ການນຳ ຫລາຍປະເທດທົ່ວໂລກ ອວຍພອນວັນຊາດ ຫວຽດນາມ

02/09/2026 16:31
ຂປລ ເນື່ອງໃນໂອກາດ ສະເຫລີມສະຫລອງ 81 ປີ ແຫ່ງວັນຊາດປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026), ການນຳຫລາຍ ປະເທດໃນໂລກ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳ ຫວຽດນາມ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ເນື່ອງໃນໂອກາດ ສະເຫລີມສະຫລອງ 81 ປີ ແຫ່ງວັນຊາດປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026), ການນຳຫລາຍ ປະເທດໃນໂລກ ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳ ຫວຽດນາມ.ບັນ​ດາການ​ນຳ​ຂັ້ນສູງ​ຂອງ ສ​ປ​ປ.ລາວ ເນັ້ນ​ໜັກ​ວ່າ ບັນ​ດາ​ຜົນ​ງານ​ຂອງ ສສ ຫວຽດ​ນາມ ແມ່ນ​ບົດ​ຮຽນ​ອັນ​ລ້ຳ​ຄ່າ, ແມ່ນ​ການ​ລະ​ດົ​ມ​ກຳ​ລັງ​ໃຈ​ຢ່າງ​ໃຫຍ່​ຫລວງ ​ທີ່​ມີ​ຕໍ່​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ, ສ້າງ​ສາ ແລະ ພັດ​ທະ​ນາ ​ປະ​ເທດ ລາວ. ເຖິງວ່າ, ສະ​ພາບ​ການ​ຢູ່​ພາກ​ພື້ນ ແລະ ສາ​ກົນ​ມີ​ການ​ຜັນ​ແປ​ສັບ​ສົນ ຫລາຍ​ຢ່າງກໍ່​ຕາມ, ປະ​ເທດລາວ ຍັງ​ຕັດ​ສິນ​ໃຈ​ປົ​ກ​ປັກ​ຮັກ​ສາ ແລະ ເພີ່ມ​​ພູນ​ຄູນ​ສ້າງ ​ສາຍ​ພົວ​ພັນ​ກັບ ສສ ຫວຽດ​ນາມ. ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ຈະ​ສວຍ​ສົດ​ງົດ​ງາມ, ໄປ​​ຊົ່ວ​ກາ​ລະ​ນານ. ສ່ວນ​ການ​ນຳຂອງ ກຳ​ປູ​ເຈຍ ເນັ້ນ​ໜັກ​ວ່າ ຍາມ​ໃດ ກຳ​ປູ​ເຈຍ ກໍ່​​ຖື​ ​ການ​ພົວ​ພັນ “ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ​ຍາວ​ນານ” ກັບ ສສ ຫວຽດ​ນາມ ເປັນ​ສຳ​ຄັນ. ບັນ​ດາ​ກາ​ນນ​ນຳ ຣັດ​ເຊຍ ຊີ້​ແຈ້ງວ່າ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ ​ຢ່າງ​ຮອບ​ດ້ານ​ ລະ​ຫວ່າງ ສສ ຫວຽດ​ນາມ ແລະ ຣັດ​ເຊຍ ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ. ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ເຄົາ​ລົບ​ເຊິ່ງ​ກັນ ​ແລ​ະ ​ກັນ, 2 ປະ​ເທດ ​ຈະ​ສືບ​ຕໍ່​ຊຸກ​ຍູ້​ຫຼາຍ​ຂໍ້​ລິ​ເລີມ ແລະ ເນື້ອ​ໃນ​ຮ່ວມ​ມື 2 ຝ່າຍ, ພ້ອມ​ກັນ​ນັ້ນ ​ສົມ​ທົບ​ກັນ ​ຢ່າງ​ແໜ້ນ​ແຟ້ນ​ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ. ເນື່ອງ​ໃນ​ໂອ​ກາດນີ້, ການ​ນຳ ຂອງ ສສ ຫວຽດ​ນ​ນາມ ກໍ່​ໄດ້​ຮັບ​ໂທ​ລະ​ເລກ​ຊົມ​ເຊີຍ​ ຈາກ​ການ​ນຳ ສ​ປ​ປ.ເກົາ​ຫລີ, ໂມງ​ໂກນ, ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ນາຣູຮີໂຕ(Naruhito), ທ່ານ ເອັມມານູເອລ ມາໂຄຣ(Emmanuel Macron), ປະ​ທາ​ນາ​ທິ​ບໍ​ດີ ຝຣັ່ງ, ກະ​ສັດ ອັງ​ກິດ ຊາເລສ(Charles) III ແລະ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top