປະສົບການດ້ານກິລາມາສູ່ຜູ້ເບິ່ງບານເຕະ ແຕ່ຍັງສະທ້ອນເຖິງວິໄສທັດຂອງກຸ່ມບໍລິສັດລາວໂທລະຄົມ ໃນການພັດທະນາ Digital Ecosystem ໃຫ້ຄົບວົງຈອນ, ພ້ອມສ້າງປະສົບການໃໝ່ໆໃຫ້ຜູ້ໃຊ້ງານ ດ້ວຍການນໍາເອົາຊື່ສຽງຈາກໜຶ່ງໃນຫລີກບານເຕະຊັ້ນນຳຂອງເອີຣົບ ມາປະສານກັບແພລດຟອມດີຈິຕອນຂອງ Lao Telecom, ຄວາມຮ່ວມມືນີ້ຈະເປັນອີກໜຶ່ງກ້າວສຳຄັນ ໃນການຍົກລະດັບ Digital En-tertainment ໃນປະເທດລາວ.
ຂ່າວ-ພາບ: ລາວໂທລະຄົມ
KPL