ສຳມະນາວິທະຍາສາດຂໍ່ານັບຮັບຕ້ອນວັນສຳຄັນທາງປະຫວັດສາດຂອງພັກ-ຂອງຊາດ

27/08/2026 09:40
Email Print 1643
ຂປລ ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ຈັດສໍາມະນາວິທະຍາສາດພາຍໃຕ້ 2 ຫົວຂໍ້: “ກົດໝາຍສາກົນ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ” ແລະ “ວຽກງານພິທີການທູດສາຍພັກ” ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນທາງປະຫວັດສາດຂອງພັກ- ຂອງຊາດ ຄື: ວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 35 ປີ (15/8/1991-15/8/2026) ແລະ ວັນຢຶດອໍານາດ ຄົບຮອບ 51 ປີ (23/8/1975-23/8/2026) ໃນວັນທີ 26 ສິງຫາ 2026.

     ຂປລ.  ໂດຍການເປັນປະທານຂອງສະຫາຍ ສິງຫານະຄອນ ສີຫາລາດ ປະທານຄະນະບໍລິຫານງານກໍາມະບານ, ຄະນະພົວພັນຕ່າງປະເທດສູນກາງພັກ, ຫົວໜ້າຫ້ອງການ ຄຕພ, ພ້ອມດ້ວຍພະນັກງານ-ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

     ການຈັດສໍາມະນາໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້, ຄວາມເຂ້ົາໃຈໃຫ້ແກ່ພະນັກງານ-ລັດຖະກອນ, ນັກຄ້ົນຄວ້າ ແລະ ຜູ້ເຂ້ົາຮ່ວມກ່ຽວກັບເນື້ອໃນສໍາຄັນຂອງສົນສັນຍາ ແລະ ກົດໝາຍທີ່ ສປປ ລາວ ເປັນພາຄີໃຫ້ເລິກເຊິ່ງຍິ່ງຂ້ຶນ ແລະ ເພື່ອຍົກສູງຄວາມຮັບຜິດຊອບ ທາງການເມືອງຕາມຄໍາຂວັນຂອງຄະນະພົວພັນຕ່າງປະເທດສູນກາງພັກ ຄື: “ຄິດເລິກ ເບ່ິງໄກ ໄປຖືກ”. 

    ພ້ອມທັງ, ເພີ່ມທະວີທັກສະວຽກງານພິທີການທູດເປັນຕົ້ນມາລະຍາດທາງສັງຄົມ ແລະ ມາລະຍາດທາງສາກົນ, ພິທີການຕ້ອນຮັບ, ການພົບປະສອງຝ່າຍ ແລະ ຫລາຍຝ່າຍເພື່ອນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ຖືກຕ້ອງຕາມມາດຕະຖານສາກົນ. ໂອກາດນ້ີ, ສະຫາຍ ຫົງສາ ອິນທິລາດ ຮອງຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໄດ້ບັນຍາຍ ແລະ ແລກປ່ຽນໃນຫົວຂໍ້ “ກົດໝາຍສາກົນ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ” ແລະ ສະຫາຍ ນາງ ບຸນມະນີເງິນ ສຸທໍາມະວົງ ຮັກສາການຫົວໜ້າພະແນກພິທີການ, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຂຶ້ນບັນຍາຍໃນຫົວຂໍ້ “ວຽກງານພິທີການທູດສາຍພັກ”. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ມີການຖາມ-ຕອບ, ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຢ່າງກວ້າງຂວາງ ຊ່ຶງເປັນການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ຜູ້ເຂົ້າຮ່ວມ ກໍຄື ສະມາຊິກພັກ-ພະນັກງານພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ.     

         ຂ່າວ: ຄຕພ                                                           

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top