ຂປລ
ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດຝຶກອົບຮົມຍົກລະດັບຄວາມຮູ້ວຽກງານກວດກາ ປະຈຳປີ 2026 ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນຜູ້ທ່ີເຮັດວຽກງານກວດກາຢູ່ບັນດາໜ່ວຍພັກ, ຄະນະພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 18 ສິງຫາ 2026 ໂດຍການເປັນປະທານຂອງສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ, ປະທານກວດກາ, ຮອງຫົວໜ້າ ຄອສພ, ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.
ຂປລ. ສະຫາຍ ສາຄອນ ພົມມະລາດ ໄດ້ກ່າວວ່າ: ພັກໄດ້ຖືວຽກງານກວດກາເປັນວຽກງານສຳຄັນ ແລະ ເປັນອົງປະກອບໜຶ່ງທີ່ຂາດບໍ່ໄດ້ໃນການນຳພາຂອງພັກ. ການກວດກາແມ່ນກົນໄກທີ່ສຳຄັນໃນການຮັກສາລະບຽບວິໄນ, ຄວາມເຂັ້ມງວດຂອງພັກ, ປົກປ້ອງຫລັກການຂອງພັກ, ປ້ອງກັນບໍ່ໃຫ້ຂໍ້ບົກຜ່ອງເລັກນ້ອຍຂະຫຍາຍເປັນບັນຫາໃຫຍ່ ແລະ ຊ່ວຍໃຫ້ການນຳພາຂອງພັກ ມີຄວາມຖືກຕ້ອງ, ຮັດກຸມ ແລະ ມີປະສິດທິຜົນ. ເວົ້າອີກຢ່າງໜຶ່ງ, ການກວດກາແມ່ນທັງການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມຮັບຜິດຊອບແຕ່ສໍາຄັນກວ່ານັ້ນ ແມ່ນການກວດເພື່ອສ້າງ, ເພື່ອແກ້ໄຂ, ເພື່ອປ້ອງກັນ ແລະ ເພື່ອໃຫ້ອົງການພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສາມາດນຳພາພາລະກິດຂອງຕົນໃຫ້ບັນລຸຜົນ. ຈາກຄວາມໝາຍດັ່ງກ່າວ, ຈຶ່ງເຫັນໄດ້ວ່າວຽກງານກວດກາບໍ່ແມ່ນແຕ່ເຮັດຕາມໜ້າທີ່, ຕາມຮູບການ ຫລື ເຮັດເມື່ອມີບັນຫາເກີດຂຶ້ນແລ້ວເທົ່ານັ້ນ, ການກວດກາຕ້ອງມີລັກສະນະການປ້ອງກັນ, ຮູ້ຈັກຄົ້ນຫາຄວາມສ່ຽງ, ຊອກຫາຮາກເຫງົ້າຂອງບັນຫາ, ແຍກໃຫ້ໄດ້ວ່າອັນໃດແມ່ນເຫດ, ອັນໃດແມ່ນຜົນ, ອັນໃດແມ່ນຂ້ໍບົກຜ່ອງດ້ານລະບຽບວິໄນ ແລະ ອັນໃດແມ່ນຈຸດອ່ອນດ້ານການນຳພາ.

ພ້ອມນ້ີ, ສະຫາຍ ສາຄອນ ພົມມະລາດ ຍັງເນັ້ນໃຫ້ສຳມະນາກອນຖືການຮຽນຄັ້ງນີ້ ເປັນໜ້າທີ່ ແລະ ເປັນໂອກາດໃນການຍົກລະດັບຕົນເອງ, ຕັ້ງໃຈຮຽນ, ມີວິໄນ, ຕົງຕ່ໍເວລາ, ກ້າຕ້ັງບັນຫາຖາມ ແລະ ກ້າແລກປ່ຽນ; ເນ້ັນການຮຽນໃຫ້ເຂົ້າໃຈຫລັກການ ຄວບຄູ່ກັບວິທີເຮັດ, ຮູ້ລະບຽບຢ່າງດຽວບໍ່ພໍແຕ່ຕ້ອງຮູ້ວິທີນຳໄປໃຊ້ໃນການກວດກາຕົວຈິງ; ເອົາໃຈໃສສຶກສາຄົ້ນຄວ້າບັນຫາການກວດກາໃນແງ່ຂອງການປ້ອງກັນ ແລະ ການສ້າງ, ໝາຍວ່າຕ້ອງຊອກຫາບັນຫາເພື່ອແກ້ໄຂ, ຊອກຫາຈຸດອ່ອນເພື່ອປັບປຸງ ແລະ ຊອກຫາສາເຫດ ເພ່ືອບ່ໍໃຫ້ບັນຫາເກີດຊ້ຳອີກ; ຝຶກຝົນຮັກສາຄຸນນະທຳ, ຈັນຍາບັນຂອງຜູ້ເຮັດວຽກກວດກາຢ່າງເຂັ້ມງວດ (ຄວາມສັດຊື່, ຄວາມໂປ່ງໃສ, ຄວາມເປັນແບບຢ່າງທ່ີດີຂອງພະນັກງານກວດກາ) ແລະ ຂໍໃຫ້ສຶກສາຮຽນຮູ້ຈາກການຝຶກອົບຮົມໃນຄັ້ງນີ້ແນໃສ່ການປັບປຸງແບບແຜນ, ວິທີການ ແລະ ຄຸນນະພາບການກວດກາໃນການຈັດຕັ້ງຂອງຕົນໃຫ້ມີການຫັນປ່ຽນເປັນຮູບປະທຳ.
ຂ່າວ: ກິດຕາ; ພາບ: ອ່າຍຄຳ
KPL