ຂປລ
ກະຊວງໄຟຟ້າ ແລະ ພະລັງງານ ຂອງ ມຽນມາ ປະກາດ ປັບຫລຸດ ອັດຕາຄ່າໄຟຟ້າ ໃນໄລຍະເວລາ ກາງຄືນ ໃຫ້ຂະແໜງ ອຸດສາຫະກຳ ຂະໜາດໃຫຍ່ ທີ່ໃຊ້ ພະລັງງານສູງ ເພື່ອຊຸກຍູ້ຂະແໜງດັ່ງກ່າວ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ວ່າ: ກະຊວງໄຟຟ້າ ແລະ ພະລັງງານ ຂອງ ມຽນມາ ປະກາດ ປັບຫລຸດ ອັດຕາຄ່າໄຟຟ້າ ໃນໄລຍະເວລາ ກາງຄືນ ໃຫ້ຂະແໜງ ອຸດສາຫະກຳ ຂະໜາດໃຫຍ່ ທີ່ໃຊ້ ພະລັງງານສູງ ເພື່ອຊຸກຍູ້ຂະແໜງດັ່ງກ່າວ ໃຫ້ຍ້າຍໄລຍະເວລາ ການໃຊ້ໄຟ ເຊິ່ງຈະຊ່ວຍ ໃຫ້ລະບົບ ມີກຳລັງແຈກຈ່າຍ ໄຟຟ້າ ໃຫ້ແກ່ປະຊາຊົນ ໄດ້ຢ່າງໝັ້ນຄົງ ໃນໄລຍະເວລາກາງເວັນ ຄຽງຄູ່ໄປກັບ ການເສີມສ້າງ ສະຖຽນລະພາບ ຂອງ ລະບົບ ໂຄງຂ່າຍໄຟຟ້າ ທົ່ວປະເທດ.
ການປະກາດເຜີຍແຜ່ ຕໍ່ຂະແໜງອຸດສາຫະກຳ ທີ່ມີຄຸນສົມບັດ ຕາມເກນ ຈະໄດ້ຮັບສ່ວນຫລຸດ ຄ່າໄຟຟ້າ ເຫລືອຫົວໜ່ວຍລະ 600 ຈ໊າດ ຈາກ ອັດຕາປົກກະຕິ ຫົວໜ່ວຍລະ 900 ຈ໊າດ ສຳລັບ ການໃຊ້ໄຟ ໃນໄລຍະເວລາ 23:00 ນ. ເຖິງ 05:00 ນ. ຂອງ ທຸກໆວັນ. ມາດຕະການນີ້ ແມ່ນການເພີ່ມໂອກາດ ໃຫ້ປະຊາຊົນ ສາມາດ ເຂົ້າເຖິງໄຟຟ້າ ໃຫ້ໄດ້ຫລາຍຂຶ້ນ ໃນເວລາກາງເວັນ ລວມທັງ ເສີມສ້າງ ສະຖຽນລະພາບ ຂອງ ລະບົບ ໂຄງຂ່າຍໄຟຟ້າ ແລະ ຊ່ວຍຫລຸດຕົ້ນທຶນ ການຜະລິດ ໃຫ້ແກ່ ພາກອຸດສາຫະກຳ ໄປພ້ອມໆກັນ./
KPL