ກອງປະຊຸມເວທີປຶກສາຫາລືການຮ່ວມມືດ້ານສື່ມວນຊົນຈີນ-ອາຟຣິກາ ຄັ້ງທີ 7

22/08/2026 14:05
Email Print 105
ຂປລ ກອງ​ປະ​ຊຸ​ມ ​ເວ​ທີ​ປຶກ​ສາ​ຫາ​ລື​ ການ​ຮ່ວມ​ມື​ ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຟ​ຣິ​ກາ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ຂອງ​ ສປ ຈີນ, ໂດຍ​ມີ ​ແຂກ​ຜູ້​ມີ​ກຽດ​ລະ​ດັບ​ລັດ​ຖະ​ມົນ​ຕີ ​ຈາກ​ບັນ​ດາ​ປະ​ເທດ ​ອາ​ຟ​ຣິ​ກາ 33 ຄົນ​ເຂົ້າ​ຮ່ວມ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ,  ກອງ​ປະ​ຊຸ​ມ ​ເວ​ທີ​ປຶກ​ສາ​ຫາ​ລື​ ການ​ຮ່ວມ​ມື​ ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຟ​ຣິ​ກາ​ຄັ້ງ​ທີ 7 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ຂອງ​ ສປ ຈີນ, ໂດຍ​ມີ ​ແຂກ​ຜູ້​ມີ​ກຽດ​ລະ​ດັບ​ລັດ​ຖະ​ມົນ​ຕີ ​ຈາກ​ບັນ​ດາ​ປະ​ເທດ ​ອາ​ຟ​ຣິ​ກາ 33 ຄົນ​ເຂົ້າ​ຮ່ວມ, ເຊິ່ງ​ເປັນ​ຈຳ​ນວນ​ຫລາຍ​ທີ່​ສຸດ​ ໃນ​ປະ​ຫ​ວັດ​ສາດ. ກອງ​ປະ​ຊຸມ​​ດັ່ງ​ກ່າວ​ໄດ້​ອອກຖະ​ແຫລງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫລື ​ກາ​ນ​ຮ່ວມ​ມື ​ດ້ານ​ສື່ມວນ​ຊົນ​ຈີນ-ອາ​ຟ​ຣິ​ກາ ​ຄັ້ງ​ທີ 7”.ໃນເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ ຈັດ​ຂຶ້ນ​ພາຍ​ໃຕ້​ຫົວ​ຂໍ້ຮ່ວມ​ກັນ​ແບ່​ງ​ປັນ​ ໂອ​ກາດ​ພັດ​ທະ​ນາ​ໃໝ່, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ໃໝ່ ​ດ້ານ​ພາບ​ ແລະ ສຽງ​”, ບັນ​ດາ​ແຂກ​ຜູ້​ມີ​ກຽດ​ຈີນ-ອາ​ຟ​ຣິ​ກາ​ ໄດ້​ສົນ​ທະ​ນາ ແລະ ແລກ​ປ່ຽນ​ກັນ​ໂດຍ​ປິ່ນ​ອ້ອມ ​ຫົວ​ຂໍ້​ຕ່າງໆ​ເຊັ່ນ:ການ​ປະ​ດິດ​ສ້າງ​​ ດ້ານເນື້ອ​ໃນ ​ຊຸກ​ຍູ້​ການ​ຮ່ວມ​ມື ​ດ້ານ​ວັດ​ທະ​ນະ​ທຳ”, “ການ​ຮ່ວມ​ມື​ ດ້ານ​ເຕັກ​ໂນ​ໂລ​ຊີ ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ ອຸດ​ສາ​ຫະ​ກຳ ​​ແບບຕ່າງ​ຝ່າຍ ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ”, “ການ​ບໍ​ລິ​ການ​ດ້ານ​ພາບ ແລະ ສຽງ​ຊຸກ​ຍູ້​ ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ການ​ຄ້າ”,  “​ການ​ເຊື່ອມ​ໂຍງ ແລະ ການ​ປະ​ຍຸກ​ໃຊ້​ປັນ​ຍາ​ປະ​ດິດ​ ຫລື AI ໃນ​ຂົງ​ເຂດ​ວິ​ທະ​ຍຸ ແລະ ໂທ​ລະ​ພາບແລະ ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top