ສ.ອາເມລິກາ ຈະເກັບພາສິນຄ້າຈີນ ເພີ່ມອີກ 7,5%

26/08/2026 22:20
ຂປລ ສ.ອາເມລິກາ ກຽມເກັບພາສີ 7,5% ກັບ ສິນຄ້າຈາກຈີນ ໂດຍອ້າງເຖິງ ຄວາມກັງວົນ ກ່ຽວກັບ ກຳລັງ ການຜະລິດ ສ່ວນເກີນ (Overcapacity) ຂອງຈີນ ກ່ອນກອງປະຊຸມ ສຸດຍອດ ລະຫວ່າງ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສ.ອາເມລິກາ ກຽມເກັບພາສີ 7,5% ກັບ ສິນຄ້າຈາກຈີນ ໂດຍອ້າງເຖິງ ຄວາມກັງວົນ ກ່ຽວກັບ ກຳລັງ ການຜະລິດ ສ່ວນເກີນ (Overcapacity) ຂອງຈີນ ກ່ອນກອງປະຊຸມ ສຸດຍອດ ລະຫວ່າງ ທ່ານ ສີ ຈິ້ນຜິງ ປະທານ ປະເທດຈີນ ແລະ ທ່ານໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຊຶ່ງມີແຜນຈະຈັດຂຶ້ນ ໃນເດືອນກັນຍາ.

ມາດຕະການດັ່ງກ່າວ ຈະສົ່ງຜົນໃຫ້ພາສີ ເພີ່ມເຕີມ ທີ່ ສ.ອາເມລິກາ ຈະເກັບກັບສິນຄ້າຈີນ ໃນສະໄໝ ທີ່ ທ່ານໂດນັນ ທຣຳ ພວມດຳລົງຕຳແໜ່ງ ເປັນປະທານາທິບໍດີ ສະໄໝທີ 2 ເພີ່ມຂຶ້ນ ເປັນປະມານ 20% ຊຶ່ງເປັນ ເພດານທີ່ຈີນ ລະບຸວ່າ ສ.ອາເມລິກາ ເຄີຍຮັບປາກວ່າ ຈະບໍ່ເກັບເກີນລະດັບ ດັ່ງກ່າວ ພາຍໃຕ້ຂໍ້ຕົກລົງ ກັນ. ພາສີດັ່ງກ່າວ ຈະຖືກເກັບເພີ່ມເຕີມ ຈາກມາດຕະການ ພາສີອື່ນໆ ທີ່ເລີ່ມບັງຄັບໃຊ້ ໃນສະໄໝທີ່ ທ່ານໂດນັນ ທຣຳ ດຳລົງຕຳແໜ່ງ ປະທານາທິບໍດີ ສະໄໝທຳອິດ ແລະ ໄດ້ຮັບການ ຂະຫຍາຍເວລາ ບັງຄັບໃຊ້ ໃນສະໄໝ ລັດຖະບານ ໂຈ ໄບເດນ.

KPL

ຂ່າວອື່ນໆ

ads
ads

Top