ຂປລ
ມະຫາວິທະຍາໄລ ອາຣເອັມໄອທີ (RMIT) ຂອງອົດສະຕຣາລີ ຄົ້ນພົບວ່າ ສວນພືດຟູຂຶ້ນ ຢູ່ໜ້ານໍ້າ (Floating Wetland) ສາມາດ ຫລຸດຜ່ອນ ການປ່ອຍ ແກັສເຮືອນແກ້ວ ຈາກ ບໍ່ບຳບັດນ້ຳເປື້ອນ ໄດ້ຫລາຍກວ່າໜຶ່ງ ໃນສີ່
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້, ມະຫາວິທະຍາໄລ ອາຣເອັມໄອທີ (RMIT) ຂອງອົດສະຕຣາລີ ຄົ້ນພົບວ່າ ສວນພືດຟູຂຶ້ນ ຢູ່ໜ້ານໍ້າ (Floating Wetland) ສາມາດ ຫລຸດຜ່ອນ ການປ່ອຍ ແກັສເຮືອນແກ້ວ ຈາກ ບໍ່ບຳບັດນ້ຳເປື້ອນ ໄດ້ຫລາຍກວ່າໜຶ່ງ ໃນສີ່ ເຊິ່ງອາດຈະເປັນ ວິທີທາງ ຕາມທຳມະຊາດ ທີ່ຊ່ວຍຫລຸດຜ່ອນ ການປ່ອຍ ກາກບອນ ຂອງ ຂະແໜງ ອຸດສາຫະກຳ ບຳບັດນ້ຳ.
ຈາກຜົນການທົດລອງ ເປັນເວລາ 2 ປີ ເພື່ອສຶກສາ ຜົນກະທົບ ຈາກສວນພືດຟູຂຶ້ນ ຢູ່ໜ້ານໍ້າ ຕໍ່ການປ່ອຍແກັສເຮືອນແກ້ວ ຈາກບໍ່ບຳບັດ ນ້ຳເປື້ອນ ເທິງເກາະຟິລິບ ທາງເຂດ ຕາເວັນອອກສຽງໃຕ້ ຂອງ ອົດສະຕຣາລີ ກວດພົບວ່າ: ການປ່ອຍແກັສ ກາກບອນດິອົກຊິດ ຫລຸດລົງຫລາຍເຖິງ 36%; ແກັສມີເທນ 66%; ແກັສໄນຕຣັດອົກຊິດ ຫລຸດລົງ 18% ເມື່ອປຽບທຽບກັບ ບໍ່ບຳບັດທີ່ບໍ່ມີບຶງປະດິດນີ້./
KPL