ຂປລ
ພິທີລົງນາມຂອບເຂດການປະຕິບັດວຽກງານຂອງຜູ້ຕາງໜ້າການທ່ອງທ່ຽວລາວ ປະຈຳ ປະເທດຢິ່ປຸ່ນ ລະຫວ່າງ ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບ ບໍລິສັດ ຈຳປິງທົວ ຈໍາກັດ ຈັດຂຶ້ນໃນວັນທີ 17 ສິງຫາ 2026 ຢູ່ນະຄອນຫລວງວຽງຈັນ.
ຂປລ. ໂດຍການລົງນາມລະຫວ່າງທ່ານ ນາງ ມະນີສາຄອນ ທຳມະວົງໄຊ ຫົວໜ້າກົມສ່ົງເສີມຕະຫລາດການທ່ອງທ່ຽວ ກະຊວງ ວທ ແລະ ທ່ານ ສິເງໂຢຊິ ອາເບະ ປະທານບໍລິສັດ ຈຳປິງທົວ ຈໍາກັດ ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ວທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ການລົງນາມໃນຄັ້ງນີ້, ຖືເປັນການສືບຕ່ໍການຮ່ວມມືໃນການໂຄສະນາ ແລະ ສ່ົງເສີມຕະຫລາດການທ່ອງທ່ຽວລາວຢູ່ປະເທດຍີ່ປຸ່ນ ຊຶ່ງເປັນຕະຫລາດສໍາຄັນຂອງການທ່ອງທ່ຽວລາວ ແລະ ປັດຈຸບັນເຫັນວ່າສາຍພົວພັນ, ການຮ່ວມມືລະຫວ່າງສອງປະເທດ ລາວ-ຢິ່ປຸ່ນ, ຢິ່ປຸ່ນ-ລາວ ນັບມື້ເຕີບໃຫຍ່ເຂັ້ມແຂງ, ນະໂຍບາຍເອື້ອຍອຳນວຍໃນການສົ່ງເສີມການທ່ອງທ່ຽວໄດ້ຮັບການປັບປຸງດີຂຶ້ນ ແລະ ບໍລິສັດ ຈໍາປິງທົວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເຄື່ອນໄຫວວຽກງານໂຄສະນາການທ່ອງທ່ຽວລາວຢູ່ ປະເທດຍີ່ປຸ່ນ ຕາມຂອບເຂດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ເຊັ່ນ: ການໂຄສະນາ, ເຜີຍແຜ່ ແລະ ນໍາສະເໜີຂ້ໍມູນຂ່າວສານການທ່ອງທ່ຽວລາວ ຕ່ໍບໍລິສັດທ່ອງທ່ຽວ, ນັກຂ່າວ-ສື່ມວນຊົນ, ນັກຮຽນ, ນັກສຶກສາມະຫາວິທະຍາໄລຂອງຍີ່ປຸ່ນ, ການຂຽນບົດຄວາມກ່ຽວກັບການທ່ອງທ່ຽວລາວລົງວາລະສານ, ໂທລະພາບ ແລະ ສື່ໂຄສະນາຂອງຍີ່ປຸ່ນ, ຊ່ວຍແປຂ້ໍມູນການທ່ອງທ່ຽວລາວ ເພ່ືອສ້າງເປັນສ່ິງພິມໂຄສະນາການທ່ອງທ່ຽວ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະນໍາ ແລະ ຄະນະວິຊາການຈາກກະຊວງ ວທ ເຂ້ົາຮ່ວມງານບຸນລາວ ປະຈໍາປີ ທ່ີໂຕ ກຽວປະເທດຍີ່ປຸ່ນ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຟື້ນຟູຊຸມຊົນແບບມີສ່ວນຮ່ວມ PPT ຢູ່ເມືອງວຽງໄຊ ແຂວງຫົວພັນ ແລະ ອື່ນໆ ຊຶ່ງເປັນປັດໄຈສໍາຄັນໜຶ່ງເຮັດໃຫ້ນັກທ່ອງທ່ຽວຍີ່ປຸ່ນ ເດີນທາງມາທ່ຽວ ສປປ ລາວ ມີອັດຕາສ່ວນເພີ່ມຂຶ້ນເຊັ່ນ: ໃນປີ 2022 ມີຈໍານວນ 6.848 ເທ່ືອຄົນ,ປີ 2023 ມີ 24.824 ເທື່ອຄົນ, ປີ 2024 ມີຈໍານວນ 28.966 ເທ່ືອ ຄົນ ແລະ ປີ 2025 ມີຈໍານວນ 33.743 ເທື່ອຄົນ ແລະ 6 ເດືອນຕົ້ນ ປີ 2026 ມີ 23.133 ເທື່ອຄົນ, ຖ້າທຽບໃສ່ 6 ເດືອນຕົ້ນປີ 2025 ຈໍານວນນັກທ່ອງທ່ຽວແມ່ນເພີ່ມຂຶ້ນ.
ການໂຄສະນາການທ່ອງທ່ຽວລາວ ຜ່ານຊ່ອງທາງຜູ້ຕາງໜ້າການທ່ອງທ່ຽວລາວ ປະຈໍາຍີ່ປຸ່ນ ເປັນຊ່ອງທາງໜຶ່ງທີ່ມີປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ. ພາຍຫລັງພິທີລົງນາມຂອບເຂດການປະຕິບັດວຽກງານຢ່າງເປັນທາງການບໍລິສັດ ຈຳປິງທົວ ຈະສຸມ ໃສ່ປະຕິບັດໜ້າທີີ່ເປັນຜູ້ຕາງໜ້າ ການທ່ອງທ່ຽວລາວ ປະຈຳຍີ່ປຸ່ນ ດ້ວຍຄວາມຮັບຜິດຊອບ ແລະ ເຂັ້ມແຂງ, ສ້າງແຜນກິດຈະກໍາໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ຢູ່ຍ່ີປຸ່ນ ຢ່າງມີຈຸດສຸມ, ສອດຄ່ອງ ແລະ ກວ້າງຂວາງດ້ວຍຫລາຍຮູບການ ແລະ ວິທີການໂດຍມີການປະສານສົມທົບກັບກະຊວງ ວທ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳຍີ່ປຸ່ນ ຢ່າງໃກ້ຊິດຕິດແທດ, ພ້ອມທັງມີການສະຫລຸບລາຍງານການຈັດຕ້ັງປະຕິບັດວຽກງານແຕ່ລະໄລຍະ ແລະ ເຮັດໃຫ້ຕົວເລກນັກທ່ອງທ່ຽວຍີ່ປຸ່ນ ເດີນທາງເຂ້ົາມາທ່ຽວລາວ ນັບມ້ືນັບເພີີ່ມຂຶ້ນ.
KPL