ຂປລ
ທ່ານ ເລມິນຮຶງ ນາຍົກ ລັດຖະມົນຕີ ຫວຽດນາມ ໂອ້ລົມ ທາງໂທລະສັບ ກັບ ທ່ານ Friedrich Merz ນາຍົກ ລັດຖະມົນຕີ ເຢຍລະມັນ ໂດຍທ່ານ ເລມິນຮຶງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ກ່ຽວກັບ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ຫວຽດນາມ-ເຢຍລະມັນ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ ເລມິນຮຶງ ນາຍົກ ລັດຖະມົນຕີ ຫວຽດນາມ ໂອ້ລົມ ທາງໂທລະສັບ ກັບ ທ່ານ Friedrich Merz ນາຍົກ ລັດຖະມົນຕີ ເຢຍລະມັນ ໂດຍທ່ານ ເລມິນຮຶງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຖືເປັນສຳຄັນ ກ່ຽວກັບ ສາຍພົວພັນ ຄູ່ຮ່ວມມື ຍຸດທະສາດ ລະຫວ່າງ ຫວຽດນາມ-ເຢຍລະມັນ; ພ້ອມກັນນັ້ນ ຍັງສະເໜີ ໃຫ້ສອງຝ່າຍ ສືບຕໍ່ເປີດກວ້າງ ການຮ່ວມມື ຢ່າງຮອບດ້ານ, ເພີ່ມທະວີ ການແລກປ່ຽນ ຄະນະຜູ້ແທນ, ໂດຍສະເພາະແມ່ນ ຄະນະນຳຂັ້ນສູງ ແລະ ໃນທຸກໆຊ່ອງທາງ; ເສີມຂະຫຍາຍ ປະສິດທິຜົນ ບັນດາ ກົນໄກການຮ່ວມມື ທີ່ມີຢູ່ແລ້ວ, ຜ່ານນັ້ນ ສ້າງພື້ນຖານ ຄວາມສະດວກ ເພື່ອເປີດກວ້າງ ການຮ່ວມມື ໃນບັນດາ ຂົງເຂດທີ່ ຕ່າງຝ່າຍ ຕ່າງມີຄວາມສົນໃຈ
ກ່ຽວກັບ ການຮ່ວມມື ເສດຖະກິດ, ການຄ້າ ແລະ ການລົງທຶນ, ທ່ານ ເລມິນຮຶງ ໄດ້ສະເໜີ ສອງຝ່າຍ ສ້າງບາດກ້າວ ບຸກທະລຸໃໝ່, ໃຫ້ສົມກັບ ຄວາມສາມາດ ບົ່ມຊ້ອນ ແລະ ລະດັບ ສາຍພົວພັນ ເພື່ອຊຸກຍູ້ ມູນຄ່າ ການຄ້າສອງຝ່າຍ ໃຫ້ບັນລຸ 20 ຕື້ໂດລາ ສະຫະລັດ ໂດຍໄວ; ຊຸກຍູ້ ໃຫ້ບັນດາ ວິສາຫະກິດ ເຢຍລະມັນ ເປີດກວ້າງການລົງທຶນ ເຂົ້າໃນ ບັນດາ ຂົງເຂດ ທີ່ມີ ທ່າແຮງ ຄື: ກົນຈັກ, ອຸດສາຫະກຳລົດໃຫຍ່, ສາທາລະນະສຸກ ແລະ ການຫັນປ່ຽນ ພະລັງງານອື່ນໆ ເພີ່ມທະວີ ການເຊື່ອມໂຍງ ຕະຫລາດ ການເງິນ ແລະ ຕະຫລາດຫລັກຊັບ ລະຫວ່າງ ສອງປະເທດ.ສ່ວນທ່ານ Friedrich Merz ໄດ້ຢັ້ງຢືນວ່າ ສາຍພົວພັນ ຫວຽດນາມ- ເຢຍລະມັນ ພວມພັດທະນາ ຢ່າງດີງາມ ແລະ ມີພື້ນຖານ, ຄວາມສາມາດ ຢ່າງພຽງພໍ ເພື່ອຍົການພົວພັນ ດັ່ງກ່າວ ໃຫ້ກ້າວຂຶ້ນສູ່ ລະດັບໃໝ່./
KPL