ສ.ອາເມລິກາ ປະກາດຂໍ້ຕົກລົງ ຂຸດຄົ້ນນ້ຳມັນ 100 ປີຢູ່ ເວເນຊູເອລາ

02/09/2026 16:31
ຂປລ ລັດ​ຖະ​ບານ ອາ​ເມ​ລິ​ກາ ຈະ​ເຂົ້າ​ຮ່ວມ​ໂຄງ​ສ້າງ​ຂໍ້​ຕົກ​ລົງ​ໂດຍ​ກົງ. ຄາດ​ວ່າ ບໍ​ລິ​ສັດ NABEP ລະ​ດົມ​ຈຳ​ວນເງິນ 100 ຕື້ໂດລາສະຫະລັດ ເພື່ອ​ຟື້ນ​ຟູ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ນ້ຳ​ມັນ ເວ​ເນ​ຊູ​ເອ​ລາ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ໃນທ້າຍເດືອນ ສິງ​ຫາ, ເປັນ​ຄັ້ງ​ທຳ​ອິດ ທຳ​ນຽບ​ຂາວ​ ໄດ້​ປະ​ກາດ​ ລາຍ​ລະ​ອ​ຽດ​ ຂໍ້​ຕົກ​ລົງ​ນ້ຳ​ມັນ​ກັບ ເວ​ເນ​ຊູ​ເອ​ລາ, ເຊິ່ງ 2 ຝ່າຍ​ ໄດ້​ເປັນ​ເອ​ກະ​ພາບ​ກັນ​ກ່ອນນັ້ນ 2-3 ວັນ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ລັດ​ຖະ​ບານ ອາ​ເມ​ລິ​ກາ ຈະ​ເຂົ້າ​ຮ່ວມ​ໂຄງ​ສ້າງ​ຂໍ້​ຕົກ​ລົງ​ໂດຍ​ກົງ. ຄາດ​ວ່າ ບໍ​ລິ​ສັດ NABEP ລະ​ດົມ​ຈຳ​ວນເງິນ 100 ຕື້ໂດລາສະຫະລັດ ເພື່ອ​ຟື້ນ​ຟູ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ນ້ຳ​ມັນ ເວ​ເນ​ຊູ​ເອ​ລາ, ດ້ວຍ​ເປົ້​າ​ໝາຍ​ຍົກ​ປະ​ລິ​ມານ ​ແຕ່​ປະ​ມານ 200.000 ຖັງ/ວັນ ໃນ​ປະ​ຈຸ​ບັນ ຂຶ້ນ​ເປັນ​ກວ່າ 1 ລ້ານ​ຖັງ/ວັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top