ສະຫລຸບການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດໃນຂອບເຂດທົ່ວປະເທດ

19/08/2026 10:20
ຂປລ ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດໃນຂອບເຂດທົ່ວປະເທດ ໄລຍະສອງ 2024- 2026 ແລະ ທິດທາງແຜນການ ໄລຍະສາມ 2026-2028 ໃນວັນທີ 17 ສິງຫາ 2026.

     ຂປລ.   ໂດຍການເປັນປະທານຂອງທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຂຶ້ນບັນຊີເກັບກູ້-ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ, ມີຮອງລັດຖະມົນຕີບັນດາກະຊວງ, ຫົວໜ້າກົມໃຫຍ່, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫລວງວຽງຈັນ, ປກສ ແຂວງ, ກົມ, ກອງວິຊາສະເພາະ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງການສະ ຫລຸບຕີລາຄາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 11/ນຍ ວ່າດ້ວຍການ ເກັບກູ້ອາວຸດປືນ ແລະ ວັດຖຸລະເບີດໃນຂອບເຂດທົ່ວປະເທດ ໄລຍະສອງ 2024-2026 ແລະ ວາງທິດທາງແຜນການໄລຍະສາມ 2026- 2028, ການຜ່ານຄໍາສັ່ງການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ທາດລະເບີດ ສະບັບເລກທີ 31/ຄ.ປກຊ-ປກສ, ຄໍາສັ່ງວ່າດ້ວຍານຈັດຕັ້ງຜັນຂະຫຍາຍຄໍາສ່ັງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ, ແຈ້ງການຈັດຕັ້ງປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖາລະເບີດສະບັບເລກທີ 311/ປກສ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕ້ັງຄະນະຮັບຜິດຊອບໃນການຂຶ້ນບັນຊີເກັບກູ້, ຄຸ້ມຄອງອາວຸດປືນເສິກ ແລະ ວັດຖຸລະເບີດ, ຂໍ້ຕົກລົງວ່າດ້ວຍການແບ່ງຈຸລົງເຄື່ອນໄຫວຂ້ຶນບັນຊີ, ເກັບກູ້ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ, ແຜນການຂຶ້ນບັນຊີ, ເກັບກູ້ອາວຸດປືນເສິກ ແລະ ວັດຖຸລະເບີດໃນຂອບເຂດທົ່ວປະເທດ.

     ທ່ານ ພົທ ວັນທອງ ກອງມະນີ  ໄດ້ກ່າວວ່າ: ບັນຫາອາວຸດປຶນເສິກ ແລະ ວັດຖຸລະເບີດ ເປັນອາຊະຍາກຳທ່ີຮ້າຍແຮງທ່ີເກີດຂ້ຶນຢູ່ພາຍໃນ ແລະ ຂ້າມຊາດ, ເປັນອາຊະຍາກໍາທີ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດຜູ້ບໍລິສຸດ, ຊັບສິນ, ເປັນປະກົດການຫຍ້ໍ ທໍ້ໜຶ່ງທີ່ເກີດຂຶ້ນໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ກໍຄື ການພັດທະນາສ້າງສາປະເທດຊາດ. ການຄ້າອາວຸດປືນເສິກນີ້, ເປັນທຸລະກິດຜິດກົດໝາຍທີ່ມີຜົນກໍາໄລມະຫາສານເປັນອັນດັບສາມຂອງໂລກຮອງຈາກການຄ້າມະນຸດ. ປັດຈຸບັນ, ບັນດາປະເທດໃນພາກພື້ນ ແລະ ອະນຸພາກພື້ນລວມທັງປະເທດຂອງພວກເຮົາຍັງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການ ຄ້າອາວຸດ ແລະ ການນໍາໃຊ້ອາວຸດຊະຊາຍ. ສະນ້ັນ, ເພື່ອຮັບປະກັນໃນການສະກັດກັ້ນ ແລະ ແກ້ໄຂບັນຫາ ການຄຸ້ມຄອງ ແລະ ນຳໃຊ້ອາວຸດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ອອກຄຳສັ່ງ ສະບັບເລກທີ 563/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍການຮີບໂຮມຂຶ້ນບັນຊີຄຸ້ມຄອງ, ເກັບກູ້ອາວຸດປືນເສິກ ແລະ ວັດຖຸລະເບີດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ອອກຄໍາສັ່ງວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024. ນອກນັ້ນ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ອອກຄໍາສັ່ງວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສ່ັງຂອງນາຍົກລັດຖະມົນຕີ ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 16/ປກສ, ລົງວັນທີ 16 ກໍລະກົດ 2026  ແລະ ແຈ້ງການວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ສະບັບເລກທີ 311/ປກສ, ສະບັບເລກທີ 16 ກໍລະກົດ 2026. 

     ໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ອົງການປົກຄອງທັງສູນກາງ ແລະ ທ້ອງຖິ່ນ, ກອງບັນຊາການ ປກສ ແຂວງ-ນະຄອນຫລວງໃນຂອບເຂດທົ່ວປະເທດ ທ່ີຮັບຜິດຊອບເກັບກູ້ອາວຸດປຶນເສິກ ແລະ ວັດຖຸລະເບີດ ກໍໄດ້ສຸມໃສ່ການໂຄສະນາປູກຈິດສໍານຶກໃຫ້ທົ່ວສັງຄົມໄປພ້ອມກັບການປັບປຸງບັນດານິຕິກຳ, ເກັບກູ້ຢູ່ສູນກາງ ແລະ ທ້ອງຖິ່ນໄດ້ຫລາຍສົມຄວນ, ສາມາດນໍາເອົາອາວຸດດັ່ງກ່າວເຂົ້າມາເກັບຮັກສາໄວສາງຂອງກະຊວງປ້ອງກັນຄວາມສະຫງົບ ແຕ່ບັນຫາການນໍາໃຊ້ອາວຸດຊະຊາຍ, ກໍ່ອາຊະຍາກໍາດັ່ງກ່າວ ກໍຍັງເກີດຂຶ້ນຫລາຍຢູ່ໃນປະເທດຂອງພວກເຮົາ.

        ຂໍ້ມູນ-ພາບ: ປກສ

KPL

ຂ່າວອື່ນໆ

ads
ads

Top