ຂປລ
ໃນວັນທີ 17 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ແຂວງຫລວງນ້ໍາທາ .
ຂປລ. ໂດຍມີທ່ານເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳຂອງແຂວງ, ປະທານກຸ່ມບໍລິສັດຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມເລີ່ມພັດທະນາມາແຕ່ປີ 2012, ມີ 4 ກິດຈະການໃຫຍ່ ຄື: ເຂດການເງິນ ແລະ ການຄ້າສາກົນ, ເຂດອຸດສາຫະກຳ, ເຂດຂົນສົ່ງ ແລະ ເຂດທ່ອງທ່ຽວຣີສອດ ພື້ນຖານໂຄງລ່າງເປັນຕົ້ນຖະໜົນຫົນທາງ, ທ່ໍສ່ົງນ້ໍາ ແລະ ອ່ືນໆ ແມ່ນກ່ໍສ້າງສຳເລັດສ່ວນໃຫຍ່, ປັດຈຸບັນກຳລັງກະກຽມດ້ານຕ່າງໆໃນການກ່ໍ່ສ້າງສູນດາຕ້າເຊັນເຕີ.
ໃນໂອກາດດ່ັງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳພາກສ່ວນກ່ຽວຂ້ອງບາງດ້ານເປັນຕົ້ນໃຫ້ກວດກາຄືນການກຳນົດເນື້ອທີ່ກິດຈະການ-ໂຄງການຕ່າງໆໃຫ້ລະອຽດຈະແຈ້ງ ເພື່ອສະດວກໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ; ກວດກາຄືນດ້ານກົງຈັກການຈັດຕັ້ງ, ລວມທັງຈຳນວນເຈົ້າໜ້າທີ່ກວດກາຢ່ ແຕ່ລະຈຸດຂອງດ່ານ ເພ່ືອສາມາດເຮັດວຽກຢ່າງກົມກຽວກັບເຈ້ົາໜ້າທີ່ຝ່າຍຈີນ; ໃຫ້ລັດວິສາຫະກິດ ໄຟຟ້າລາວ ແລະ ຜູ້ພັດທະນາເຂດ ປະສານສົມທົບກັນໃນການວາງແຜນ ແລະ ສະໜອງໄຟຟ້າຮັບໃຊ້ພາຍໃນເຂດເສດຖະກິດພິເສດໃຫ້ພຽງພໍ; ໃຫ້ຜູ້ພັດທະນາເຂດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມທົບກັນ ເພື່ອສະໜອງແຮງງານຢ່າງພຽງພໍ ໂດຍສະເພາະແຮງງານພາຍໃນ ຕາມສັດສ່ວນທີ່ກົດໝາຍ ແລະ ລະບຽບການກຳນົດໄວ້; ໃຫ້ສືບຕໍ່ສ້ອມແປງບັນດາເສັ້ນທາງທີ່ມີການເປ່ເພເພື່ອເຮັດໃຫ້ການສັນຈອນໄປມາ, ການຂົນສົ່ງສິນຄ້າ...ມີຄວາມສະດວກຫລາຍຂຶ້ນ; ໃຫ້ກະຊວງການຕ່າງປະເທດສົມທົບກັບພາກສ່ວນກ່ຽວຂ້ອງປັບປຸງກົນໄກການແຈ້ງເຂົ້າ-ອອກຂອງພົນລະເມືອງ, ພາຫະນະ ແລະ ອື່ນໆ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມໂລ່ງລ່ຽນ ແລະ ຮັດກຸມກວ່າເກົ່າ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
KPL