ຂປລ
ຂປລ. ແຫລ່ງຂ່າວຈາກແຂວງບ່ໍ ແກ້ວ ໃຫ້ຮູ້ວ່າ: ໃນໂອກາດເດີນທາງ ຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງ ດຽນບຽນ ສສ ຫວຽດນາມ ໃນ ວັນທີ 16 ສິງຫາ 2026, ທີ່ຫ້ອງ ວ່າການແຂວງດຽນບຽນ ສສ ຫວຽດນາມ, ທ່ານ ແປ້ນຄຳ ບຸດຈັນ ແພງ ກຳມະການສູນກາງພັກ, ເລຂາ ຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ບໍ່ແກ້ວ ໄດ້ພົບປະກັບ ທ່ານ ເຈິນ ຕ່ຽນ ຊຸງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະຜູ້ແທນສະມາຊິກ ສະພາແຫ່ງຊາດ ແຂວງດຽນບຽນ ພ້ອມດ້ວຍພະແນກການກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປ ກົງມາ ແລະ ຕີລາຄາໝາກຜົນຂອງ ການພົວພັນຮ່ວມມື ລະຫວ່າງສອງ ແຂວງ ບໍ່ແກ້ວ-ດຽນບຽນ ໃນ ໄລຍະຜ່ານມາ ໂດຍໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ບໍ່ແກ້ວ- ດຽນບຽນ ທີ່ສືບຕໍ່ໄດ້ຮັບການ ເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງໃນທຸກ ຂົງເຂດວຽກງານ ໃຫ້ນັບມື້ໄດ້ຮັບ ການຂະຫຍາຍຍິ່ງໆຂຶ້ນ. ພ້ອມກັນ ນ້ັນ, ສອງຝ່າຍໄດ້ເຫັນດີຈະສືບຕ່ ເພີ່ມທະວີການພົວພັນຮ່ວມມືກັນ ຢ່າງໃກ້ຊິດໃນດ້ານຕ່າງໆ ເຊັ່ນ: ດ້ານການເມືອງ ແລະ ການຕ່າງ ປະເທດ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ດ້ານການ ຄ້າ, ການລົງທຶນ ແລະ ການເຊື່ອມ ໂຍງເສດຖະກິດ, ດ້ານວັດທະນະ ທໍາ-ສັງຄົມ ແລະ ການສຶກສາ ໃຫ້ ເປັນຮູບປະທໍາ ແລະ ມີປະສິດທິຜົນ ຍິ່ງໆຂຶ້ນ.
ໃນໂອກາດນີ້, ທ່ານ ເຈິນ ຕ່ຽນ ຊຸງ ໄດ້ສະແດງຄວາມໂສກເສົ້າ ເສຍໃຈຕໍ່ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການ ກົມການເມືອງສູນກາງພັກ ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ ຊ່ຶງເປັນໜ່ຶງໃນບຸກຄົນທ່ີມີຜົນງານ, ຄຸນງາມຄວາມດີ ແລະ ການເຄື່ອນ ໄຫວປະຕິວັດອຸທິດເຫື່ອແຮງສະ ຕິປັນຍາ ແລະ ຄວາມຮູ້ຄວາມສາ ມາດຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເຂົ້າ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມດຽວ ກັນນີ້, ຂໍສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ໃນການເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານ ແປ້ນຄຳ ບຸດຈັນແພງ ພ້ອມ ດ້ວຍຄະນະ ພ້ອມທັງໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມຄັ້ງນີ້ ຊຶ່ງເປັນ ຄັ້ງທຳອິດ ຂອງການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ທ່ານ ແປ້ນຄຳ ບຸດຈັນແພງ ພາຍ ຫລັງໄດ້ຮັບການເລືອກຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນ ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາປະ ຊາຊົນແຂວງບໍ່ແກ້ວ.
ໃນຂະນະດຽວກັນ, ທ່ານ ແປ້ນ ຄຳ ບຸດຈັນແພງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງໃຫ້ຊາບ ຕໍ່ກັບການ ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ທັງລາຍງານ ຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ທີ່ໄດ້ອັດລົງຢ່າງຈົບງາມ ໃນເດືອນ ຕຸລາ 2025 ຜ່ານມາ, ພ້ອມທັງ ສະແດງຄວາມຂອບໃຈ ແລະ ຄວາມ ຮູ້ບຸນຄຸນເປັນຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອຢ່າງສະເໝີຕົ້ນສະ ເໝີປາຍ ນັບທັງພາລະກິດຕ່ໍສູ້ປົດ ປ່ອຍຊາດ ກໍຄື ພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຕະຫລອດມາ. ຂໍອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ- ລາວ ກໍຄື ແຂວງບໍ່ແກ້ວ ແລະ ແຂວງ ດຽນບຽນ ຈົ່ງໝັ້ນຄົງຂະໜົງແກ່ນຊົ່ວ ກາລະນານ.
ຂ່າວ: ຈ.ຈັນທະລິດ,
ພາບ: ສາຍສະໝອນ ແກ້ວວິສິດ
KPL