ຍີ່ປຸ່ນປະຈຳລາວ ໂດຍທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ເຊັນເອກະ ສານແລກປ່ຽນຮ່ວມກັບຜູ້ຕາງໜ້າ ຈາກຂະແໜງການທີ່ຮັບເອົາການ ຊ່ວຍເຫລືອຈາກທ້ອງຖິ່ນ ໂດຍມີ ທ່ານ ພູວົງ ອຸ່ນຄໍາແສນ ເລຂາພັກ ຂປລ. ໃນວັນທີ 24 ສິງຫາ 2026, ທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດກາ ແຫ່ງລັດ, ຫົວໜ້າອົງການຕ້ານການ ຂປລ. ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວປະຈໍາປະເທດຍີ່ປຸ່ນ, ທ່ານອຳໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ ພ້ອມ ດ້ວຍຄະນະໄດ້ຈັດກອງປະຊຸມປຶກ ສາຫາລືກັບບັນດາກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ຈໍານວນ 5 ແຫ່ງຄື: ກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈໍາ ກຽວ ໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ ຊຶ່ງກອງ ປະຊຸມຄັ້ງນີ້ ເປັນຄັ້ງທີ 3 ເພື່ອກວດ ກາ ແລະ ປະເມີນການປະຕິບັດໜ້າທີ່ ຂອງບັນດາກົງສຸນກິດຕິມະສັກ. ກອງປະຊຸມໄດ້ຮັບຟັງການລາຍ ງານຈາກບັນດາກົງສຸນກິດຕິມະ ສັກກ່ຽວກັບຜົນການເຄື່ອນໄຫວ ຂອງຕົນໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ. ບັນດາກົງສຸນກິດຕິມະສັກໄດ້ຕັ້ງ ໜ້າເຄື່ອນໄຫວປະກອບສ່ວນເຂົ້າ ໃນການຮັດແໜ້ນການພົວພັນຮ່ວມ ມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເປັນຕົ້ນໂຄງການຂະຫຍາຍ ພັນຊ້າງອາຊີຢູ່ສວນສັດກຽວໂຕ, ໂຄງການສ້າງຫໍສຽນພະພຸດທະຮູບ ມິດຕະພາບ ແລະ ໄມຕີຈິດ ລາວຍີ່ປຸ່ນ ຢູ່ແຂວງຈຳປາສັກ, ໂຄງການ ຜ່າຕັດປາກແວ່ງ-ເພດານໂວ່ໂດຍບໍ່ ໄດ້ເສຍຄ່າ, ໂຄງການຜະລິດເຫລົ້າ 78r g-nj v,-b ,,6 og-N v;a olh k'8A ' co;]k;lh k'-kf 7q [Iv[ 76 xu xtmko7totd;fdkl6 odk'ra d 1h P,1k,lt4kom6 f]k; xt9e ll s;Pfok, ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 26.08.2026 ປີທີ 25 ສະບັບທີ 6.506ັຸີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK zq odv'xt-5 ,]a f4t[ko ltw\lk,a oxt9egfn voly 'sk 2026 ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານ ) ]a f4t[kopuj x5j o -j ;pgs]n v37'dko d+ lh k']t[q [oE]y o16j c0;'-P'0;k' ,l sh v,lts;a o dP,rh v,Iv[fh ko.odko gxu flq dIPo.\j goA odkoIPo{dkolvomuj wfh 75 ootrk[ ຂປລ. ໂຮງຮຽນມັດທະຍົມສົມ ບູນ ຫ້ອມສະຫວັນ ເປັນອີກໂຮງ ຮຽນໜຶ່ງທີ່ມີຜົນງານດ້ານການ ຮຽນ-ການສອນທີ່ເດັ່ນໃນສົກຮຽນ 2025-2026 ຜ່ານມາ ໂດຍສະ ເພາະຜົນງານການສອບເສັງນັກ ຮຽນເກັ່ງລະດັບຊາດຊັ້ນ ມ7 ທີ່ ໄດ້ຊະນະເລີດ, ໄດ້ຮັບໃບປະກາດ ແດງຂອງນ້ອງນັກຮຽນຊັ້ນ ມ7 ແລະ ໄດ້ຮັບເລືອກໃຫ້ເປັນໂຮງຮຽນ ຂປລ. ຄະນະພົວພັນຕ່າງປະເທດ ສູນກາງພັກ (ຄຕພ) ຈັດປາຖະ ກະຖາເຜີຍແຜ່, ເຊື່ອມຊຶມມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13/8/195013/8/2026) ໃນວັນທີ 25 ສິງຫາ 2026 ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາ ຄະນະບໍລິຫານງານພັກ, ຮອງປະ ທານສູນກາງແນວລາວສ້າງຊາດ, ມີສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ, ພ້ອມດ້ວຍບັນດາ ຂປລ. ໃນໂອກາດຕາງໜ້າການ ນຳຂັ້ນສູງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແກ້ ໄຂໄພພິບັດຢູ່ແຂວງຫລວງພະບາງ ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນ ກາງພັກ, ພ້ອມຄະນະໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄ ສະນາອົບຮົມແຂວງຫລວງພະບາງ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສືບ ຕໍ່ຍົກສູງຄຸນນະພາບວຽກງານໂຄ ສະນາ-ອົບຮົມ, ກຳແໜ້ນສະພາບ ການ, ຕິດຕາມບັນຫາທີ່ສັງຄົມ xtdv[7egsa o.lj Ij k'czo'ko -u ;tokMra ocsj '-kf lt[a [mu 3 ຂປລ. ກອງປະຊຸມປຶກສາຫາລື ປະກອບຄໍາເຫັນໃສ່ຮ່າງເບື້ອງຕົ້ນ ແຜນງານຊີວະນາໆພັນກະສິກໍາ ແຫ່ງຊາດ ໄລຍະປີ 2026-2030 ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍການ ເປັນປະທານຂອງທ່ານ ສີລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນ ຄວ້າກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ (ສກປພ), ຮ່ວມກັບ ບັນດາຄະນະກົມທີ່ຂຶ້ນກັບກະຊວງ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 6່ າໍ່ ໜ້າ gvdva d7t]a f4tm6 f]k; xb dlksk]n da [dq 'l5 o dy f8y ,tlad csj ' lxx ]k; xt9e puj x5j o gxQ k\kpdkolh k'glf4tdy fgvdt]kf gxa og9Q k8q ogv'0v'ra d ອ່ານຕໍ່ໜ້າ 3່ າໍ່ ໜ້າ ທ່ານ ວັນນະກອນ ຜົງສີໃສ ທ່ານ ສີລິພົນ ພິທັກສູນ ຂປລ. ລັດຖະບານຍີ່ປຸ່ນ ໃຫ້ ທຶນຊ່ວຍເຫລືອມູນຄ່າປະມານ 40.570 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງລະບົບນໍ້າລິນ ບ້ານ ນາປັນ ແຂວງຊຽງຂວາງ ພາຍໃຕ້ ໂຄງການຊ່ວຍເຫລືອຂັ້ນຮາກຖານ (GGP) ໂດຍມີເປົ້າໝາຍເພື່ອ ປັບປຸງ ແລະ ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ສາມາດ ເຂົ້າເຖິງແຫລ່ງນໍ້າທີ່ສະອາດ ແລະ ຖືກສຸຂະນາໄມ. ພິທີເຊັນສັນຍາໂຄງການກໍ່ສ້າງ ລະບົບນໍ້າລິນ ບ້ານນາປັນ ແຂວງ ຊຽງຂວາງ ພາຍໃຕ້ໂຄງການຊ່ວຍ ເຫລືອຂັ້ນຮາກຖານຈັດຂຶ້ນໃນວັນທີ 24 ສິງຫາ 2026 ຢູ່ສະຖານທູດ ສະຫາຍກຳມະການຄະນະພັກ, ຄະ ນະກົມ, ຄະນະພະແນກ ແລະ ພະນັກ ງານພາຍໃນ ຄຕພ ເຂົ້າຮ່ວມ. ສະຫາຍ ລາວປາວຊົ່ງ ນະວົງໄຊ ສະຫາຍ ລາວປາວຊົ່ງ ນະວົງໄຊ ສົນໃຈ ແລະ ເສີມສ້າງປະສິດທິຜົນ ວຽກງານໂຄສະນາ-ເຜີຍແຜ່ແນວ ທາງຂອງພັກ ໃຫ້ສອດຄ່ອງກັບສະ ພາບການໃໝ່. ທ່ານ ຄໍາພັນ ເຜີຍຍະວົງ ພາບປະກອບ sq ;|h k 7vlr goA o.sh c0;'s];'rt[k' gvq k.9.lj ln [8pq dl6 '75 ootrk[;Pd37ltok{vq [Iq , +
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/08/2026 xtgmf]k; ຜົນກອງປະຊຸມລັດຖະບານ...ົຸັ ລັດຖະບານຍີ່ປຸ່ນ...ັີຸ່່ ຄຕພ ເຊື່ອມຊຶມມູນເຊື້ອ...ື່ຶູື້ ຫົວໜ້າ ຄອສພ...ົ້ ຂປລ. ໃນວັນທີ 25 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສື່ ມວນຊົນກ່ຽວກັບຜົນກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳ ເດືອນສິງຫາ 2026 ວ່າ: ກອງ ປະຊຸມໄດ້ໄຂຂຶ້ນໃນວັນທີ 24 ແລະ ອັດລົງໃນວັນທີ 25 ສິງຫາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ ຕາງໜ້າຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ສິງຫາ ແລະ ທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2026. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ ສໍາຄັນ ຄື: ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຈໍານວນໜຶ່ງຄື: ການປະຕິບັດວຽກ ຈຸດສຸມພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈຳ ເດືອນກັນຍາ 2026 ຂອງລັດຖະ ບານ; ສະພາບການຄຸ້ມຄອງລາຄາ ສິນຄ້າ ແລະ ການແກ້ໄຂບັນຫາ ນໍ້າມັນເຊື້ອໄຟ; ສະພາບໄພພິບັດທີ່ ເກີດຂຶ້ນໃນປີ 2026 ແລະ ແຜນ ການກຽມຄວາມພ້ອມຮັບມືໃນທ້າຍ ປີ 2026. ໃນນັ້ນ, ຕໍ່ກັບສະຫລຸບ ວຽກງານພົ້ນເດັ່ນປະຈໍາເດືອນ ສິງຫາ 2026 ຂອງລັດຖະບານ ເຫັນວ່າທົ່ວປະເທດ ສືບຕໍ່ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ສືບ ຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງຢູ່ບັນດາຮາກຖານ ແລະ ຈຸດ ຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆເປັນຕົ້ນເກັບກູ້ອາວຸດ, ວັດຖຸ ລະເບີດ, ແກ້ງສະແກມເມີ, ການ ລັກລອບຄົນເຂົ້າ-ອອກເມືອງ, ການ ນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ ຖືກຕ້ອງ, ອຸບັດເຫດຕາມທ້ອງ ຖະໜົນ; ມາຮອດປັດຈຸບັນສາມາດ ເກັບລາຍຮັບເຂົ້າງົບປະມານໄດ້ 72% ຂອງແຜນການປີ, ປະຕິບັດ ແຜນລາຍຈ່າຍງົບປະມານໄດ້48% ຂອງແຜນການປີ, ສາມາດຄວບຄຸມ ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,6%; ໄດ້ເອົາໃຈໃສ່ສົ່ງເສີມການ ຜະລິດຮັບໃຊ້ພາຍໃນ ແລະ ເປັນ ສິນຄ້າ ເພື່ອທົດແທນການນໍາເຂົ້າ, ທັງໄດ້ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຢ່າງເປັນເຈົ້າ ການ. ນອກຈາກນັ້ນ, ການກໍ່ສ້າງປັບປຸງໂຄງລ່າງພື້ນຖານເສັ້ນທາງຂົວ, ວຽກງານປະກັນສັງຄົມ, ການ ໄດ້ຍົກໃຫ້ເຫັນເຖິງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ແນວລາວສ້າງຊາດ ຊຶ່ງແມ່ນອົງ ການທີ່ສືບທອດມູນເຊື້ອອັນສະ ຫງ່າງາມຂອງແນວລາວອິດສະ ຫລະ ແລະ ແນວລາວຮັກຊາດ ໃນ ເມື່ອກ່ອນ ຊຶ່ງກອງປະຊຸມໃຫຍ່ ຄັ້ງທີ I ຂອງແນວລາວອິດສະຫລະ ໄດ້ໄຂຂຶ້ນໃນວັນທີ 13 ສິງຫາ 1950 ໄດ້ຮັບຮອງມະຕິສໍາຄັນຄື: ມະຕິວ່າດ້ວຍສ້າງລັດຖະບານລາວ ຕໍ່ຕ້ານ, ໂຄງການການເມືອງ 12 ຂໍ້, ຊື່ຂອງປະເທດ, ເພງຊາດ ແລະ ກາໝາຍຊາດ, ມະຕິຕົກລົງສ້າງ ຕັ້ງໜັງສືພິມລາວອິດສະຫລະ ແລະ ການນໍາພາປຸກລະດົມຂະບວນການ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ດຸເດືອດ ແລະ ສາມາດຍາດໄດ້ໄຊ ຊະນະໃນປີ 1954; ຫລັງຈາກນັ້ນ ປີ 1956 ໄດ້ເປັນຊື່ແນວລາວອິດ ສະຫລະມາເປັນແນວລາວຮັກຊາດ ເພື່ອສືບຕໍ່ເປັນຄັນທຸງເຕົ້າໂຮມ ພ້ອມທັງໃຫ້ສຸມໃສ່ການປັບປຸງ ກົງຈັກ-ການຈັດຕັ້ງ, ຊັບຊ້ອນບຸກ ຄະລາກອນໃຫ້ເໝາະສົມກັບວຽກ ງານ ໂດຍໝູນທິດນຳໃຊ້ພະນັກງານ ຜູ້ໜຶ່ງເຮັດໄດ້ຫລາຍວຽກ, ສືບຕໍ່ ປັບປຸງຮັກສາສະຖານີວິທະຍຸ-ໂທ ລະພາບ ໃຫ້ສາມາດໃຊ້ງານໄດ້ປົກ ກະຕິ, ເຜີຍແຜ່ຜົນສຳເລັດກອງ ປະຊຸມໃຫຍ່ ຄັ້ງທີ I ຂອງວຽກງານ ສື່ມວນຊົນທົ່ວປະເທດ ໃຫ້ກວ້າງ ຂວາງເລິກເຊິ່ງ ແລະ ຊຸກຍູ້ໃຫ້ພະ ນັກງານໃນຂະແໜງໂຄສະນາ-ອົບ ຮົມເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາ ສະເພາະ, ປັບປຸງວິທີການເຮັດວຽກ ໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງຕໍ່ວຽກ ງານໃນຍຸກດີຈິຕອນ. ໂອກາດນີ້, ທ່ານ ທອງຈັນ ລັດຕະນະປະດິດ ກໍາມະການພັກ ແຂວງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ກໍໄດ້ລາຍງານສະພາບ ການຈັດຕັ້ງ-ປະຕິບັດວຽກງານ ຮອບດ້ານຂອງຄະນະໂຄສະນາອົບ ຮົມແຂວງໃນໄລຍະຜ່ານມາ. ປັດຈຸ ບັນ, ທົ່ວຄະນະໂຄສະນາອົບຮົມ ແຂວງມີລັດຖະກອນທັງໝົດ60ຄົນ, ຍິງ 17 ຄົນ, ອາສາສະໝັກ 2 ຄົນ, ຍິງ1ຄົນ. ໃນໄລຍະຜ່ານມາ ໄດ້ເປັນ ເຈົ້າການນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໂດຍຜ່ານການລົງ ແຂວງຊຽງຂວາງ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ໃນພິທີ, ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວວ່າ: ໃນປະເທດລາວ, ອັດ ຕາສ່ວນຄົວເຮືອນທີ່ສາມາດເຂົ້າ ເຖິງນໍ້າສະອາດ ແລະ ປອດໄພແມ່ນ ເພີ່ມຂຶ້ນເລື່ອຍໆໃນທຸກໆປີ, ປັດຈຸບັນ ກໍບັນລຸໄດ້ເຖິງ 90% ແລ້ວ. ແຕ່ ເຖິງຢ່າງໃດກໍຕາມ, ກໍຍັງມີບາງ ພື້ນທີ່ໃນເຂດຫ່າງໄກສອກຫລີກທີ່ ຍັງມີຄວາມຕ້ອງການການປັບປຸງ ລວມເຖິງບ້ານນາປັນ. ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າການກໍ່ສ້າງ ໂຄງການຈະສໍາເລັດໂດຍ ໄວດ້ວຍ ການຮ່ວມແຮງຮ່ວມໃຈກັນຈາກ ປະຊາຊົນເຂດດັ່ງກ່າວ ແລະ ນໍາ ໄປສູ່ການປັບປຸງຄຸນນະພາບການ ດໍາລົງຊີວິດ ແລະ ສຸຂານາໄມຂອງ ຊຸມຊົນດ້ວຍ. ໂຄງການຊ່ວຍເຫລືອຂັ້ນຮາກ ຖານແມ່ນການສະໜອງທຶນທີ່ຈຳ ເປັນໃຫ້ແກ່ໂຄງການຂະໜາດນ້ອຍ ທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະ ຊາຊົນທ້ອງຖິ່ນ ໂດຍມີເປົ້າໝາຍ ພັດທະນາຫັນເປັນດີຈິຕອນ ແລະ ທັນສະໄໝ, ການສະໜອງນໍ້າມັນ ເຊື້ອໄຟ, ການສົ່ງເສີມນຳໃຊ້ລົດໄຟ ຟ້າ ແລະ ພະລັງງານສະອາດ, ການ ປັບປຸງຄຸນນະພາບການສຶກສາ, ການກະກຽມເປີດສົກຮຽນໃໝ່ ສົກ ຮຽນ 2026-2027, ການສ້າງ ຄອບຄົວວັດທະນະທໍາ, ການປັບປຸງ ພຶື້ນຖານໂຄງລ່າງ ແລະ ການບໍລິ ການທ່ອງທ່ຽວ, ການປ້ອງກັນພະ ຍາດຕາມລະດູການ, ການປັບປຸງ ການບໍລິການດ້ານສາທາລະນະ ສຸກ, ການຂະຫຍາຍຕາໜ່າງໄຟຟ້າ ຮັບໃຊ້ປະຊາຊົນ, ການເຄື່ອນໄຫວ ວຽກງານຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຄືບໜ້າ. ພ້ອມກັນນັ້ນ, ລັດ ຖະບານໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊ່ວຍເຫລືອເບື້ອງຕົ້ນໃຫ້ແກ່ປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ-ນໍ້າໄຫລຊຸຢູ່ 8 ແຂວງ ຊຶ່ງ ທ່ານນາຍົກລັດຖະມົນຕີ, ບັນດາ ທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂ ແລະ ມອບ ການຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ ຖືກຜົນກະທົບຢູ່ພື້ນທີ່ຕົວຈິງໃນທ້ອງ ຖິ່ນຕ່າງໆ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະ ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ມີປະ ສິດທິຜົນຫລາຍກວ່າເກົ່າເປັນຕົ້ນ ບັນຫາສະແກມເມີ, ບັນຫາອຸບັດ ເຫດ, ການຄ້າຂາຍຢາເສບຕິດ ແລະ ອື່ນໆຍັງເກີດຂຶ້ນຈຳນວນບໍ່ໜ້ອຍ; ການຈັດຕັ້ງປະຕິບັດໂຄງການທີ່ ເປັນບຸລິມະສິດຂອງລັດຖະບານ ຍັງມີຄວາມຄືບໜ້າຊ້າ; ການນໍາ ເຂົ້າສິນຄ້າຟູມເຟືອຍ ແລະ ສິນຄ້າ ທີ່ຜະລິດພາຍໃນໄດ້ແລ້ວແຕ່ຍັງບໍ່ມີ ທ່າອ່ຽງຫລຸດລົງ; ເອົາໃຈໃສ່ການ ປະຕິບັດນະໂຍບາຍນໍາໃຊ້ລົດໄຟຟ້າ ແລະ ພະລັງງານສະອາດຢ່າງແຂງ ແຮງ; ການຈັດຕັ້ງປະຕິບັດວຽກ ງານ ແລະ ການແບ່ງຄວາມຮັບຜິດ ຊອບລະຫວ່າງເມືອງ, ຕາແສງ ແລະ ບ້ານໃຫ້ມີຄວາມຊັດເຈນ, ໂລ່ງລ່ຽນ ແລະ ບໍລິການຮັບໃຊ້ປະ ຊາຊົນຢ່າງທັນການ. ວາລະທີ 2: ກອງປະຊຸມເຫັນດີ ດ້ານຫລັກການຮັບຮອງເອົາຮ່າງ ນິຕິກໍາ ຈໍານວນ 12 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍຈັດຊື້-ຈັດຈ້າງດ້ວຍທຶນ ຂອງລັດ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບ ປັບປຸງ), ຮ່າງກົດໝາຍວ່າດ້ວຍ ພົນລະເຮືອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນ ສຸຂະພາບ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າ ດ້ວຍການບິນພົນລະເຮືອນ (ສະບັບ ປັບປຸງ); ຮ່າງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະ ຍາກໍາທາງໄຊເບີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ); ຮ່າງຄໍາສັ່ງ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການ ພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງດໍາລັດວ່າດ້ວຍມາດຕະຖານ ພົ້ນທຸກ ແລະ ມາດຕະຖານພັດທະ ນາ (ສະບັບປັບປຸງ); ຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມ ແຂວງຜົ້ງສາ ລີ ແລະ ແຂວງຫົວພັນ. ໃນນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງອົງການສົມທົບກັບພາກສ່ວນກ່ຽວ ຂ້ອງນຳເອົາຮ່າງນິຕິກຳທີ່ຕິດ ພັນກັບຂະແໜງການຂອງຕົນໄປ ປັບປຸງຕາມຄຳເຫັນຂອງສະມາຊິກ ລັດຖະບານໃຫ້ມີເນື້ອໃນຄົບຖ້ວນ ສົມບູນ, ລະອຽດຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນສູງ; ພາຍຫລັງປັບປຸງບັນດາ ຮ່າງກົດໝາຍສຳເລັດແລ້ວ ຈຶ່ງສະ ເໜີນຳເຂົ້າຜ່ານກອງປະຊຸມສະພາ ແຫ່ງຊາດ ພິຈາລະນາຮັບຮອງ. ສະ ເພາະຮ່າງກົດໝາຍວ່າດ້ວຍການ ປະກັນສຸຂະພາບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍປະກັນ ສັງຄົມ (ສະບັບປັບປຸງ) ມອບໃຫ້ ຄະນະຮັບຜິດຊອບນໍາໄປປັບປຸງຕື່ມ ເພື່ອຄົ້ນຄວ້າໂຮມເຂົ້າເປັນກົດໝາຍ ດຽວໃຫ້ສອດຄ່ອງກັບເງື່ອນໄຂ ສະພາບຕົວຈິງ. ສ່ວນຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະ ນາເສດຖະກິດ-ສັງຄົມ ແຂວງຜົ້ງ ສາລີ ແລະ ແຂວງຫົວພັນ ແມ່ນ ມອບໃຫ້ພາກສ່ວນກ່ຽວຂ້ອງກວດ ກາຄືນ ເພື່ອໃຫ້ສອດຄ່ອງກັບແຜນ ພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຈັດລຽງບຸລິມະສິດແຜນ ພັດທະນາພຶື້ນຖານໂຄງລ່າງຕ່າງໆ ຢ່າງມີຈຸດສຸມ ແລະ ສອດຄ່ອງກັບ ບັນດາທ່າແຮງບົ່ມຊ້ອນຂອງແຕ່ລະ ທ້ອງຖິ່ນ. ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2026 ກອງ ປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຮັກສາ ຄວາມສະຫງົບຕາມຊາຍແດນ; ສຸມ ໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນອາຊະຍາກໍາລະບົບຄອມ ພິວເຕີ, ຢາເສບຕິດ, ການປຸ້ນຈີ້ຊີງ ຊັບ, ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫລຸດລົງ; ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍ ເຫລືອບັນເທົາທຸກຈາກຜົນກະທົບ ນ້ໍາຖ້ວມໃຫ້ກັບຄືນສູ່ປົກກະຕິໂດຍ ໄວ; ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະ ເຈື່ອນ-ຕັດຂາດ ໃຫ້ສາມາດໄປ ມາໄດ້; ກະກຽມຄວາມພ້ອມຮອບ ດ້ານໃນການຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ໃຫ້ຕິດ ຕາມຄວາມປອດໄພຂອງເຂື່ອນ, ລວມທັງການຈັດການປະລິມານ ນ້ຳໃນເຂື່ອນໃຫ້ດີ; ສຸມໃສ່ກະກຽມ ບັນດາເນື້ອໃນທີ່ຕິດພັນກັບຄວາມ ຮັບຜິດຊອບຂອງລັດຖະບານໃຫ້ ພ້ອມ ແລະ ເຂົ້າຮ່ວມລາຍງານຕໍ່ ກອງປະຊຸມກົມການເມືອງຮ່ວມ ກັບຄະນະເລຂາທິການສູນກາງພັກ ປະຈຳເດືອນສິງຫາ 2026; ຮີບຮ້ອນຜັນຂະຫຍາຍມະຕິ 34/ສພຊ ວ່າດ້ວຍການຮັບຮອງ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍສະເພາະການສ້າງ ແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານທີ່ຈະຈັດຕັ້ງປະຕິ ບັດບັນດາວຽກຈຸດສຸມຂອງວາລະ ແຫ່ງຊາດ ແລ້ວລາຍງານຕໍ່ກອງ ປະຊຸມລັດຖະບານໃນເດືອນກັນຍາ ຫລື ເດືອນຕຸລາ ກ່ອນຈະນຳສະເໜີ ຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້; ໃຫ້ບັນດາກະຊວງອົງການທຽບເທົ່າຮີບຮ້ອນແບ່ງ ພາລະບົດບາດ, ຄວາມຮັບຜິດຊອບ ລະຫວ່າງເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານ ຂອງຂະແໜງການຕ່າງໆໃຫ້ສຳ ເລັດໃນເດືອນກັນຍາ 2026; ສຸມ ໃສ່ເກັບລາຍຮັບງົບປະມານຈາກ ແຫລ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນ ຄ່າເພີ່ມໃຫ້ໄດ້ຫລາຍ, ທັງສຸມໃສ່ ການເຊື່ອມໂຍງຂໍ້ມູນການຈັດເກັບ ລາຍຮັບກັບບັນດາຂະແໜງການທີ່ ກ່ຽວຂ້ອງ; ສືບຕໍ່ຊຸກຍູ້ການຜະລິດ ເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດ ແທນການນຳເຂົ້າ, ໄປຄຽງຄູ່ກັບ ການຈຳກັດການນຳເຂົ້າສິນຄ້າ ຟູມເຟືອຍ ແລະ ສິນຄ້າທີ່ພາຍໃນ ສາມາດຜະລິດໄດ້ ໂດຍສະເພາະ ຊີ້ນໝູແຊ່ແຂງຈາກຕ່າງປະເທດ ທີ່ ມີລາຄາຕໍ່າ ແລະ ບໍ່ຮັບປະກັນດ້ານ ຄຸນນະພາບ, ພ້ອມທັງໃຫ້ລົງຊ່ວຍ ແຂວງໄຊຍະບູລີ ໃນການຄວບຄຸມ ການລະບາດພະຍາດອະຫິວາໝູ; ສືບຕໍ່ກະກຽມເປີດສົກຮຽນໃໝ່ ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງ ຄູແຫ່ງຊາດ; ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບ ປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ; ສືບຕໍ່ຕິດຕາມ, ເຝົ້າ ລະວັງ, ປ້ອງກັນ ແລະ ແກ້ໄຂພະ ຍາດລະບາດຕາມລະດູການ; ສືບຕໍ່ ຄຸ້ມຄອງ ແລະ ກວດກາເຂັ້ມງວດ ຕໍ່ຄຸນນະພາບ, ມາດຕະຖານຂອງ ອາຫານ, ຢາ ແລະ ຜະລິດຕະພັນ ການແພດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ. ສືບຕໍ່ກະກຽມຈັດງານສັບປະ ດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງລາຍການສະແດງ ເພື່ອ ຮັບໃຊ້ການເປັນເຈົ້າພາບຈັດກອງ ປະຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃຫ້ດີ ໂດຍຖືເປັນ ໂອກາດດຶງດູດ ແລະ ສົ່ງເສີມການ ທ່ອງທ່ຽວລາວ; ສືບຕໍ່ຂະຫຍາຍ ເຄືອຂ່າຍໂທລະຄົມ, ສັນຍານອິນເຕີ ເນັດ ໄປສູ່ເຂດຫ່າງໄກສອກຫລີກທີ່ ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳ ໃຊ້ລະບົບ (G-Chat) ແລະ ລະບົບ ບໍລິຫານດີຈິຕອນ ເພື່ອຫັນເປັນລັດດີ ຈິຕອນໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ; ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດໃຫ້ໄວ ແລະ ໄດ້ຫລາຍຂຶ້ນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບ ສິນທີ່ຢຶດໄດ້ຈາກຄະດີຕ່າງໆໃຫ້ໄວ ຂຶ້ນ; ສືບຕໍ່ກະກຽມການເຄື່ອນໄຫວ ຕ່າງປະເທດ ຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມ ລາວ ຢ່າງເປັນທາງການ ຂອງການ ນຳຂັ້ນສູງປະເທດເພື່ອນມິດໃຫ້ໄດ້ ຮັບຜົນດີ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາ ແນໃສ່ໃນການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດທີ່ກໍາລັງພັດທະນາ ຊຶ່ງ ລວມມີປະເທດລາວຢູ່ນໍາ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການ ສະໜັບສະໜູນແຂວງຊຽງຂວາງ ລວມ ເ ປັນມູນຄ່າຫລາຍກວ່າ 2.900.000 ໂດລາສະຫະລັດ ໃນ ຂະແໜງການສຶກສາ, ລະບົບນໍ້າລິນ ແລະ ສາທາລະນະສຸກ. ປະເທດຍີ່ປຸ່ນ ໃນນາມເປັນສ່ວນໜຶ່ງຂອງຄວາມ ມຸ່ງໝັ້ນໃນການແກ້ໄຂຄວາມແຕກ ໂຕນທາງດ້ານເສດຖະກິດ ແລະ ສັງຄົມໃນພາກພື້ນ, ຈະສືບຕໍ່ໃຫ້ ການສະໜັບສະໜູນປະເທດລາວ ໃນການປັບປຸງພື້ນຖານຊີວິດການ ເປັນຢູ່ຂັ້ນຮາກຖານຂອງປະຊາຊົນ ເພື່ອຮັບປະກັນວ່າຈະບໍ່ໃຫ້ມີໃຜຖືກ ປະຖິ້ມໄວ້ທາງຫລັງ. ທ່ານສະມາຊິກລັດຖະບານຈົ່ງນໍາ ເອົາແຜນວຽກຈຸດສຸມປະຈຳເດືອນ ກັນຍາ 2026 ທີ່ກອງປະຊຸມໄດ້ ເອກະພາບກັນໄປປັບປຸງເຂົ້າໃນ ແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ສອດຄ່ອງກັບສະ ພາບຄວາມເປັນຈິງຂອງການຈັດ ຕັ້ງ ກໍຄື ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດ ຊັດເຈນ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ຮາກຖານ, ເກັບກຳຫາງສຽງສັງຄົມ ແລະ ໂຄສະນາຜ່ານລະບົບສື່ມວນ ຊົນທຸກຮູບແບບ; ພ້ອມທັງໄດ້ຍົກ ໃຫ້ເຫັນເຖິງບາງຂໍ້ຈຳກັດ ແລະ ບັນ ຫາທີ່ຍັງຄົງມີຄວາມຫຍຸ້ງຍາກໃນ ການປະຕິບັດວຽກງານໃນຕໍ່ໜ້າ, ທັງໄດ້ມີຂໍສະເໜີຕໍ່ຄະນະໂຄສະນາ ອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະ ນັກງານທາງດ້ານທິດສະດີ ແລະ ວຽກງານວິຊາສະເພາະ, ສະໜອງ ອຸປະກອນ-ພາຫະນະຮັບໃຊ້ວຽກ ງານສື່ມວນຊົນ ແລະ ຊ່ວຍຊຸກຍູ້ງົບ ປະມານ ເພື່ອໃຫ້ວຽກງານຄະນະໂຄ ສະນາອົບຮົມມີຄວາມເຂັ້ມແຂງ. ພາຍຫລັງສຳເລັດການໂອ້ລົມ, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍ ຄະນະກໍໄດ້ໄປຢ້ຽມຢາມສະຖານີ ເຄື່ອງສົ່ງວິທະຍຸຕັ້ງຢູ່ບ້ານສັງຄະ ໂລກ ແລະ ສະຖານີຖ່າຍທອດວິທະ ຍຸ-ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານ ຜານົມ ນະຄອນຫລວງພະບາງ ຕື່ມອີກ. ຂ່າວ-ພາບ: ທະນູສິນ ອິດທິພົນ ຄວາມສາມັກຄີປະຊາຊົນລາວບັນ ດາເຜົ່າຮ່ວມສຳພັນກັບບັນດາກໍາ ລັງການເມືອງທີ່ມີທ່າອ່ຽງຮັກ ຊາດ, ໄດ້ຂະຫຍາຍສາຍສຳພັນກັບ ກອງທັບ ແລະ ປະຊາຊົນ 3 ຊາດ ອິນດູຈີນອ້າຍນ້ອງຕໍ່ສູ້ຕ້ານຈັກກະ ພັດລ່າເມືອງຂຶ້ນແບບໃໝ່ ແລະ ພາ ລະກິດອື່ນໆ ຊຶ່ງໄດ້ຮັບໄຊຊະນະ ແຕ່ນ້ອຍຫາໃຫຍ່ເປັນກ້າວໆມາ; ໄລຍະປີ 1979 ເຖິງປັດຈຸບັນໄດ້ ປ່ຽນຊື່ຈາກແນວລາວຮັກຊາດ ມາ ເປັນແນວລາວສ້າງຊາດ ແນໃສ່ ເຕົ້າໂຮມຄວາມສາມັກຄີຂອງປະ ຊາຊົນບັນດາເຜົ່າທຸກຊັ້ນຄົນ, ສາ ສະໜາ ແລະ ເພດໄວ, ນັບທັງຄົນ ເຊື້ອຊາດລາວດໍາລົງຊີວິດຢູ່ຕ່າງປະ ເທດໃຕ້ຮົ່ມທຸງປະຕິວັດຂອງພັກປະ ຊາຊົນປະຕິວັດລາວ, ພ້ອມກັນນັ້ນ, ແນວລາວສ້າງຊາດ ຍັງໄດ້ຍຶດໝັ້ນ ພັນທະພາບກັບກຳມະກອນ, ຊາວ ກະສິກອນ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນທີ່ກ້າວໜ້າ, ເດັດດ່ຽວ ໜຽວແໜ້ນ, ສຶກສາອົບຮົມປະຊາ ຊົນດ້ວຍການໝູນໃຊ້ຫລັກການ ອັນຖືກຕ້ອງຂອງພັກ ເຮັດໃຫ້ຂະ ບວນການປະຕິວັດນັບມື້ເຕີບໃຫຍ່ ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ນອກ ນີ້, ແນວລາວສ້າງຊາດ ຍັງມີມູນ ເຊື້ອເປັນທີ່ປຶກສາແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ, ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ ດີລະຫວ່າງ ພັກ-ລັດ ກັບປະຊາຊົນ ເປັນພື້ນຖານການເມືອງຂອງອໍາ ນາດປະຊາທິປະໄຕປະຊາຊົນ. ການຈັດປາຖະກະຖາມູນເຊື້ອວັນ ສ້າງຕັ້ງແນວລາວສ້າງຊາດ ໃນ ຄັ້ງນີ້ ເປັນການເຊື່ອມຊຶມ, ສຶກສາ ອົບຮົມໃຫ້ແກ່ພະນັກງານພາຍໃນ ຄຕພ ຮັບຮູ້, ເຂົ້າໃຈເຖິງປະຫວັດ ສາດສໍາຄັນຂອງຊາດ, ພ້ອມກັນ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງບັນພະບຸລຸດ, ຕັ້ງໜ້າຝຶກຝົນ ຫລໍ່ຫລອມຕົນເອງໃຫ້ມີຄຸນທາດ ການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ພ້ອມກັນເຮັດສຳ ເລັດທຸກໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ. ຂ່າວ: ຄຕພ
26/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ s;o7n ogsfdkole7a o ;a omu 23 ly 'sk xu 1975 (ເນື່ອງໃນໂອກາດວັນຢຶດອຳນາດ 23/8/1945 ແລະ 23/8/1975)ື່ ອັ ນຶ ດ gxQ k\kpdkolh k'glf4tdy fgvdt]kf gxa og9Q k8q ogv' 0v'ra d ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດ ສາດການປະຕິວັດລາວ ເປັນເຫດການ ທີ່ສະແດງເຖິງການປ່ຽນຜ່ານອຳນາດ ການປົກຄອງໃນນະຄອນຫລວງວຽງ ຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພາຍຫລັງການສິ້ນສຸດຂອງສົງ ຄາມໂລກຄັ້ງທີ 2 ແລະ ການສິ້ນສຸດ ລະບອບອານານິຄົມຝຣັ່ງໃນອິນດູຈີນ, ສະພາບການໃນລາວຍັງຄົງມີຄວາມ ຂັດແຍ່ງ ແລະ ການແຊກແຊງຈາກ ພາຍນອກ. ພາຍຫລັງພວກລ່າເມືອງ ຂຶ້ນຝຣັ່ງຖືກປະລາໄຊ, ຈັກກະພັດອາ ເມລິກາ ກໍໄດ້ກະໂດດເຂົ້າມາແທນ ພວກລ່າເມືອງຂຶ້ນຝຣັ່ງ ດໍາເນີນການ ແຊກແຊງ ແລະ ຮຸກຮານປະເທດລາວ ໂດຍທັນທີດ້ວຍກົນອຸບາຍຫວັງເຮັດໃຫ້ ປະເທດເຮົາ ກາຍເປັນຫົວເມືອງຂຶ້ນ ແບບໃໝ່ ແລະ ເປັນຖານທັບຂອງເຂົາ ແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນ ກະແສຟອງປະຕິວັດບໍ່ ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຕໍ່ສະພາບການ ແລະ ຄວາມຮຽກ ຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີ ເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ ນຳພາປະຊາຊົນລາວບັນດາເຜົ່າດໍາ ເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ທີ່ດຸເດືອດຂ້ຽວ ຂາດສັບສົນ, ຫຍຸ້ງຍາກລຳບາກກວ່າ ໝູ່ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດ ກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນ ຂປລ. ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງ ຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ຢ່າງເປັນຂະບວນ ຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບ ຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ຢ່າງຈູດຈ້າວຫ້າວຫັນ, ມີຈຸດສຸມ ເພື່ອສົ່ງເສີມເປັນສິນຄ້າ ໃຫ້ກຸ້ມ ຕົນເອງ ແລະ ຊົມໃຊ້ສິນຄ້າພາຍໃນ ທັງຫລຸດຜ່ອນການນຳເຂົ້າສິນຄ້າ ຈາກພາຍນອກ ທັງໄດ້ກຳນົດເອົາ ຜະລິດຕະພັນທີ່ພົ້ນເດັ່ນຂອງທ້ອງ ຖິ່ນຕົນ ເປັນທ່າແຮງໃນການຈັດຕັ້ງ ປະຕິບັດມະຕິດັ່ງກ່າວ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງແມ່ນທິດ ທາງ, ເສັ້ນທາງການພັດທະນາ ຊາດລາວຍຸກໃໝ່ ເພື່ອສ້າງພື້ນຖານ ເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ໂດຍສູ້ຊົນເອົາເສດຖະກິດຂອງລາວ ອອກຈາກລະບົບ, ລະບອບເສດຖະ ກິດທີ່ເຕັມໄປດ້ວຍການເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າ ຕົນເອງ ຢ່າງມີບາດກ້າວເດີນທີ່ ໜັກແໜ້ນ ໝາຍວ່າ: ເປັນເຈົ້າດ້ານ ຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງ ທີ່ເຮົາເຮັດໄດ້; ຮູ້ອີງໃສ່ທ່າແຮງ ບົ່ມຊ້ອນຂອງປະເທດ, ຮູ້ນໍາໃຊ້ຊັບ ພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະຮູ້ວາງແຜນໃນການຂຸດຄົ້ນຊັບ ພະຍາກອນຂອງຊາດ ໃຫ້ຄົນລາວ ເປັນເຈົ້າຫລາຍຂຶ້ນ; ໄດ້ເງິນມາ ຕ້ອງຮູ້ປະຢັດ-ອົດອອມ, ຮູ້ໃຊ້ຈ່າຍ ຢ່າງຄຸ້ມ, ຕັດສິນໃຈສູງຊອກຫາ ທາງອອກ ແລະ ວາງມາດຕະການ ອັນຈໍາເປັນໃນແຕ່ລະໄລຍະຢ່າງ ຖືກຕ້ອງ ແລະ ສອດຄ່ອງກັບສະ ພາບທີ່ເກີດຂຶ້ນ ເພື່ອເຮັດໃຫ້ບັນ ຫາຕ່າງໆ ໄດ້ຮັບການແກ້ໄຂດີຂຶ້ນ ເທື່ອລະກ້າວ; ປະຊາຊົນມີຄວາມ ສາມັກຄີເປັນປຶກແຜ່ນ, ມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ອະນາຄົດອັນສະຫວ່າງສະ ໄຫວຂອງປະເທດຊາດ, ຕື່ນຕົວ ເປັນເຈົ້າການທໍາມາຫາກິນ ເພື່ອ ໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ. ພ້ອມດຽວກັນນີ້, ຢາກສ້າງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໃນເງື່ອນໄຂເຊື່ອມໂຍງ ກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການເປັນເຈົ້າການພັດ ທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານ ການຜະລິດ, ການບໍລິການ, ສ້າງ ໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການ ເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ ສ້າງພື້ນຖານການຜະລິດໃຫ້ໜັກ ແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະ ໂພກ-ບໍລິໂພກພຽງພໍຕອບສະໜອງ ພື້ນຖານການດໍາລົງຊີວິດຂອງສັງ ຄົມລາວ ໂດຍບໍ່ເພິ່ງພາຈາກພາຍ ນອກດ້ານດຽວ ກ້າວສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນ ຕ່ອງໂສ້ໃນລະບົບການຜະລິດຂອງ ພາກພື້ນ ແລະ ສາກົນ, ສ້າງມູນຄ່າ ເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນ ທີ່ເປັນ ທ່າແຮງຂອງປະເທດ ໂດຍນໍາໃຊ້ ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ. ປັບປຸງລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບ ເສດຖະກິດຂອງປະເທດ; ບົນພື້ນ ຖານນັ້ນ ຕ້ອງດໍາເນີນທຸກມາດຕະ ການ ເພື່ອໃຫ້ມີລະບົບການເກັບ ລາຍຮັບເຂົ້າງົບປະມານ ໃຫ້ໄດ້ ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງ ແຫລ່ງລາຍຮັບໃໝ່ໃຫ້ຫລາຍໜັກ ແໜ້ນ, ຂຸດຄົ້ນແຫລ່ງລາຍຮັບຈາກ ບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍແລະລະ ບຽບການຢ່າງຍືດຍຸ່ນ, ທັງມີການ ປັບປຸງ ແລະ ພັດທະນາລະບົບ, ກົນ ໄກຢ່າງເປັນປະຈໍາ ຕາມຫລັກວິທະ ຍາສາດທີ່ປ່ຽນແປງໄດ້ຕາມສະ ຖານະການຕົວຈິງໃນແຕ່ລະໄລ ຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບ ປະມານຢ່າງເຄັ່ງຄັດ, ມີປະສິດທິ ຜົນ, ເກີດດອກອອກຜົນໃນການພັດ ທະນາຫລາຍກວ່າເກົ່າ ແລະ ສ້າງ ສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ; ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນ ສູງສຸດຂອງຕົນເອງເປັນສິ່ງຕັດສິນ ຕົ້ນຕໍ ໃນການຮັບປະກັນຄວາມ ເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງເປັນຮູບປະ ທໍາທາງດ້ານເສດຖະກິດ, ການ ຮ່ວມມືດ້ານເສດຖະກິດກັບພາຍ ນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນການສ້າງເງື່ອນໄຂ, ຄວາມ ເຊື່ອໝັ້ນອັນໜັກແໜ້ນ ໃນການຍາດ ແຍ່ງ ແລະ ຮັບເອົາການສະໜັບສະ ໜູນ ຊ່ວຍເຫລືອຈາກເພື່ອນມິດ ສາກົນໃຫ້ກາຍເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະ ສິດທິຜົນສູງສຸດ. ທ່ານ ຄຳແສນ ສົມພານດີ ຮອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ນະ ຄອນຫລວງວຽງຈັນໃຫ້ສຳພາດ ວ່າ: ການຈັດຕັ້ງປະຕິບັດມະຕິວ່າ ດ້ວຍ ສອຈ ຢູ່ເມືອງປາກງື່ມ ຫລັກໆ ແມ່ນຖືວຽກງານກະສິກຳເປັນທ່າ ແຮງ, ເນື່ອງຈາກ 80% ຂອງປະ ຊາຊົນພາຍໃນເມືອງ ແມ່ນເຮັດອາ ຊີບກະສິກຳນີ້ ໂດຍສະເພາະແມ່ນ ການຜະລິດເຂົ້ານາແຊງ, ນາປີ, ການປູກມັນຕົ້ນ ແລະ ການປູກພືດ ຜັກອິນຊີບ້ານທ່າຊ້າງທີ່ມີຊື່ສຽງ ມາແຕ່ດົນ. ການຜະລິດກະສິກຳ ພາຍໃນເມືອງ ໄດ້ສົ່ງເສີມໃນການ ຫັນເປັນທັນສະໄໝ ເພື່ອຫລຸດຜ່ອນ ແຮງງານກໍຄືຕົ້ນທຶນໄດ້ຫລາຍຂຶ້ນ ໄປພ້ອມໆກັບສາມາດສ້າງເສດຖະ ກິດພາຍໃນເມືອງໃຫ້ມີຄວາມເຂັ້ມ ແຂງ. ແນວໃດກໍຕາມ, ເຖິງວ່າການ ຜະລິດໄດ້ຫັນປ່ຽນກ້າວໄປສູ່ການ ຜະລິດທັນສະໄໝກໍຈິງ, ແຕ່ກໍຍັງ ພົບບັນຫາບາງດ້ານ ໂດຍສະເພາະ ແມ່ນບັນຫາລາຄານ້ຳມັນສູງຄືດັ່ງ ປັດຈຸບັນອັນໄດ້ເຮັດໃຫ້ຕົ້ນທຶນການ ຜະລິດກໍເພີ່ມຂຶ້ນໄປຕາມໆກັນ. ທ່ານ ຄຳແສນ ສົມພານດີ ກ່າວ ຕື່ມວ່າ: ໂດຍລວມແລ້ວ, ເສດຖະກິດ ຂອງເມືອງເຮົາແມ່ນອີງໃສ່ການ ເຮັດນາ, ພືດຜັກເປັນຫລັກ ເພື່ອ ສ້າງລາຍຮັບສົ່ງເສີມລູກ-ຫລານ ຮຽນໜັງສື ແລະ ສ້າງສາຄອບຄົວ. ໃນອະນາຄົດກໍຈະສືບຕໍ່ຂະຫຍາຍ ເຕັກນິກໃໝ່ໆ ແລະ ຮ່ວມມືກັບພາກ ສ່ວນຕ່າງໆ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປພ້ອມໆກັບການຈັດຕັ້ງປະຕິບັດ ມະຕິວ່າດ້ວຍ ສອຈ ຢ່າງມີເຂັ້ມ ແຂງ ແລະ ຍືນຍົງ. ປະຫວັດສາດຂອງຊາດເຮົາ ຊຶ່ງໄດ້ ສະແດງອອກໃນແຕ່ລະໄລຍະດັ່ງນີ້: ໄລຍະ ແຕ່ 1954-1963 ເປັນໄລຍະ ການຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານ ການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ. ໄລຍະປີ 1964-1973 ເປັນໄລຍະ ຕໍ່ສູ້ຜາບແພ້ຍຸດທະສາດ” ສົງຄາມພິ ເສດເພີ່ມທະວີຂອງຈອນເງິນ” ແລະ “ຍຸດທະສາດສົງຄາມພິເສດເພີ່ມທະ ວີ” ຕາມທິດສະດີນິກເຊິນຂອງຈັກກະ ພັດອາເມລິກາ. ໄລຍະປີ 19731975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນ ທົ່ວປະເທດ ດ້ວຍກຳລັງແຮງສັງລວມ ຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນ ທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂ ທີ່ສັນຕິພາບໄດ້ຮັບການຟື້ນຟູ. ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ ລວມໃນການຕໍ່ສູ້ຍາດເອົາໄຊຊະນະ ຂັ້ນສຸດທ້າຍຂອງການປະຕິວັດໂດຍ ນຳໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຂອງມະຫາຊົນ, ການ ໜູນໜີບຂອງກຳລັງປະກອບອາວຸດ ປະຕິວັດ, ການແຍກຕົວອອກຂອງກຳ ລັງທະຫານຂອງສັດຕູ. ໂດຍປະຕິບັດຕາມທິດທາງໜ້າທີ່ ດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນກະກຽມກຳລັງ ທຸກດ້ານຄື: ກຳລັງການເມືອງ ແລະ ກຳລັງປະກອບອາວຸດ, ປຸກລຸກນໍ້າໃຈ ຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກ ລຸກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດ ກວດກາຂອງຝ່າຍວຽງຈັນ, ກະກຽນ ແຜນການທຸກດ້ານເພື່ອຢຶດອໍານາດ ຢູ່ ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນລະອຽດໃຫ້ ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ. ພາຍໃຕ້ການນຳພາຂອງພັກ ມະ ຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງ ຂອງສັດຕູ ແລະ ໃນເຂດເປັນກາງ ເປັນ ຕົ້ນແມ່ນກຳມະກອນ,ຊາວນາ,ນັກຮຽນ ນັກສຶກສາໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ ນັບມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກໍາລັງໄດ້ຢ່າງ ຫລວງຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສາມະເນນ, ນັບ ທັງນາຍ ແລະ ພົນທະຫານ, ຕຳຫລວດ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງຂະ ຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮືຂຶ້ນຂອງກຳມະກອນໄຟຟ້າ ວຽງຈັນ; ການລຸກຮືຂຶ້ນຕໍ່ສູ້ຢ່າງໝັ້ນ ໜຽວທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງ ບົກ ແຂວງຄໍາມ່ວນ ສາມາດຍາດເອົາ ສິດເປັນເຈົ້າ, ສ້າງຕັ້ງອໍານາດການ ປົກຄອງປະຕິວັດຂຶ້ນ; ການລຸກຮືຂຶ້ນ ປະກາດແຍກຕົວອອກຈາກຝ່າຍວຽງ ຈັນ ຂອງກອງພັນ 102 ມາຂຶ້ນກັບ ລັດຖະບານປະສົມໂດຍກົງ. ໂດຍການປະສານສົມທົບຊ່ວຍຊູ ຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກຳລັງປະກອບອາວຸດໄດ້ເຄື່ອນທັບ ຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງ ສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວ ເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະ ຫວັນນະເຂດ ທີ່ເປັນໃຈກາງບັງຄັບ ບັນຊາຂອງສັດຕູ ສ້າງເປັນກຳລັງໜີບ ທາງການທະຫານຢ່າງແຂງແຮງໃນ ເຂດປົກຄອງ ຂອງສັດຕູ. ວັນທີ 23 ສິງຫາ 1975 ຊາວນະ ຄອນຫລວງວຽງຈັນ ສອງໝື່ນກວ່າ ຄົນ ໄດ້ໂຮມຊຸມນຸມມິດຕິ່ງ ເພື່ອຕ້ອນ ຮັບການປະກາດສ້າງຕັ້ງອຳນາດ ການປົກຄອງປະຕິວັດ ນະຄອນຫລວງ ຈັນ ຊຶ່ງກໍເປັນອັນວ່າລະບົບອຳນາດ ການປົກຄອງປະຕິວັດທັງໝົດແຕ່ຂັ້ນ ແຂວງ, ນະຄອນຫລວງ ລົງຮອດຂັ້ນ ຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະ ຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງ ຈັນ, ກອງປະຊຸມໄດ້ເປັນເອກະສັນກັນ ຜ່ານບັນດາມະຕິອັນເປັນປະຫວັດ ການ: ຕົກລົງລົບລ້າງລະບອບລາຊາ ທິປະໄຕ ທີ່ຫລ້າສະໄໝ ແລະ ສະຖາ ປະນາລະບອບ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາ ປະຊາຊົນສູງສຸດ, ແຕ່ງຕັ້ງປະທານ ປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ສິ່ງດັ່ງກ່າວນັ້ນ ເປັນປະຫວັດການ ໃນການຢຶດອຳນາດ ຂັ້ນສຸດທ້າຍຂອງການປະຕິວັດລາວ ຊຶ່ງໄດ້ຈາລຶກໃນປຶ້ມປະຫວັດສາດຂອງ ຊາດລາວ. ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນ ຫລາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນ ໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດ ເຍື້ອຍາວນານ ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ; ມັນແມ່ນ ຜົນທີ່ເກີດຈາກຄວາມກ້າຫານປະດິດ ສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດ ທະສາດ ເພື່ອຢຶດອຳນາດການປົກຄອງ ໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ ອຸ່ນ”, ມັນແມ່ນໄຊຊະນະຂອງ ແນວ ທາງປະຕິວັດອັນຖືກຕ້ອງ ແລະ ການ ນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນ ພຶດຕິກຳຕົວຈິງຂອງການປະຕິວັດ ລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະ ນະຂອງກໍາລັງແຮງ ແຫ່ງຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວກັນຂອງ ປວງຊົນທັງຊາດ, ຄວາມເປັນອັນໜຶ່ງ ອັນດຽວກັນຂອງກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າ, ແມ່ນໄຊຊະນະ ຂອງຄວາມສາມັກຄີຮ່ວມສຳພັນສູ້ ຮົບລະຫວ່າງ ປະຊາຊົນລາວ, ປະຊາ ຊົນຫວຽດນາມ ແລະ ປະຊາຊົນກຳ ປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນຕ້ານ ສັດຕູໂຕດຽວກັນ ຕະຫລອດໄລຍະ ການປະຕິວັດປົດປ່ອຍຊາດໃນເມື່ອ ກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ. ພ້ອມນັ້ນ, ກໍເປັນໄຊຊະນະຂອງການ ຊ່ວຍເຫລືອ, ສະໜັບສະໜູນອັນແຂງ ແຮງ ແລະ ປະເສີດເລີດລ້ໍາ ຂອງບັນດາ ປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນ ແມ່ນອະດີດສະຫະພາບໂຊວຽດ ແລະ ສາທະນະລັດປະຊາຊົນຈີນ ແລະ ຂອງ ປະຊາຊົນຜູ້ກ້າວໜ້າໃນໂລກ. ດັ່ງນັ້ນ, ວັນທີ 23 ສິງຫາ 1975 ຈຶ່ງຖືກຈົດຈຳເປັນເຫດການສຳຄັນອີກ ວັນໜຶ່ງໃນປະຫວັດສາດລາວ. ການ ຈົດຈຳວັນສຳຄັນນີ້ ເປັນການຫວນ ຄືນເຖິງເຫດການ ແລະ ບົດຮຽນຈາກ ອະດີດ ເພື່ອສືບຕໍ່ຮັກສາຄວາມສາ ມັກຄີ, ຄວາມສະຫງົບ ແລະ ຮ່ວມກັນ ສ້າງສາພັດທະນາປະເທດຊາດ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==