ມາເລເຊຍ-ອິນໂດເນເຊຍ ຮ່ວມມືກັນຮັບມືກັບ ເອລນີໂຢ-ໝອກຄວັນ ຂ້າມຊາຍແດນ

26/08/2026 22:20
ຂປລ ທ່ານ ອາເທີ ໂຈເຊຟ ຄູຣູບ ລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ ຂອງ ມາເລເຊຍ ໄດ້ສົນທະນາ ວິທະຍຸສື່ສານ ທາງໂທລະສັບ ກັບ ທ່ານ ໂມຮຳມັດ ຈຸມຮູຣ໌ ຮິດາຍັດ ລັດຖະມົນຕີ ກະຊວງ ສິ່ງແວດລ້ອມ ຂອງ ອິນໂດເນເຊຍ

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ:  ເມື່ອບໍ່ດົນມານີ້, ທ່ານ ອາເທີ ໂຈເຊຟ ຄູຣູບ ລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ຄວາມຍືນຍົງ ດ້ານສິ່ງແວດລ້ອມ ຂອງ ມາເລເຊຍ ໄດ້ສົນທະນາ ວິທະຍຸສື່ສານ ທາງໂທລະສັບ ກັບ ທ່ານ ໂມຮຳມັດ ຈຸມຮູຣ໌ ຮິດາຍັດ ລັດຖະມົນຕີ ກະຊວງ ສິ່ງແວດລ້ອມ ຂອງ ອິນໂດເນເຊຍ ໂດຍເປີດເຜີຍວ່າ: ມາເລເຊຍ ຈະຮ່ວມມື ກັບ ອິນໂດເນເຊຍ ເພື່ອຍົກລະດັບ ມາດຕະການ ປ້ອງກັນ ແລະ ມອດໄຟ ໃນລະຫວ່າງ ການຮັບມືກັບ ຜົນກະທົບ ຈາກ ປະກົດການ ເອລນີໂຢ ທີ່ມີ ທ່ານອ່ຽງ ຈະເພີ່ມທະວີ ຄວາມຮຸນແຮງຂຶ້ນ ຈົນເຖິງເດືອນຕຸລາ ໃນປີນີ້ ແລະ ຈະເກີດຂຶ້ນ ກົງກັບ ໄລຍະ ມໍລະສຸມຕາເວັນຕົກສ່ຽງໃຕ້.

ໂດຍບັນຫາ ໝອກຄວັນ ຂ້າມຊາຍແດນ ໃນປັດຈຸບັນ ທີ່ ພວມສົ່ງ ຜົນກະທົບ ຕໍ່ພາກພື້ນ ຖືເປັນ ວາລະສຳຄັນຂອງ ມາເລເຊຍ ແລະ ອິນໂດເນເຊຍ. ສະນັ້ນ ມາເລເຊຍ ໃນຖານະ ບ້ານໃກ້ເຮືອນຄຽງທີ່ດີ ພ້ອມທີ່ຈະຊ່ວຍເຫລືອ ອິນໂດເນເຊຍ ຕາມຄວາມຕ້ອງການ, ໂດຍສະເພາະແມ່ນ ການເລັ່ງມອດໄຟໄໝ້ ໃຫ້ທັນການ./

KPL

ຂ່າວອື່ນໆ

ads
ads

Top