ຂປລ
ຍ້ອນເກີດນ້ຳຖ້ວມຊຸ ແລະ ດິນເຈື່ອນຢູ່ຝັ່ງເນປານ, ເຮັດໃຫ້ດ່ານຊາຍແດນກິຣອງ ຂອງເມືອງກິຣອງ ນະຄອນຊິກັດ ເຊເຂດປົກຄອງ ຕົນເອງຊີ່ຈ້າງ ບາດເຈັບ ແລະ ສູນຫລາຍ ຢ່າງຫລວງຫລາຍ. ພາຍຫລັງ ເກີດໄພພິບັດ ທາງທຳມະ ຊາດ , ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກ ກອມມູນິດ, ປະທານປະເທດຈີນ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ໃຫ້ຄວາມສຳຄັນ ເປັນຢ່າງສູງ ຕໍ່ເຫດການດັ່ງກ່າວ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນທີ 26 ສິງຫານີ້, ຍ້ອນເກີດນ້ຳຖ້ວມຊຸ ແລະ ດິນເຈື່ອນຢູ່ຝັ່ງເນປານ, ເຮັດໃຫ້ດ່ານຊາຍແດນກິຣອງ ຂອງເມືອງກິຣອງ ນະຄອນຊິກັດ ເຊເຂດປົກຄອງ ຕົນເອງ ຊີ່ຈ້າງ ບາດເຈັບ ແລະ ສູນຫລາຍ ຢ່າງຫລວງຫລາຍ. ພາຍຫລັງ ເກີດໄພພິບັດ ທາງທຳມະຊາດ , ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດ, ປະທານປະເທດຈີນ, ປະທານ ຄະນະກຳມະການ ການທະຫານສູນກາງຈີນ ໄດ້ໃຫ້ຄວາມສຳຄັນ ເປັນຢ່າງສູງ ຕໍ່ເຫດການດັ່ງກ່າວ ແລະ ໄດ້ໃຫ້ຄຳຊີ້ນຳ ທີ່ສຳຄັນວ່າ: ວຽກງານຮີບດ່ວນທີ່ສຸດ ຕ້ອງພະຍາຍາມ ຄົ້ນຫາ ແລະ ກອບກູ້ ຜູ້ສູນຫາຍ, ຍົກຍ້າຍປະຊາຊົນ ທີ່ພວມປະເຊີນໜ້າກັບ ຄວາມສ່ຽງ ແລະ ປິ່ນປົວ ຜູ້ບາດເຈັບ ໂດຍໄວ ເພື່ອຫລຸດຜ່ອນ ຈຳນວນຜູ້ບາດເຈັບ ຢ່າງສຸດຂີດ. ພ້ອມທັງ ເພີ່ມທະວີ ການກວດກາ ແລະ ແກ້ໄຂບັນດາຄວາມສ່ຽງ ແລະ ອັນຕະລາຍ ທີ່ແຝງຊ້ອນ, ຮັບປະກັນຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL