ສິງກະໂປ ອອກມາດຕະການ ເບິ່ງແຍງລູກ ມອບເງິນອຸດໜູນເດັກ 70.000ໂດລາສິງກະໂປ ຕໍ່ຄົນ

27/08/2026 18:22
ຂປລ ທ່ານ ລໍເຣນ ວ່ອງ (Lawrence Wong) ນາຍົກ ລັດຖະມົນຕີ ສິງກະໂປ ໄດ້ປະກາດ ມາດຕະການ ສະໜັບ ສະໜູນ ຄອບຄົວຊຸດໃໝ່ ເຊັ່ນ: ການເພີ່ມວັນລາພັກ ເພື່ອເບິ່ງແຍງລູກ, ການເພີ່ມເງິນ ຊ່ວຍເຫລືອ ເບີ່ງແຍງລ້ຽງດູເດັກ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ລໍເຣນ ວ່ອງ (Lawrence Wong) ນາຍົກ ລັດຖະມົນຕີ ສິງກະໂປ ໄດ້ປະກາດ ມາດຕະການ ສະໜັບ ສະໜູນ ຄອບຄົວຊຸດໃໝ່ ເຊັ່ນ: ການເພີ່ມວັນລາພັກ ເພື່ອເບິ່ງແຍງລູກ, ການເພີ່ມເງິນ ຊ່ວຍເຫລືອ ເບີ່ງແຍງລ້ຽງດູເດັກ, ການຫລຸດຄ່າໃຊ້ຈ່າຍ ດ້ານການສຶກສາ ກ່ອນໄວຮຽນ ແລະ ການໃຫ້ສິດພິເສດ ດ້ານທີ່ຢູ່ອາໄສ, ໂດຍມີ ການຖະແຫລງ ນະໂຍບາຍ ເນື່ອງໃນວັນຊາດ ສິງກະໂປ ປະຈຳປີ 2026.

ມາດຕະການດັ່ງກ່າວນີ້ ມີເປົ້າໝາຍ ເພື່ອສະໜັບສະໜູນ ຜູ້ປົກຄອງ ໃນການລ້ຽງດູລູກ ຕັ້ງແຕ່ເກີດຈົນໃຫຍ່ ແທນທີ່ ຈະສຸມໃສ່ ໃຫ້ການ ຊ່ວຍເຫລືອ ສະເພາະ ໄລຍະທີ່ເດັກເກີດໃໝ່ ເທົ່ານັ້ນ. ພໍ່ແມ່ທີ່ເຮັດວຽກ ຈະໄດ້ຮັບສິດລາພັກ ເພື່ອເບິ່ງແຍງລູກ ທີ່ມີ ອາຍຸ ບໍ່ເກີນ 12 ປີ ດັ່ງນີ້: ມີລູກ 1 ຄົນ ລາພັກໄດ້ 8 ວັນຕໍ່ປີ; ມີລູກ 2 ຄົນ ລາພັກໄດ້ 10 ວັນຕໍ່ປີ; ມີລູກ 3 ຄົນ ຂຶ້ນໄປ ລາພັກໄດ້ 12 ວັນຕໍ່ປີ.

ນອກຈາກນີ້, ເດັກເກີດໃໝ່ ແຕ່ລະຄົນ ຈະໄດ້ຮັບເງິນ ຊ່ວຍເຫລືອ ໂດຍກົງ ເກືອບ 70.000 ໂດລາສິງກະໂປ ເຊິ່ງລວມເຖິງ ວົງເງິນ ຊ່ວຍເຫລືອ ທີ່ມອບໃຫ້ເປັນລາຍປີ ແລະ ເງິນຊ່ວຍເຫລືອເພີ່ມເຕີມ ທີ່ກ່ຽວຂ້ອງກັບການສຶກສາ.ໃນຂະນະດຽວກັນນັ້ນ, ລັດຖະບານ ສິງກະໂປ ຍັງຕັ້ງເປົ້າຫລຸດ ຄ່າບໍລິການ ສູນເບິ່ງແຍງເດັກ ຕະຫລອດວັນ ເຫລືອພຽງ 150 ໂດລາ ສິງກະໂປ ຕໍ່ເດືອນ ແລະ ຄ່າເບິ່ງແຍງເດັກເກີດໃໝ່ ເຫລືອ 300 ໂດລາສິງກະໂປ ຕໍ່ເດືອນ ໂດຍບໍ່ຈຳກັດວ່າ ພໍ່ແມ່ ຈະມີເກນລາຍໄດ້ເທົ່າໃດ ພ້ອມທັງ ຈັດສັນເງິນອຸດໜູນ ເພີ່ມເຕີມ ໃຫ້ແກ່ຄອບຄົວ ທີ່ມີ ລາຍໄດ້ໜ້ອຍ ອີກດ້ວຍ./

 

KPL

ຂ່າວອື່ນໆ

ads
ads

Top