ເອກອັກຄະລັດຖະທູດລາວ ປຶກສາຫາລືກັບກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ

26/08/2026 08:33
Email Print 1188
ຂປລ ເມື່ອບໍ່ດົນມານີ້, ສະຖານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ, ທ່ານ ອຳໄພ ກິນດາວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ ພ້ອມ ດ້ວຍຄະນະໄດ້ຈັດກອງປະຊຸມປຶກ ສາຫາລືກັບບັນດາກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈຳ ຍີ່ປຸ່ນ, ຈໍານວນ 5 ແຫ່ງຄື: ກົງສຸນກິດຕິມະ ສັກ ແຫ່ງ ສປປ ລາວ ປະຈໍາ ກຽວ ໂຕ, ໂອກິນາວາ, ຮະໂກະດະເຕະ, ນາໂກຢາ ແລະ ຟຸຄຸໂອກະ ຊຶ່ງກອງ ປະຊຸມຄັ້ງນີ້ ເປັນຄັ້ງທີ 3 ເພື່ອກວດ ກາ ແລະ ປະເມີນການປະຕິບັດໜ້າທີ່ ຂອງບັນດາກົງສຸນກິດຕິມະສັກ.

ກອງປະຊຸມໄດ້ຮັບຟັງການລາຍງານຈາກບັນດາກົງສຸນກິດຕິມະ ສັກກ່ຽວກັບຜົນການເຄື່ອນໄຫວ ຂອງຕົນໃນໄລຍະຜ່ານມາ ແລະ ແຜນການເຄື່ອນໄຫວໃນຕໍ່ໜ້າ. ບັນດາກົງສຸນກິດຕິມະສັກໄດ້ຕັ້ງ ໜ້າເຄື່ອນໄຫວປະກອບສ່ວນເຂົ້າ ໃນການຮັດແໜ້ນການພົວພັນຮ່ວມ ມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ເປັນຕົ້ນໂຄງການຂະຫຍາຍ ພັນຊ້າງອາຊີຢູ່ສວນສັດກຽວໂຕ, ໂຄງການສ້າງຫໍສຽນພະພຸດທະຮູບ ມິດຕະພາບ ແລະ ໄມຕີຈິດ ລາວຍີ່ປຸ່ນ ຢູ່ແຂວງຈຳປາສັກ, ໂຄງການ ຜ່າຕັດປາກແວ່ງ-ເພດານໂວ່ໂດຍບໍ່ ໄດ້ເສຍຄ່າ, ໂຄງການຜະລິດເຫລົ້າລາວຢູ່ແຂວງອັດຕະປື ເພື່ອໄປຂາຍຢູ່ຍີ່ປຸ່ນ, ໂຄງການ ທັດສະນະສຶກສາສຳລັບນັກຮຽນສາມັນ ແລະ ອື່ນໆ. ພ້ອມນັ້ນ, ບັນດາກົງສຸນກິດຕິມະສັກຍັງໄດ້ເອົາໃຈ ໃສ່ເຄື່ອນໄຫວສົ່ງເສີມການພົວພັນຮ່ວມມືໃນຫລາຍ ຂະແໜງການເປັນຕົ້ນການພັດທະນາຊັບພະຍາກອນ ມະນຸດ, ກະສິກຳ ແລະ ສາທາລະນະສຸກ ຊຶ່ງລວມທັງ ການຊ່ວຍເຫລືອລ້າ ແລະ ໂຄງການການພັດທະນາ ເສດຖະກິດ-ສັງຄົມຮ່ວມກັບທ້ອງຖິ່ນໃນ ສປປ ລາວ. ນອກນັ້ນ, ບັນດາກົງສຸນກິດຕິມະສັກຍັງມີແຜນຈະເຄື່ອນ ໄຫວເພີ່ມທະວີການຮ່ວມມືໃນຫລາຍຂົງເຂດຕື່ມອີກໃນ ຊຸມປີຕໍ່ໜ້າ. ໂອກາດດັ່ງກ່າວ, ທ່ານທູດ ອຳໄພ ກິນດາວົງ ໄດ້ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ປະ ກອບສ່ວນຂອງບັນດາກົງສຸນກິດຕິມະສັກເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ລວມທັງການປະກອບສ່ວນຈັດງານບຸນລາວປະຈຳປີຢູ່ນະຄອນຫລວງ ໂຕກຽວ ແລະ ບັນດາກິດຈະກໍາອື່ນໆຂອງສະຖານທູດ ກໍຄື ການຈັດບັນດາກິດຈະກຳ ເພື່ອຮັດແໜ້ນການພົວພັນມິດຕະ ພາບລະຫວ່າງສອງປະເທດ ແລະ ໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ. ພ້ອມນີ້, ທ່ານ ອຳໄພ ກິນດາວົງ ໄດ້ຢ້ຳຄືນໃຫ້ບັນດາກົງສຸນກິດຕິ ມະສັກທົບທວນຄືນພາລະບົດບາດ, ໜ້າທີ່ ແລະ ຂໍ້ກຳນົດ ຂອງກົງສຸນກິດຕິມະສັກ ແລະ ຊຸກຍູ້ໃຫ້ບັນດາກົງສຸນກິດຕິ ມະສັກສືບຕໍ່ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງ ຕັ້ງໜ້າ, ພ້ອມທັງໄດ້ສະເໜີໃຫ້ບັນດາກົງສຸນກິດຕິມະສັກສົ່ງ ບົດລາຍງານປະຈຳໄຕມາດກ່ຽວກັບການເຄື່ອນໄຫວຂອງຕົນ ໃຫ້ສະຖານທູດຢ່າງເປັນປົກກະຕິ. ທ່ານທູດ ອຳໄພ ກິນດາວົງ ໄດ້ສະເໜີໃຫ້ບັນດາກົງສຸນກິດຕິມະສັກເອົາໃຈໃສ່ເຄື່ອນໄຫວ ສົ່ງເສີມການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທຳ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນສອງຊາດໃຫ້ຫລາຍ ຂຶ້ນໃນອະນາຄົດບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

KPL

ຂ່າວອື່ນໆ

    • ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກການເມືອງ

      ເຜີຍແຜ່ມະຕິກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານພັກສະໄໝທີ XII ແລະ ເອກະສານສຳຄັນຂອງພັກ

      9/10/2026 10:45:30 AM

      ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານພັກ ສະໄໝ XII ແລະ ບັນດາເອກະສານສຳຄັນຕ່າງໆຂອງພັກ ໃນວັນທີ 9 ກັນຍາ 2026 ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ, ພະນັກງານຫລັກແຫລ່ງ, ພ້ອມດ້ວຍສະມາຊິກພັກ- ພະນັກງານລັດຖະກອນເຂົ້າຮ່ວມ.

    • ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີການເມືອງ

      ສະພາທິດສະດີສູນກາງພັກ ສະຫລຸບວຽກງານ 5 ປີ

      9/10/2026 10:37:33 AM

      ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກໄລຍະ 2021-2025 ແລະ ວາງທິດທາງແຜນການໄລຍະ 2026-2030 ຈັດຂຶ້ນໃນວັນທີ 8 ກັນຍາ 2026 ພາຍໃຕ້ການເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມ.

    • ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ  3RC-CCMການເມືອງ

      ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມ 3RC-CCM

      9/8/2026 11:54:28 AM

      ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ຫົວໜ້າກອງເລຂາ ຄຊກລ ໄດ້ໃຫ້ສໍາພາດຕໍ່ສຶ່ມວນຊົນ ໂດຍໄດ້ຢືນຢັນຢ່າງໜັກແໜ້ນວ່າ: ສປປ ລາວ ມີຄວາມພ້ອມຢ່າງເຕັມສ່ວນ ໃນການປະຕິບັດພາລະບົດບາດປະທານກອງປະຊຸມທົບທວນຮອບວຽນທີ 3 ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (3RC CCM) ໂດຍໄດ້ມີການກະກຽມຄວາມພ້ອມຢ່າງຮອບດ້ານ ແລະ ຢ່າງລະອຽດຖີ່ຖ້ວນ.

    • ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການການເມືອງ

      ລາວ-ກາຊັກສະຖານ ລົງນາມການຮ່ວມມືວຽກງານໄອຍະການ

      9/7/2026 7:36:33 PM

      ໃນວັນທີ 3 ກັນຍາ 2026, ທີ່ນະຄອນຫຼວງອັດສະຕານາ, ສາທາລະນະລັດ ກາຊັກສະຖານ, ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກາຊັກສະຖານ ເພື່ອວາງຂອບ ແລະ ສ້າງພື້ນຖານ ໃຫ້ແກ່ການຮ່ວມມືວຽກງານໄອຍະການ ລະຫວ່າງສອງອົງການ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

    • ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີການເມືອງ

      ປະທານປະເທດ ແຫ່ງ ສປປ ລາວ ພົບປະສອງຝ່າຍກັບປະທານາທິບໍດີເບລາຣຸດຊີ

      9/7/2026 12:47:54 PM

      ໃນວັນທີ 1 ກັນຍາ 2026 ທີ່ນະຄອນຫລວງບິສະເກັກ, ສ ກຽກກິດສະຖານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus).

ads
ads

Top