ສປ ຈີນ ນຳເຂົ້າໝາກໄມ້ ຫລາຍກວ່າ 600.000ໂຕນ ຜ່ານທາງລົດໄຟລາວ-ຈີນ

27/08/2026 15:18
Email Print 102
ຂປລ ປັດ​ຈຸ​ບັນ, ດ້ວຍ​ຮູບ​ແບບ “ການຂົນສົ່ງໝາກໄມ້ ນຳເຂົ້າແບບ ປະສົມ ປະສານທາງລົດໄຟ ທີ່ມີການກວດກາ ແລະ ກັກກັນ ຢູ່ຈຸດປາຍທາງ​”, ​ໄດ້​ນຳ​ເຂົ້າ​ໝາກ​ກ້ວຍ​ລາວ ​ຫລາຍກວ່າ 2020 ໂຕນ​ຜ່ານທາງ​ລົດ​ໄຟ​ ລາວ-ຈີນ.

   ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ປັດ​ຈຸ​ບັນ, ດ້ວຍ​ຮູບ​ແບບການຂົນສົ່ງໝາກໄມ້ ນຳເຂົ້າແບບ ປະສົມ ປະສານທາງລົດໄຟ ທີ່ມີການກວດກາ ແລະ ກັກກັນ ຢູ່ຈຸດປາຍທາງ​”, ​ໄດ້​ນຳ​ເຂົ້າ​ໝາກ​ກ້ວຍ​ລາວ ​ຫລາຍກວ່າ 2020 ໂຕນ​ຜ່ານທາງ​ລົດ​ໄຟ​ ລາວ-ຈີນ. ຕາມ​ສ​ະ​ຖິ​ຕິ​ ຈາກດ່ານ​ພາ​ສີ​ຄຸນມິງ, ນັ​ບ​ແຕ່​​ ທາງ​ລົດ​ໄຟ​ລາວ-ຈີນ​ ເປີດ​ບໍ​ລິ​ການ​ ເປັນ​ຕົ້ນ​ມາ, ມາ​ຮອດ​ວັນ​ທີ 24 ສິງ​ຫາ​ນີ້, ສປ ຈີນ ໄດ້​ນຳເຂົ້າ​ໝາກ​ໄມ້​ 600.000ກວ່າ​ໂຕນ ມູນ​ຄ່າ​ ຫລາຍກວ່າ 15 ຕື້ຢວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top