ລັດເຊຍ-ມຽນມາ ຊຸກຍູ້ການຮ່ວມມື ສອງຝ່າຍ ໃຫ້ເຂັ້ມແຂງຍິ່ງຂຶ້ນ

19/08/2026 18:02
Email Print 106
ຂປລ ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ ຣັດ​ເຊຍ ຢ່​າງ​ເປັນ​ທາງ​ການຂອງ​ ທ່ານ ມິນອອງລາຍ(Min Aung Hlaing) ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ, ວັນ​ທີ 18 ສິງ​ຫາ, ຢູ່​ວັງ ເຄມລິນ(Kremlin), ທ່ານ ວາລາດີເມຍ ປູຕິນ(Vladimir Putin) ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້ໂອ້ລົມ​ເຈ​ລະ​ຈາ​ກັບ​ຄູ່​ ຮ່ວມ​ຕຳ​ແໜ່ງ ມຽນ​ມາ, ແລກ​ປ່ຽນ​ ກ່ຽວ​ກັບ ​ການ​ພົວ​ພັນ​ສອງ​ຝ່າຍ ໃຫ້ເຂັ້ມແຂງ ຍິ່ງຂຶ້ນ.

ຂປລ.ວິທະຍຸກະຈ່າຍສຽງ ຫວຽດນາມ, ໃນ​ຂອບ​ເຂດ ​ການ​ຢ້ຽມ​ຢາມ ຣັດ​ເຊຍ ຢ່​າງ​ເປັນ​ທາງ​ການຂອງ​ ທ່ານ ມິນອອງລາຍ(Min Aung Hlaing) ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ, ວັນ​ທີ 18 ສິງ​ຫາ, ຢູ່​ວັງ ເຄມລິນ(Kremlin), ທ່ານ ວາລາດີເມຍ ປູຕິນ(Vladimir Putin) ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້ໂອ້ລົມ​ເຈ​ລະ​ຈາ​ກັບ​ຄູ່​ ຮ່ວມ​ຕຳ​ແໜ່ງ ມຽນ​ມາ, ແລກ​ປ່ຽນ​ ກ່ຽວ​ກັບ ​ການ​ພົວ​ພັນ​ສອງ​ຝ່າຍ ໃຫ້ເຂັ້ມແຂງຍິ່ງຂຶ້ນ. ໃນໂອກາດນີ້ ທ່ານ ວາລາດີເມຍ ປູຕິນ, ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້​ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ ​ລະ​ຫວ່າງ ​ລັດ​ເຊຍ ແລະ ມຽນ​ມາ ​ພວມ​ພັດ​ທະ​ນາ​ ຢ່າງ​ຕັ້ງ​ໜ້າ, ພ້ອ​ມ​ທັງ​ ຕີ​ລາ​ຄາ​ສູງ​ ການ​ປະ​ສານ​ສົມ​ທົບ ​ຂອງ​ປະ​ເທດ​ນີ້​ໃນ​ການ​ພົວ​ພັນ ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ. ການ​ພົວ​ພັນ ​ລະ​ຫວ່າງ​ ສອງ​ປະ​ເທດ ​ໄດ້​ສ້າງ​ຕັ້ງ​ແຕ່​ປີ 1948 ແລະ ມີ​ການ​ພັດ​ທ​ະ​ນາ​ ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ນັບ​ມື້ ​ນັບ​ມີ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ ແລະ ​ສະ​ໜັບ​ສະ​ໜູນ ​ການ​ຊຸກ​ຍູ້​ການ​ພົວ​ພັນ ​ລະ​ຫວ່າງ ລັດ​ເຊຍ ແລະ ອາ​ຊຽນ. ທັງສອງ​ປະ​ເທດ ​ຕັ້ງ​ໜ້າ​​ປະ​ສາ​ນ​ສົມ​ທົບ​ ໃນ​ເວ​ທີ​ສາ​ກົນ. ເຖິງ​ຢ່າງ​ໃດ​ກໍ​ຕາມ ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ໃນ​ນັ້ນ ​ສອງ​ຝ່າຍ ​ໄດ້​ມີ​ບັນ​ດາ​ພື້ນ​ຖານ ແລະ ໂຄງ​ການ​ທີ່​ດີ. ການ​ພົວ​ພັນ​ໃນ​ຂົງ​ເຂ​ດ ​ຄວາມ​ໝັ້ນ​ຄົງ​ ກໍ່ພວມ​ໄດ້ຮັບ​ການ​ເພີ່ມ​ທະ​ວີ. ສ່ວນ​ ທ່ານ ມິນອອງລາຍ ຢັ້ງ​ຢືນ​ວ່າ: ມຽນ​ມາ ແມ່ນ​ຄູ່​ຮ່ວມ​ມື​ ທີ່​ມີຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ ລັດ​ເຊຍ ຢູ່​ອາ​ຊີ​ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ພ້ອມ​ແລ້ວ​ ທີ່​ຈະ​ເປີດກວ້າງ​ ການ​ຮ່ວມ​ມື​ ໃນຫລາຍ​ຂົງ​ເຂດ. ພ້ອມ​ທັງ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ ​ລັດ​ເຊຍ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່ ມຽນ​ມາ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top