ການນຳ 4 ກະຊວງລົງຕິດຕາມເຄື່ອງຂອງກາງຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນ

27/08/2026 09:53
ຂປລ ໃນວັນທີ 25 ສິງຫາ 2026, ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍລັດຖະມົນຕີກະຊວງກະສິກໍາ ແລະ ສ່ິງແວດລ້ອມ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລົງຕິດຕາມເຄ່ືອງຂອງກາງຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນສັດປ່າທີ່ຫວງຫ້າມ, ເປັນກຽດຕ້ອນຮັບໂດຍທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດກະຊວງ ປກສ ພ້ອມຄະນະ.

      ຂປລ. ທ່ານ ພັອ ຂາວພອນ ພົມມະຈັນ ຫົວໜ້າກົມຕໍາຫລວດສິ່ງແວດລ້ອມ ແລະ ທ່ານ ພັທ ຖາວອນ ແກ້ວພິລາ ຮອງຫົວໜ້າກົມຕໍາຫລວດສ່ິງແວດລ້ອມກົມໃຫຍ່ຕໍາຫລວດກະຊວງ ປກສ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 16 ສິງຫາ 2026 ເວລາ 13:15 ໂມງ, ເຈົ້າໜ້າທີ່ກົມຕຳຫລວດສິ່ງແວດລ້ອມກົມໃຫຍ່ ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການ ປກສ ແຂວງບໍລິຄຳໄຊ ແລະ ປກສ ເມືອງປາກກະດິງ ເຂົ້າແກ້ໄຂຄະດີລັກລອບຊື້-ຂາຍຊາກສັດປ່າ ແລະ ຊິ້ນສ່ວນສັດປ່າທີ່ຫວງຫ້າມມີ ໄວ້ຄອບຄອງຢູ່ຣີສອດໂນນສະຫວັນ ຕັ້ງຢູ່ບ້ານໂພນຈະເລີນ ຄຸ້ມໂພນງາມ ເມືອງປາກກະດິງ ແຂວງບໍລິຄຳໄຊ. 

       ຜ່ານການເຂົ້າກວດຄົ້ນສາມາດກັກຕົວເປົ້າໝາຍຖືກສົງໄສ ຊຶ່ງເປັນຄົນຕ່າງປະເທດ ຈໍານວນ 11 ຄົນ, ຍິງ 1 ຄົນ ແລະ ຢຶດຊິ້ນສ່ວນສັດປ່າຫວງຫ້າມໄດ້ຫລາຍປະເພດ ເຊັ່ນ: ຊິ້ນສ່ວນຄ້າຍຄືງາຊ້າງ ລວມນ້ຳໜັກ 1.755,6 ກິໂລກຣາມ, ຊາກສັດຄ້າຍຄືເສືອດໍາ 2 ໂຕ, ຈໍານວນ 45,5 ກິໂລກຣາມ ແລະ ອື່ນໆອີກຫລາຍລາຍການພ້ອມດ້ວຍພາຫະນະລົດໃຫຍ່ 2 ຄັນ.

     ການກະທໍາດັ່ງກ່າວ ແມ່ນລະເມີດຕໍ່ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ມາດຕາ 52 ຫ້າມບຸກຄົນ ແລະ ການຈັດຕ້ັງທັງພາຍໃນ ແລະ ຕ່າງປະເທດທີ່ຢູ່ ສປປ ລາວ ນໍາເອົາສັດນ້ໍາ ແລະ ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ຊ້ິນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖ່ິນທ່ີຢູອາໄສມາໄວ້ໃນຄອບຄອງ; ຫ້າມລັກລອບຫາ, ລ່າ, ຊ້ື-ຂາຍ ແລະ ມີໄວ້ໃນຄອບຄອງສັດນໍ້າ ແລະ ສັດປ່າ ໂດຍບ່ໍໄດ້ຮັບອະນຸຍາດ ແລະ ຍັງຜິດຕໍ່ປະມວນກົດໝາຍຍາມາດຕາ 334 ບຸກຄົນໃດຫາກລັກເອົາສັດນໍ້າ ແລະ ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ ຫລື ຊ້ິນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດ ເພື່ອຄ້າຂາຍ ຫລື ມີໄວ້ໃນຄອບຄອງຈະຖືກລົງໂທດຕັດອິດສະລະພາບແຕ່ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ; ມາດຕາ 335 ບຸກຄົນໃດຫາກໄດ້ນຳເຂົ້າ, ສົ່ງອອກ, ສົ່ງອອກຄືນ, ນຳຜ່ານ ຫລື ເຄື່ອນຍ້າຍສັດນ້ຳ ແລະ ສັດປ່າ ລວມທັງຊິ້ນສ່ວນ, ອະໄວຍະວະ ແລະ ຜະລິດຕະພັນຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກັບສົນທິສັນຍາວ່າດ້ວຍການຄຸ້ມຄອງສັດປ່າ ແລະ ພັນພືດທີ່ໃກ້ຈະສູນພັນຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ກໍາລັງດໍາເນີນການສອບສວນ ເກັບກໍາຂໍ້ມູນລາຍລະອຽດແຫລ່ງທ່ີມາ ແລະ ຈຸດໝາຍສ່ົງຕໍ່ຊ້ິນສ່ວນ ແລະ ຊາກສັດປ່າດັ່ງກ່າວ, ພ້ອມທັງດໍາເນີນຄະດີຕໍ່ຜູ້ມີສ່ວນກ່ຽວຂ້ອງຢ່າງເຂັ້ມງວດ.

          ຂ່າວ: ບຸນພະຈັນ

KPL

ຂ່າວອື່ນໆ

    • ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກບົດ-ສາລະຄະດີ

      ຫັນເອົາໄວບຳນານ ສູ່ກະສິກຳປອດສານພິດ ສ້າງລາຍຮັບ ແລະ ຄວາມສຸກ

      8/26/2026 1:38:46 PM

      ຂປລ. ຫລັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວພັນ, ໄວບຳນານກັບກາຍເປັນໂອກາດໃໝ່ໃນການຫັນມາເຮັດກະສິກຳຢ່າງຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ.

    • 10  ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ ບົດ-ສາລະຄະດີ

      10 ສະຖານທີ່ທ່ອງທ່ຽວຂອງນະຄອນຫລວງທີ່ບໍ່ຄວນພາດ

      8/26/2026 1:30:36 PM

      ຂປລ. ນະຄອນຫລວງວຽງຈັນ ເປັນເມືອງທີ່ມີສະເໜ່ເປັນເອກະລັກອຸດົມໄປດ້ວຍວັດທະນະທຳ, ປະຫວັດສາດ, ສິລະປະ ແລະ ຄວາມງົດງາມຂອງທຳມະຊາດແຄມຝັ່ງແມ່ນ້ຳຂອງ ​ເຊິ່ງ​ເປັນ​ອີກໜຶ່ງຈຸດໝາຍປາຍທາງ​ການທ່ອງທ່ຽວ ຂອງ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຫລັ່ງ​ໄຫລ​ເຂົ້າ​ມາ​ສໍາຜັດ​ຄວາມ​ສວຍ​ງາມ​ນີ້​ຢ່າງ​ບໍ່​ຂາດ​ສານ​ໃນ​ແຕ່​ລະ​ມື້ ​​ເນື່ອງ​ຈາກ​ວ່າ ນະຄອນຫລວງ​ວຽງຈັນ

    • ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ ບົດ-ສາລະຄະດີ

      ເປົ້າໝາຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຂອງພັກ

      8/26/2026 1:23:18 PM

      ຂປລ. ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

    • ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975ບົດ-ສາລະຄະດີ

      ຫວນຄືນເຫດການສຳຄັນ ວັນທີ 23 ສິງຫາ ປີ 1975

      8/26/2026 1:13:56 PM

      ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດສາດການປະຕິວັດລາວ ເປັນເຫດການທີ່ສະແດງເຖີງການປ່ຽນຜ່ານອຳນາດການປົກຄອງໃນນະຄອນຫລວງວຽງຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

    • ຫົວໜ້າ ຄອສພ ເນັ້ນໃຫ້ແຂວງຫລວງພະບາງ ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກໂຄສະນາ-ອົບຮົມບົດ-ສາລະຄະດີ

      ຫົວໜ້າ ຄອສພ ເນັ້ນໃຫ້ແຂວງຫລວງພະບາງ ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກໂຄສະນາ-ອົບຮົມ

      8/26/2026 8:30:44 AM

      ໃນໂອກາດຕາງໜ້າການນຳຂັ້ນສູງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແໄຂໄພພິບັດຢູ່ແຂວງຫລວງພະບາງ ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມຄະນະໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫລວງພະບາງ.

ads
ads

Top