ຂປລ
ທ່ານ ຄິມ ໂຣເບີດ ເດ ລີອອນ ຮັກສາການ ລັດຖະມົນຕີ ກະຊວງ ງົບປະມານ ແລະ ການຈັດການຂອງ ຟີລິບປິນ ເປີດເຜີຍວ່າ: ລັດຖະບານ ຟີລິບປິນ ໄດ້ອະນຸມັດງົບປະມານ 1 ຕື້ເປໂຊ ໃຫ້ແກ່ ລະບົບ ມະຫາວິທະຍາໄລ ແຫ່ງຟີລິບປິນ
ຂປລ.ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ຄິມ ໂຣເບີດ ເດ ລີອອນ ຮັກສາການ ລັດຖະມົນຕີ ກະຊວງ ງົບປະມານ ແລະ ການຈັດການຂອງ ຟີລິບປິນ ເປີດເຜີຍວ່າ: ລັດຖະບານ ຟີລິບປິນ ໄດ້ອະນຸມັດງົບປະມານ 1 ຕື້ເປໂຊ ໃຫ້ແກ່ ລະບົບ ມະຫາວິທະຍາໄລ ແຫ່ງຟີລິບປິນ ເພື່ອສະໜັບສະໜູນ ໂຄງການໂນອາ (NOAH) ເຊິ່ງເປັນ ໂຄງການ ທີ່ໃຊ້ປັນຍາ ປະດິດ (AI) ແລະ ການວິເຄາະ ຂໍ້ມູນ ເພື່ອປະເມີນ ຄວາມສ່ຽງ ນ້ຳຖ້ວມຢ່າງວ່ອງໄວ (Real-time) ແລະ ສະຖານະການ ນ້ຳຖ້ວມ.
ຈຸດປະສົງຕົ້ນຕໍ ແມ່ນເພື່ອຊ່ວຍໃຫ້ ໜ່ວຍງານທີ່ກ່ຽວຂ້ອງ ສາມາດ ດຳເນີນ ມາດຕະການຮັບມື ກ່ອນເກີດ ໄພພິບັດ, ໂດຍບໍ່ຈໍາເປັນ ໃຫ້ລໍຖ້າ ນ້ຳຖ້ວມຢ່າງໜັກ. ຄຽງຄູ່ກັນນັ້ນ ຍັງມີເປົ້າໝາຍຫລັກຄື: ໃຫ້ລະບຸ ຊັດເຈນ ກ່ຽວກັບ ພື້ນທີ່ໃດ ທີ່ມີຄວາມສ່ຽງ, ຜົນກະທົບ ແລະ ວິທີການປະຕິບັດ ກ່ອນທີ່ຈະເກີດໄພພິບັດ./
KPL