ຍອດຜູ້ເສຍຊີວິດ ຈາກເຫດນໍ້າຖ້ວມ-ດິນຖະຫລົ່ມ ຢູ່ ເນປານ-ຈີນ ເພີ່ມຂຶ້ນກວ່າ 1.000 ຄົນ

02/09/2026 17:06
ຂປລ ສໍານັກງານ ບໍລິຫານ ຈັດການ ໄພພິບັດ ເນປານ ລາຍງານວ່າ: ຍອດຈຳນວນ ຜູ້ເສຍຊີວິດ ຈາກໄພພິບັດ ນ້ຳປ່າໄຫລຫລາກ ຢ່າງຮຸນແຮງ ແລະ ດິນເຈື່ອນ ໃນພື້ນທີ່ ທາງຕອນເໜືອ ຂອງ ປະເທດ ທີ່ມີຊາຍແດນ ຕິດກັບ ເຂດປົກຄອງຕົນເອງ ທິເບດ ຂອງ ປະເທດຈີນ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ກັດມັນດູ ປະເທດ ເນປານ ເມື່ອວັນທີ 1 ກັນຍາວ່າ:  ສໍານັກງານ ບໍລິຫານ ຈັດການ ໄພພິບັດ ເນປານ ລາຍງານວ່າ: ຍອດຈຳນວນ ຜູ້ເສຍຊີວິດ ຈາກໄພພິບັດ ນ້ຳປ່າໄຫລຫລາກ ຢ່າງຮຸນແຮງ ແລະ ດິນເຈື່ອນ ໃນພື້ນທີ່ ທາງຕອນເໜືອ ຂອງ ປະເທດ ທີ່ມີຊາຍແດນ ຕິດກັບ ເຂດປົກຄອງຕົນເອງ ທິເບດ ຂອງ ປະເທດຈີນ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາ  ໄດ້ເພີ່ມຂຶ້ນຢ່າງໜ້ອຍ 1.003 ຄົນ, ມີຜູ້ໄດ້ຮັບບາດເຈັບ 1.473 ຄົນ, ໃນຂະນະທີ່ ຈຳນວນຜູ້ສູນຫາຍ ກວມເອົາ ປະມານ 4.462 ຄົນ ແລະ ເຈົ້າໜ້າທີ່ ສາມາດ ຊ່ວຍເຫລືອ ຜູ້ປະສົບໄພໄດ້ແລ້ວ 11.814 ຄົນ. ໃນນັ້ນ ມີຊາວເນປານ ແລະ ຕ່າງປະເທດ. ນອກຈາກນັ້ນ, ເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງ ສ້າງຂົວຊົ່ວຄາວ ເພື່ອສາມາດ ເຂົ້າເຖິງ ຜູ້ປະສົບໄພ ໃນພື້ນທີ່ ຫ່າງໄກ ແລະ ຂຸດຄົ້ນຊາກໂຄງການ ໄຟຟ້າ ພະລັງງານນ້ຳ ເພື່ອຊ່ວຍເຫລືອ ກຳມະກອນ ທີ່ຍັງຕິດຄ້າງ ອີກຫລາຍຮ້ອຍຄົນ./

 

KPL

ຂ່າວອື່ນໆ

ads
ads

Top