ຂປລ
ເຈົ້າໜ້າທີ່ ເນປານ ພວມເລັ່ງຄົ້ນຫາ ຜູ້ປະສົບເຄາະຮ້າຍ ຫລັງເກີດ ເຫດການນ້ຳຖ້ວມ ຢ່າງກະທັນຫັນ, ໂດຍທາງການ ເນປານ ແລະ ນັກຂ່າວທ້ອງຖິ່ນ ເປີດເຜີຍວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 160 ຄົນ ແລະ ສູນຫາຍ ປະມານ 400 ຄົນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ໃນວັນທີ 27 ສິງຫາ, ເຈົ້າໜ້າທີ່ ເນປານ ພວມເລັ່ງຄົ້ນຫາ
ຜູ້ປະສົບເຄາະຮ້າຍ ຫລັງເກີດ ເຫດການນ້ຳຖ້ວມ ຢ່າງກະທັນຫັນ, ໂດຍທາງການ ເນປານ
ແລະ ນັກຂ່າວທ້ອງຖິ່ນ ເປີດເຜີຍວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 160
ຄົນ ແລະ ສູນຫາຍ ປະມານ 400 ຄົນ ຈາກໄພພິບັດ ທີ່ເກີດຂຶ້ນ ໃນບໍລິເວນ ພື້ນທີ່
ໃກ້ຊາຍແດນ ເນປານ-ຈີນ. ໂດຍໃນກຸ່ມຜູ້ສູນຫາຍ ມີນັກທ່ອງທ່ຽວ ຕ່າງປະເທດ
ຈາກຫລາຍປະເທດ ເຊັ່ນ: ອິນເດຍ, ມາເລເຊຍ, ອັງກິດແລະ ສ.ອາເມລິກາ. ໃນຂະນະດຽວກັນ
ຍັງມີລາຍງານວ່າ ມີຊາວຍີ່ປຸ່ນ ສູນຫາຍຈຳນວນ 5 ຄົນ.

ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ໄດ້ໂພສຂໍ້ຄວາມ ຜ່ານແພລດຟອມ ເອັກສ໌ (X) ໂດຍຮຽກຮ້ອງໃຫ້ ຜູ້ທີ່ມີຂໍ້ມູນ ກ່ຽວກັບ ທີ່ຢູ່ຂອງ ຜູ້ສູນຫາຍ ຊາວຍີ່ປຸ່ນ ທັງ 5 ຄົນ ໃຫ້ແຈ້ງ ໄປຍັງ ສະຖານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ນະຄອນຫລວງ ກັດມັນດູ ຂອງ ເນປານ.
ໃນຂະນະທີ່ ເຈົ້າໜ້າທີ່ປະຈຳ ສະຖານ ເອກອັກຄະລັດ ຖະທູດ ຍີ່ປຸ່ນ ລະບຸວ່າ: ປັດຈຸບັນ, ເຈົ້າໜ້າທີ່ ກ່ຽວຂ້ອງ ຍັງບໍ່ສາມາດ ຕິດຕໍ່ ຊາວຍີ່ປຸ່ນທັງ 5 ຄົນໄດ້ ( ໂດຍເຊື່ອວ່າ ເປັນກຸ່ມນັກທ່ອງທ່ຽວ) ແລະ ໄດ້ປະສານ ຂໍໃຫ້ທາງການ ທ້ອງຖິ່ນ ເນປານ ເລັ່ງດຳເນີນການຄົ້ນຫາ. ໂດຍແມ່ນ້ຳໂພເຕໂກສີ (Bhotekoshi) ໃນເຂດຣະສຸວາ (Rasuwa) ເປັນພື້ນທີ່ ເຂດພູ ຂອງເນປານ ໄດ້ຖືກນໍ້າລົ້ນຝັ່ງຖ້ວມ ຈົນສ້າງຄວາມເສຍຫາຍ ໃຫ້ແກ່ ເຮືອນຊານ ແລະ ພື້ນຖານ ໂຄງລ່າງຕ່າງໆ ລວມທັງໂຮງໄຟຟ້າພະລັງນ້ຳອີກດ້ວຍ./

KPL