ກອງປະຊຸມສົນທະນາ ອົງການພາສີ-ວົງການທຸລະກິດ ເອເປັກ ປີ 2026

22/08/2026 14:05
ຂປລ ກອງ​ປະ​ຊຸມ​ ສົນ​ທະ​ນາ​ ລະ​ຫວ່າງ​ ອົງ​ກາ​ນ​ພາ​ສີ ແລະ ວົງ​ການ​ທຸ​ລະ​ກິດ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ ​ຫລື APEC ປີ 2026 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຕ້າ​ລຽນ ແຂວງ​ຫລຽນ​ໜິງ ຂອງ ສປ ​ຈີນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ,  ໃນ​ລະ​ຫວ່າງ ວັນ​ທີ 20 ຫາ 21 ສິງ​ຫາ​ນີ້, ກອງ​ປະ​ຊຸມ​ ສົນ​ທະ​ນາ​ ລະ​ຫວ່າງ​ ອົງ​ກາ​ນ​ພາ​ສີ ແລະ ວົງ​ການ​ທຸ​ລະ​ກິດ ອົງ​ການ​ຮ່ວມ​ມື ​ເສດ​ຖະ​ກິດ​ ອາ​ຊີ-ປາ​ຊີ​ຟິກ ​ຫລື APEC ປີ 2026 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຕ້າ​ລຽນ ແຂວງ​ຫລຽນ​ໜິງ ຂອງ ສປ ​ຈີນ. ບັນ​ດາ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ ​ເສັ້ນ​ທາງ​ການ​ຮ່ວມ​ມື ​​ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ ແລະ ສິ່ງ​ທ້າຍ​ທາຍ, ປົກ ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໂລ່ງ​ລ່ຽນ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ ອາ​ຊີ​ ປາ​ຊີ​ຟິກ​ ພາຍ​ໃຕ້​ ສະ​ພາບ​ການ​ໃໝ່​ ຂອງ​ເສດ​ຖະ​ກິດ ​ການ​ຄ້າ​ໂລກ. ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ ​ອາ​ວຸ​ໂສ APEC ຄັ້ງ​ທີ 3 ​ນີ້​ແມ່ນກອງ​ປະ​ຊຸມ​ ມ້ວນ​ທ້າຍ​ຂອງ 3 ກອງ​ປະ​ຊຸມເຈົ້າ​ໜ້າ ​ທີ່​ອາ​ວຸ​ໂສ​ທີ່​ຈັດ​ຂຶ້ນ​ໃນ ປີ​​ຈີນຂອງ APEC ປີ​ນີ້. ກອງ​ປະ​ຊຸມດັ່ງ​ກ່າວ ​ໄດ້​ປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ສຸມ​ໃສ່ ​ບັນ​ຫາ​ປັນ​ຍາ​ປະ​ດິດ ແລະ ດິ​ຈິ​ຕອນ​ ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ແນວ​ໃດ ​ໃຫ້​ແກ່​ການ​ຄ້າ​ຂ້າມ​ຊາຍ​ແດນ​ ຂອງ​ອາ​ຊີ​ປາ​ຊີ​ຟິກ, ພ້ອມ​ທັງ ປຶກ​ສາ​ຫາ​ລື​ກ່ຽວ​ກັບ ​ວິ​ທີ​ການ​ຊ່ວຍ​ເຫລືອ ​ຈຸນ​ລະ​ວິ​ສາ​ຫະ​ກິດ​, ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ​ ກາງ​ ເຊື່ອມ​ເຂົ້າ​ກັບ ​ຕ່ອງ​ໂສ້​ການ​ສະ​ໜອງ ​ອາ​ຊີ​ປາ​ຊີ​ຟິກ, ເພື່ອ​ເພີ່ມ​ທະ​ວີ​ ຄວາມ​ໝັ້ນ​ທ່ຽງ, ຄວາມ​ສາ​ມາດ​ຕ້ານ​ທານ ແລະ ຄວາມ​ສາ​ມາດ ​​ຄາດ​ຄະ​ເນ​ໄດ້ຂອງ​ຕ່ອງ​ໂສ້ ​ການ​ສະ​ໜອງ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ຝ່າຍ​ຕ່າງໆ​​ໄດ້ສຸມ​ໃສ່​​ປຶກ​ສາ​ຫາ​ລື​ ໃນ​ຫລາຍ​ຂົງ​ເຂດ, ເພື່ອ​ກຽມ​ພ້ອມ ​ຢ່າງ​ຮອບ​ດ້ານ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່ ກອງ​ປະ​ຊຸມ​ຜູ້​ ນຳ​ເສດ​ຖະ​ກິດ APEC ຄັ້ງ​ທີ 33 ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນເສີນ​ເຈີ້ນ​ໃນ​ເດືອນ​ພະ​ຈິກ​ປີ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top