ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ລົງຕິດຕາມຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມ ຢູ່ອຸດົມໄຊ

03/09/2026 09:48
ຂປລ ວັນທີ 1 ກັນຍາ 2026 ນ້ີ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ພ້ອມດ້ວຍ ທ່ານ ໂພໄຊ ໄຊຍະສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງລົງເຄື່ອນໄຫວເຮັດວຽກຮ່ວມກັບຄະນະພັກ-ຄະນະນໍາແຂວງອຸດົມໄຊ,

    ຂປລ. ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ເມືອງ, ພ້ອມທັງໄດ້ມອບເງິນສົດ ສົມທົບເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນແຂວງ ຈໍານວນ 300 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 633 ລ້ານກີບ, ລວມມູນຄ່າທັງໝົດ 933 ລ້ານກີບ. ພ້ອມກັນນີ້, ກະຊວງປ້ອງກັນປະເທດ ກໍໄດ້ມອບເງິນ 200 ລ້ານກີບ, ກຸ່ມບໍລິສັດພົງຊັບທະວີ 300 ລ້ານກີບ, ບໍລິສັດ ຮ່ວມມືພັດທະນາສາກໄນ 100 ລ້ານກີບ, ບໍລິສັດ ແອວໄອທີໂຊລູຊັບ 100 ລ້ານກີບ, ບໍລິສັດ ໄຊອີນເຕີ ຈໍາກັດ ແຂວງ ອຸດົມໄຊ 100 ລ້ານກີບ ໃຫ້ແກ່ແຂວງອຸດົມໄຊ ເພື່ອຊ່ວຍເຫລືອຜູ້ປະສົບໄພ.

    ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງອຸດົມໄຊ ໄດ້ລາຍງານກ່ຽວກັບສະພາບນໍ້າຖ້ວມທີ່ເກີດຂຶ້ນຢູ່ ແຂວງອຸດົມໄຊ ໃນໄລຍະທ້າຍເດືອນກໍລະກົດ ຈົນມາຮອດທ້າຍເດືອນສິງຫາ 2026 ແຂວງອຸດົມໄຊ ມີຝົນຕົກໜັກຕໍ່ເນື່ອງເປັນເວລາຫລາຍວັນ ສົ່ງຜົນໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆ ຂອງແຂວງເພີ່ມຂຶ້ນຢ່າງໄວວາ ແລະ ສູງກວ່າລະດັບເຕືອນໄພ. ສະເພາະເດືອນສິງຫານີ້, ມີສະພາບນໍ້າຖ້ວມເກີດຂຶ້ນທັງໝົດ 3 ຄັ້ງຄື: ວັນທີ 7-8 ສິງຫາ 2026 ເກີດນໍ້າຖ້ວມ ຢູ່ເມືອງນາໝໍ້, ເມືອງງາ ຊຶ່ງສ້າງຜົນກະທົບຕໍ່ເສັ້ນທາງຄົມມະນາຄົມ, ພື້ນທີ່ທໍາການຜະລິດ, ເຮືອນຊານປະຊາຊົນ ແລະ ຕາຂ່າຍໄຟຟ້າ; ວັນທີ 19 ສິງຫາ 2026 ໄດ້ເກີດນໍ້າໄຫລຊຸ ຢູ່ເມືອງແບງ ສົ່ງຜົນກະທົບໜັກຢູ່ 3 ບ້ານ, ສ້າງຜົນເສຍຫາຍດ້ານທີ່ຢູ່ອາໄສ, ເສັ້ນທາງຄົມມະນາຄົມ, ລະບົບນໍ້າປະປາ, ໂຮງໝໍ, ເນື້ອທີ່ທຳການຜະລິດ, ລະບົບຊົນລະປະທານ. ນອກນ້ີ, ຢູ່ເມືອງຮຸນ ໄດ້ເກີດສະພາບນໍ້າໄຫລນອງຈຸດ ຂົວວັງລໍ່າ ມີລົດບັນທຸກແລ່ນຜ່ານແລ້ວຕົກຂົວ ເຮັດໃຫ້ເກີດມີຜູ້ເສຍຊີ ວິດ 1 ຄົນ (ຄົນຈີນ) ແລະ ວັນທີ 29-30 ສິງຫາ 2026 ໄດ້ເກີດຝົນ ຕົກຢ່າງຕໍ່ເນື່ອງ ເຮັດໃຫ້ມີສະພາບ ນໍ້າຖ້ວມ ຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ ລັກສະນະນໍ້າໄຫລ ຊຸກະທັນຫັນໃນຕອນເດິກ ຊຶ່ງເມືອງ ໄຊ ໄດ້ຮັບຜົນກະທົບເປັນວົງກວ້າງ ພໍສົມຄວນ. ຕາມການສັງຮວມໃນ ເບື້ອງຕົ້ນ ແມ່ນກັນເຈື່ອນນໍ້າກໍຈຸດ ພະແນກສຶກສາ, ຣີສອດຂອງພາກທຸລະກິດ (ນໍ້າກັດ, ນໍ້າພາກ), ທີ່ຢູ່ອາໄສຂອງປະຊາຊົນ, ຫ້ອງການຂອງພາກລັດ, ໂຮງຮຽນ, ເສັ້ນທາງຄົມມະນາຄົມ, ຂົວ, ຕາຂ່າຍໄຟຟ້າ ແລະ ລະບົບການສື່ສານ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ພາຫະນະ (ລົດໃຫຍ່-ລົດຈັກ) ແລະ ອື່ນໆ ລວມຜົນກະທົບໃນ 2 ຄັ້ງຜ່ານມາ ມີ 4 ເມືອງ (ເມືອງແບງ, ເມືອງນາໝໍ້, ເມືອງງາ ແລະ ເມືອງຫລາ), ມີ ທັງໝົດ 35 ບ້ານ ກວມເອົາ 688 ຄອບຄົວ, ປະຊາຊົນໄດ້ຮັບຜົນກະທົບທັງໝົດ 3.985 ຄົນ, ຍິງ 1.978 ຄົນ, ລວມມູນຄ່າເສຍຫາຍທັງໝົດ ໃນ 2 ຄັ້ງກ່ອນ 48,4 ຕື້ກວ່າກີບ. ສ່ວນຜົນກະທົບໃນຄັ້ງຫລ້າສຸດນ້ີປະກອບມີ 3 ເມືອງ (ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ) ມີ 81 ບ້ານ ໄດ້ຮັບຜົນກະທົບ, ສ່ວນຈໍານວນຄອບຄົວ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນລະອຽດ, ສ່ວນຜົນເສຍຫາຍຈາກໄພພິບັດຄັ້ງນີ້ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້. 

    ປັດຈຸບັນ, ການນຳທຸກຂັ້ນຂອງແຂວງໄດ້ລະດົມທຸກກຳລັງແຮງ ສືບຕໍ່ຕິດຕາມສະພາບອາກາດ ແລະ ລະດັບນໍ້າໃນແມ່ນໍ້າຕ່າງໆຢ່າງໃກ້ຊິດ ເພື່ອອອກແຈ້ງການເຕືອນໄພໃຫ້ຊັດເຈນ, ທັນການ ແລະ ທົ່ວເຖິງ; ສືບຕໍ່ຟື້ນຟູທີ່ພັກອາໄສ, ສະໜອງເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ໃຫ້ປະຊາຊົນ; ເລັ່ງສ້ອມແປງຟື້ນຟູ, ສ້ອມແປງອະນາໄມເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນໍ້າປະປາ ແລະ ພື້ນທີ່ທຳການຜະລິດ ແລະ ອື່ນໆ ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ; ປະເມີນຜົນກະທົບຢ່າງລະອຽດ ເພື່ອປະກາດເປັນເຂດໄພ ພິບັດ (ຖ້າຄົບເງື່ອນໄຂ) ແລະ ລະດົມການຊ່ວຍເຫລືອຈາກສັງຄົມ, ຄ້ົນຄວ້ານະໂຍບາຍທ່ີຈໍາເປັນຕ່ໍພາກທຸລະກິດ ແລະ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ເປັນຕົ້ນການຍົກເວັ້ນພາສີ- ອາກອນ ແລະ ອື່ນໆ. ໄພພິບັດທ່ີເກີດຂຶ້ນທັງ 3 ຄັ້ງ ໃນເດືອນສິງຫາ ມີຜູ້ບາດເຈັບ 4 ຄົນ, ຍິງ 3 ຄົນ, ສູນຫາຍ 1, ຍິງ 1 ຄົນ ແລະ ເສຍຊີວິດ 1 ຄົນ (ຄົນຈີນ). 

    ໂອກາດດຽວກັນ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມຄະນະຂັ້ນສູງກາງ ແລະ ຂັ້ນແຂວງ ກໍໄດ້ລົງພື້ນທີ່ຜົນກະທົບຢູ່ຈຸດໂຮງຮຽນສາມັນກິນນອນຊົນເຜົ່າ, ບ້ານບໍ ແລະ ບ້ານແຟນ ຕື່ມອີກ.

KPL

ຂ່າວອື່ນໆ

ads
ads

Top