ຍີ່ປຸ່ນ ເລັ່ງຊື້ເຂົ້າຄືນຢ່າງດ່ວນ ຈຳນວນ 2,1 ແສນໂຕນ

02/09/2026 17:09
ຂປລ ກະຊວງ ກະສິກຳ ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ມີແຜນ ຈະຊື້ເຂົ້າຄືນ ສຸກເສີນ ທີ່ ປ່ອຍອອກຈາກ ຄັງສຳຮອງ ໃນປີ 2025 ຈຳນວນ 2,1 ແສນໂຕນ ເພື່ອປ້ອງກັນ ບໍ່ໃຫ້ ລາຄາ ເຂົ້າຫລຸດລົງ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ກະສິກຳ ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນ ມີແຜນ ຈະຊື້ເຂົ້າຄືນ ສຸກເສີນ ທີ່ ປ່ອຍອອກຈາກ ຄັງສຳຮອງ ໃນປີ 2025 ຈຳນວນ 2,1 ແສນໂຕນ ເພື່ອປ້ອງກັນ ບໍ່ໃຫ້ ລາຄາ ເຂົ້າຫລຸດລົງ ເນື່ອງຈາກ ການສະໜອງ ລົ້ນຕະຫລາດ ເປັນຄັ້ງ ທຳອິດ ທີ່ ລັດຖະບານ ຍີ່ປຸ່ນ ຈະຊື້ເຂົ້າຄືນ ທີ່ໄດ້ປ່ອຍອອກຈາກ ຄັງສຳຮອງໄປແລ້ວ.

ກະຊວງດັ່ງກ່າວ ໄດ້ຕັ້ງງົບປະມານ ຈະຊື້ເຂົ້າຄືນ ຈຳນວນ 1,5 ແສນໂຕນ ໃນສົກປີ ງົບປະມານ 2026 ແຕ່ ຈະເພີ່ມ ຈຳນວນຂຶ້ນ ຫລັງຈາກ ເຂົ້າໃນຄັງ ສຳຮອງ ຂອງ ພາກເອກະຊົນ ເພີ່ມຂື້ນສູງ ເປັນປະຫວັດສາດ ໂດຍລັດຖະບານ ຍີ່ປຸ່ນ ຈະມີມະຕິ ຂັ້ນສຸດທ້າຍ ເມື່ອປະລິມານ ການເກັບກ່ຽວເຂົ້າ ຂອງປີນີ້ ມີຄວາມຊັດເຈນ ຫລາຍຂຶ້ນ.

ໃນຂະນະທີ່ ລັດຖະບານ ຍີ່ປຸ່ນ ໄດ້ປ່ອຍເຂົ້າອອກ ຈາກຄັງສຳຮອງລວມ 5,9 ແສນໂຕນ ໃນປີ 2025 ເພື່ອຊ່ວຍຄວບຄຸມ ລາຄາເຂົ້າ ທີ່ເພີ່ມຂຶ້ນສູງ ທ່າມກາງ ພາວະຂາດແຄນ ການສະໜອງ ສົ່ງຜົນໃຫ້ ປະຈຸບັນ ລາຄາ ຂາຍຍ່ອຍ ສະເລ່ຍຂອງເຂົ້າ ໃນຮ້ານຄ້າທົ່ວປະເທດ ຍີ່ປຸ່ນ ຫລຸດລົງ ເຫລືອປະມານ 3.000 ເຢນ (ປະມານ 430 ກີບຕໍ່ 1 ເຢນ ຕາມອັດຕາແລກປ່ຽນ ທົ່ວໄປ) ຕໍ່ 5 ກິໂລກຣາມ ຈາກ ທີ່ເຄີຍສູງແຕະ 4.000 ເຢນ ໃນໄລຍະວິກິດ ການຂາດແຄນ./

KPL

ຂ່າວອື່ນໆ

ads
ads

Top