ຂປລ
ກົມການຄ້າຕ່າງປະເທດ ຂອງອິນເດຍ (DGFT) ໄດ້ອອກເອກະສານ ແຈ້ງການ ຢ່າງເປັນທາງການວ່າ: ອິນເດຍ ໄດ້ຍົກເລີກ ຄຳສັ່ງ ຫ້າມສົ່ງອອກ ເຂົ້າສາລີ ແລະ ຜະລິດຕະພັນ ຈາກເຂົ້າສາລີ ທີ່ ໄດ້ບັງຄັບໃຊ້ມາເປັນ ເວລາ 4 ປີ ເພື່ອຊ່ວຍເພີ່ມລາຍໄດ້ ໃຫ້ແກ່ ບັນດາຊາວກະສິກອນ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ຂອງອິນເດຍ (DGFT) ໄດ້ອອກເອກະສານ ແຈ້ງການ ຢ່າງເປັນທາງການວ່າ: ອິນເດຍ ໄດ້ຍົກເລີກ ຄຳສັ່ງ ຫ້າມສົ່ງອອກ ເຂົ້າສາລີ ແລະ ຜະລິດຕະພັນ ຈາກເຂົ້າສາລີ ທີ່ ໄດ້ບັງຄັບໃຊ້ມາເປັນ ເວລາ 4 ປີ ເພື່ອຊ່ວຍເພີ່ມລາຍໄດ້ ໃຫ້ແກ່ ບັນດາຊາວກະສິກອນ.
ຄຳສັ່ງຫ້າມ ດັ່ງກ່າວ ໄດ້ປະກາດໃຊ້ ຕັ້ງແຕ່ ເດືອນພຶດສະພາ 2022, ໃນຂະນະທີ່ ການປະກາດ ຫລ້າສຸດ ຂອງ DGFT ລະບຸວ່າ: ນະໂຍບາຍ ການສົ່ງອອກ ເຂົ້າສາລີ ໄດ້ຖືກປັບປ່ຽນ ຈາກ ການຫ້າມ ສົ່ງອອກ ມາເປັນ ສົ່ງອອກໄດ້ຢ່າງເສລີ ໂດຍມີ ຜົນບັງຄັບໃຊ້ທັນທີ.
ການຍົກເລີກ ຄຳສັ່ງຫ້າມ ສົ່ງອອກ ເຂົ້າສາລີ ຖືວ່າ ມີຄວາມສຳຄັນຫລາຍ ໂດຍ ລັດຖະບານກາງ ອິນເດຍ ລະບຸວ່າ ປັດຈຸບັນ ປະເທດອິນເດຍ ມີປະລິມານ ເຂົ້າສາລີ ສຳຮອງພຽງພໍ ແລະ ການດຳເນີນການ ດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມ ທີ່ ຈະສົ່ງເສີມ ໃຫ້ຊາວກະສິກອນ ສາມາດຜະລິດ ເຂົ້າສາລີ ເພີ່ມຂຶ້ນ ໃນຊຸມປີຕໍ່ໜ້າ./.
KPL