ຫສນຍ ຝຶກອົບຮົມວຽກງານການສະກັດກັ້ນ ແລະ ຕ້ານອັກຄີໄພ

28/08/2026 08:48
Email Print 2311
ຂປລ ຄະນະປ້ອງກັນພາຍໃນ ຫ້ອງການວ່າການສຳນັກງານນາ ຍົກລັດຖະມົນຕີ (ຫສນຍ) ຮ່ວມກັບກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພກະຊວງປ້ອງກັນ ຄວາມສະຫງົບ ຈັດຝຶກອົບຮົມວຽກງານການສະກັດກັ້ນ ແລະ ຕ້ານ ອັກຄີໄພໃຫ້ແກ່ພະນັກງານ ຫສນຍ ໃນວັນທີ 27 ສິງຫາ 2026

ໂດຍການເປັນປະທານຂອງທ່ານ ຄຳຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວ ໜ້າ ຫສນຍ, ມີວິທະຍາກອນຈາກກົມຕໍາ ຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ພ້ອມ ດ້ວຍບັນດາຫົວໜ້າກົມ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນພາຍໃນ ຫສນຍ ເຂົ້າຮ່ວມ. ຈຸດປະສົງການຝຶກອົບຮົມ ເພື່ອໃຫ້ພະ ນັກງານ-ລັດຖະກອນພາຍໃນ ຫສນຍ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຮູ້ ພື້ນຖານທາງດ້ານທິດສະດີ ແລະ ພຶດຕິ ກໍາຕົວຈິງໃນການສະກັດກັ້ນ ແລະ ຕ້ານ ອັກຄີໄພເປັນຕົ້ນວິທີປ້ອງກັນຄວາມສ່ຽງ ຕ່າງໆ, ການແຈ້ງເຕືອນ, ເຕັກນິກການ ມອດໄຟທີ່ຖືກວິທີ, ການນຳໃຊ້ເຄື່ອງມື- ອຸປະກອນແຕ່ລະຊະນິດເຂົ້າໃນການ ມອດໄຟ, ການບຳລຸງຮັກສາອຸປະກອນ ມອດໄຟ, ການປະສານງານມອດໄຟ, ການປະເມີນສະຖານະການກ່ອນເຂົ້າຄວບ ຄຸມເຫດ, ການຊ່ວຍຕົນເອງ ແລະ ຄົນ ອື່ນອົບພະຍົບອອກຈາກພື້ນທີ່ທີ່ເຫັນວ່າ ເຫດການຢູ່ເໜືອຄວາມສາມາດຄວບ ຄຸມ ແລະ ອື່ນໆ. ທັງນີ້, ກໍເພື່ອແນໃສ່ເຮັດ ໃຫ້ພະນັກງານ-ລັດຖະກອນກວມອັດຕາ ສ່ວນຫລາຍສາມາດແກ້ໄຂກໍລະນີສຸກ ເສີນກ່ຽວກັບບັນຫາອັກຄີໄພໄດ້ຢ່າງທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ສູງ. ນອກນັ້ນ, ກໍເພື່ອໄດ້ຮັບຮູ້ພັນທະໜ້າທີ່ ຂອງພົນລະເມືອງລາວທຸກຄົນຕໍ່ການສະ ກັດກັ້ນ ແລະ ຕ້ານອັກຄີໄພ ກໍຄື ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ໃນໂອກາດດັ່ງກ່າວ, ທ່ານປະທານ ກອງປະຊຸມໄດ້ຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງວຽກງານສະ ກັດກັ້ນ ແລະ ຕ້ານອັກຄີໄພ, ພ້ອມທັງ ເນັ້ນໃຫ້ຜູ້ເຂົ້າຮ່ວມຈົ່ງເພີ່ມທະວີຄວາມ ຮັບຜິດຊອບ ແລະ ເປັນເຈົ້າການຮຽນຮູ້ ເອົາເຕັກນິກດ້ານຕ່າງໆໃຫ້ສາມາດນໍາ ໄປປະຕິບັດຕົວຈິງໄດ້ຢ່າງມີປະສິດທິຜົນ ສູງ. ຄຽງຄູ່ກັນນັ້ນ, ຫສນຍ ຕ້ອງໄດ້ ກວດກາຄືນບັນດາອຸປະກອນດັບເພີງທີ່ມີ ຢູ່ໃນປັດຈຸບັນໃຫ້ສາມາດນໍາໃຊ້ໄດ້ເປັນ ປົກກະຕິ, ຫາກອັນໃດບໍ່ມີ ຫລື ບໍ່ຮັບປະກັນ ຕ້ອງຂຶ້ນແຜນຈັດຊື້ປ່ຽນຖ່າຍໄວ ເພື່ອ ຮັບປະກັນໃນການປ້ອງກັນເຫດຮ້າຍແຮງ, ປົກປັກຮັກສາຊີວິດ ແລະ ຊັບສິນໃຫ້ມີ ຄວາມປອດໄພ. ພາຍຫລັງສຳເລັດການຝຶກອົບຮົມທາງ ດ້ານທິດສະດີແລ້ວ, ຄະນະຮັບຜິດຊອບ ແລະ ວິທະຍາກອນໄດ້ສາທິດ ແລະ ໃຫ້ຜູ້ ເຂົ້າຮ່ວມປະຕິບັດການມອດໄຟຕົວຈິງຢູ່ ສະຖານທີ່ກຳນົດໄວ້ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

KPL

ຂ່າວອື່ນໆ

    • ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີວັດທະນະທຳ-ສັງຄົມ

      ປາຖະກະຖາວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ

      9/11/2026 10:02:44 AM

      ໃນວັນທີ 8 ກັນຍາ 2026, ສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ ແລະ ອົງການປົກຄອງເມືອງໄຊທານີ ຮ່ວມກັບສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ (9/9/1948-9/9/2026) ໂດຍການປາຖະກະຖາຂອງ ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ມີ ສະຫາຍ ນາງ ວິລະວອນ ພັນທະວົງ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາແຫ່ງຊາດ, ຮອງປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫຼີ, ສະຫາຍ ເພັດສົມພອນ ແສນສີ ຮອງເລຂາຄະນະບໍລິຫານງານພັກເມືອງ, ປະທານຄະນະກຳມະການປົກຄອງເມືອງໄຊທານີ, ມີຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນຕຳຫຼວດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີວັດທະນະທຳ-ສັງຄົມ

      ສະຫລອງວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ

      9/11/2026 9:52:25 AM

      ພິທີສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 60 ປີ “ການຮູ້ໜັງສືເພື່ອປະຊາຊົນ, ມວນມະນຸດໃນໂລກ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນໃນວັນທີ 8 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາອະດີດການນຳກະຊວງ, ການນຳພັກ-ລັດ, ຄະນະກຳມະການເພື່ອການຮຽນຮູ້ຕະຫຼອດຊີວິດແຫ່ງຊາດ, ການສຶກສາພາກເອກະຊົນ, ຕາງໜ້າຈາກກະຊວງ, ອົງການ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ, ຄູ-ອາຈານ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງວັດທະນະທຳ-ສັງຄົມ

      ການນຳເມືອງອາດສະພອນລົງຕິດຕາມສະພາບນໍ້າຖ້ວມຢູ່ພາຍໃນເມືອງ

      9/11/2026 9:42:21 AM

      ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ໃນວັນທີ 8 ກັນຍາ 2026, ທ່ານ ບຸນລັດ ລໍບານເຢັນ ເລຂາພັກເມືອງອາດສະພອນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງພື້ນທີ່ຕິດຕາມ ແລະ ກວດເບິ່ງສະພາບນໍ້າຖ້ວມຢູ່ຕາມເສັ້ນທາງສາຍບ້ານທາດດອກແກ້ວ ຫາ ບ້ານຜັກຂະຫຍ່າ ບໍລິເວນຂົວຫ້ວຍພຸງ ແລະ ເສັ້ນທາງຈາກບ້ານທາດດອກແກ້ວ ຫາ ບ້ານດົງນາງາມ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາ ແລະ ຕິດຕາມສະພາບນໍ້າຖ້ວມຢ່າງໃກ້ຊິດ ພ້ອມທັງປະເມີນສະພາບຄວາມເສຍຫາຍຂອງເສັ້ນທາງ, ຂົວ ແລະ ພື້ນຖານໂຄງລ່າງອື່ນໆ ທີ່ອາດໄດ້ຮັບຜົນກະທົບຈາກນໍ້າຖ້ວມ.

    • ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດວັດທະນະທຳ-ສັງຄົມ

      ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ

      9/11/2026 9:32:30 AM

      ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງແຜນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດ 2026-2035 ແລະ ວິໄສທັດຮອດປີ 2040 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ເພັດສະໝອນ ສອນ ຮອງລັດຖະມົນຕີກະຊວງການເງິນ, ຜູ້ຊີ້ນຳວຽກງານສູນສະຖິຕິແຫ່ງຊາດ, ມີຮອງຫົວໜ້າສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການພາຍໃນສູນສະຖິຕິແຫ່ງຊາດ ເຂົ້າຮ່ວມ.

    • ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດວັດທະນະທຳ-ສັງຄົມ

      ເປີດຮັບສະໝັກແຂ່ງຂັນສຽງເພງລາວທົ່ວປະເທດ

      9/8/2026 12:08:07 PM

      ໂທລະພາບແຫ່ງຊາດລາວ ຮ່ວມກັບ ບໍລິສັດ MSG ມິເດຍ ກຽມຈັດການແຂ່ງຂັນສຽງເພງລາວທົ່ວປະເທດ “ລາຍການດາວດວງໃໝ່ 2026” ,

ads
ads

Top